ລົດໄຟລາວ-ຈີນ ເປັນແມ່ແຮງສຳຄັນ ໃນການ ຊຸກຍູ້ການທ່ອງທ່ຽວ ແລະ ເສດຖະກິດ ແຂວງ ອຸດົມໄຊ


ລົດໄຟລາວ-ຈີນ ເປັນແມ່ແຮງສຳຄັນ ໃນການ ຊຸກຍູ້ການທ່ອງທ່ຽວ ແລະ ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ກັບແຂວງອຸດົມໄຊ ໂດຍສະເພາະເມືຶອງໄຊ ທີ່ເປັນເທສະບານຂອງແຂວງ. ໃນແຕ່ລະປີມີນັກທ່ອງທ່ຽວເຂົ້າມາ ສະເລ່ຍປະມານ 41.000 ກວ່າຄົນຕໍ່ປີ ສ້າງລາຍຮັບໄດ້ 900.000 ໂດລາສະຫະລັດ.

ອີງຕາມການລາຍງານຂອງ ຂ່າວສານປະເທດລາວ ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໄຊ ແຂວງອຸດົມໄຊ ໄດ້ໃຫ້ສໍາພາດເມື່ອບໍ່ດົນນີ້ວ່າ: ເມືອງໄຊ ຈະຖືເອົາວຽກງານທ່ອງທ່ຽວບັນຈຸເຂົ້າເປັນບຸລິມະສິດສໍາຄັນ ເພື່ອສືບຕໍ່ປັບປຸງ ແລະ ພັດທະນາຂອດການບໍລິການ, ແຫຼ່ງທ່ອງທ່ຽວໃໝ່ໃຫ້ສາມາດຮອງຮັບ ແລະ ດຶງດູດເອົານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາເມືອງໄຊໃຫ້}າຍຂຶ້ນກວ່າເກົ່າ.

ທ່ານ ເຈົ້າເມືອງໄຊ ຍັງໃຫ້ຮູ້ອີກວ່າ: ເສັ້ນທາງລົດໄຟລາວ-ຈີນ ເປັນໜຶ່ງໃນກຸນແຈສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ, ສ້າງວຽກເຮັດງານທໍາ ເນື່ອງຈາກວ່າມີນັກທ່ອງທ່ຽວ, ນັກລົງທຶນໄດ້ເຂົ້າມາເມືອງຂອງພວກເຮົາຫລາຍຂຶ້ນຍ້ອນເສັ້ນທາງສະດວກສະບາຍ, ມີຄວາມປອດໄພສູງ, ຄ່າຂົນຜູ້ໂດຍສາຍ ແລະ ສິນຄ້າຖືກ, ປະຢັດເວລາ ເຊິ່ງໄລຍະຜ່ານມາ, ນັກທ່ອງທ່ຽວ ແລະ ນັກລົງທຶນເຂົ້າມາເມືອງໄຊ ແມ່ນໄດ້ໃຊ້ເວລາຫຼາຍວັນ ແລະ ເສັ້ນທາຫຍຸ້ງຍາກ ເຊິ່ງເປັນອຸປະສັກໜຶ່ງຕໍ່ການເດີນທາງ ແລະ ຂົນສົ່ງສິນຄ້າ. ແຕ່ມາຮອດປັດຈຸບັນເມືອງໄຊ ກາຍເປັນເມືອງທີ່ມີເສັ້ນທາງລົດໄຟລາວ-ຈີນແລ່ນຜ່ານ ແລະ ທັງເປັນທາງຜ່ານໄປຍັງບັນດາແຂວງພາກເໜືອ, ເປັນປະຕູອອກສູ່ ສສ ຫວຽດນາມ, ສປ ຈີນ ແລະ ຣາຊະອານາຈັກໄທ.

ປັດຈຸບັນ,  ພາຍໃນເມືອງ ມີແຫຼ່ງທ່ອງທ່ຽວທັງເກົ່າ ແລະ ໃໝ່ລວມທັງໝົດ 14 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທໍາມະຊາດ 7 ແຫ່ງ, ວັດທະນະທໍາ 5 ແຫ່ງ ແລະ ປະຫວັດສາດ 2 ແຫ່ງ. ສະຖານທ່ອງທ່ຽວທີ່ພົ້ນເດັ່ນກວ່າໝູ່ໄດ້ພັດທະນາ ແລະ ເປີດໃຫ້ບໍລິການແຫຼ່ງທ່ອງທ່ຽວແລ້ວຄື: ຕາດນໍ້າກັດ, ຖໍ້າຈອມອອງ, ວັດພູທາດ ແລະ ອື່ນໆ.

ປັດຈຸບັນ ອຳນາດການປົກຄອງ ທ້ອງຖິ່ນແມ່ນກໍາລັງພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດພູຫຍ້າຄາຢູ່ (ບ້ານ ຫຼັກ 32) ເພື່ອຮອງຮັບເອົານັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ແລະ ຍັງໄດ້ ເຊັນບົດບັນທຶກຄວາມຊ່ວຍຈໍາ (MOU) ກັບນັກທຸລະກິດຫຼາຍຫົວໜ່ວຍເພື່ອພັດທະນາແຫຼ່ງທ່ອງທ່ຽວຕ່າງໆໃຫ້ຫຼາຍຂຶ້ນຕື່ມ.

ສະເພາະຂະແໜງການທ່ອງທ່ຽວພາຍໃນເມືອງສົມທຽບກ່ອນໂຄວິດ ແລະ ຫຼັງໂຄວິດ 19 19 ລະບາດ ສາມາດຕີລາຄາເບື້ອງຕົ້ນໄດ້ວ່າ ແຕ່ລະປີມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແລະ ໃຫ້ບໍລິການພາຍໃນເມືອງໄຊ ປະມານ 41.880 ກວ່າຄົນຕໍ່ປີ, ສ້າງລາຍຮັບໄດ້ 901.069  ໂດລາສະຫະລັດ.  ກ່ອນໂຄວິດ-19  ລະບາດໃນປີ 2019 ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວເມືອງໄຊ ປະມານ 15.960 ກວ່າຄົນຕໍ່ປີ ສ້າງລາຍຮັບໄດ້ 659.538 ໂດລາສະຫະລັດ.

ໃນອະນາຄົດ, ທາງເມືອງ ຈະສຸມໃສ່ພັດທະນາວຽກງານການທ່ອງທ່ຽວຢ່າງຕັ້ງໜ້າ ເປັນຕົ້ນ ຈະພະຍາຍາມຄົ້ນຄວ້າຊອກຫາແຫຼ່ງທຶນ, ລະດົມນັກລົງທຶນທາງພາຍໃນ ແລະ ຕ່າງປະເທດ ມາລົງທຶນພັດທະນາແຫຼ່ງທ່ອງທ່ຽວພາຍໃນເມືອງໄຊ ເພື່ອຮອງຮັບເອົານັກທ່ອງທ່ຽວມາໃຊ້ບໍລິການ; ຈະປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບປະຖົມປະຖານໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ ແລະ ສ້າງແຫຼ່ງທ່ອງທ່ຽວແຫ່ງໃໝ່ຂຶ້ນ ໂດຍສະເພາະແມ່ນນໍ້າອອກຮູຫຼັກ 8, ຖໍ້າບ້ານມູນເມືອງ ແລະ ແຫຼ່ງທ່ອງທ່ຽວອື່ນໆທີ່ເໝາະສົມ.

https://www.facebook.com/permalink.php?story_fbid=pfbid0HnRiVXuqY3HxvMf8masjhHpNvzeFAUwkomcUZDxSRAYzfSFHuhfnNpTAoKuqdNFzl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/