“ລູກຜິດບໍ່ ທີ່ບໍ່ເກັ່ງຄືເຂົາ?”
ເມື່ອການປຽບທຽບຂອງພໍ່ແມ່ ສ້າງບາດແຜທາງໃຈໃຫ້ລູກ
“ເປັນຫຍັງລູກຈຶ່ງຮຽນບໍ່ເກັ່ງຄືຜູ້ນັ້ນ?”,
“ເດືອນນີ້ລູກຄືເສັງໄດ້ທີສາມ ເປັນຫຍັງບໍ່ພະຍາຍາມໃຫ້ໄດ້ທີໜຶ່ງ?”,
“ເບິ່ງແມ້! ລູກຄົນອື່ນເຂົາຍັງເຮັດໄດ້ ເປັນຫຍັງລູກຄືເຮັດບໍ່ໄດ້ຊັ້ນນະ!!”
ຈາກປະໂຫຍກຕົວຢ່າງຂ້າງເທິງນີ້ ບາງຄົນອາດຈະເຄີຍໄດ້ຍິນໃນຕອນທີ່ເຮົາຍັງເປັນເດັກນ້ອຍ ຫຼື ອາດເຄີຍຖືກຜູ້ໃຫຍ່ຕຳໜິໃນເວລາທີ່ເຮົາຮຽນ ຫຼື ເຮັດຫຍັງບໍ່ສຳເລັດຕາມສິ່ງທີ່ຜູ້ໃຫຍ່ຄາດຫວັງ ຈົນບາງຄັ້ງກໍເກີດຄຳຖາມໃນໃຈວ່າ “ລູກຜິດບໍ່ ທີ່ບໍ່ເຄີຍເກັ່ງເທົ່າເຂົາ ທັ້ງໆທີ່ລູກກໍພະຍາຍາມແລ້ວ”.
ເຖິງແມ່ນວ່າສິ່ງທີ່ພໍ່ແມ່ປຽບທຽບນັ້ນ ອາດມາຈາກຄວາມຕ້ອງການຢາກໃຫ້ລູກໄດ້ດີ ມີແຮງກະຕຸ້ນໃຫ້ເດັກເກີດຄວາມພະຍາຍາມບຸກບືນຫຼາຍຂຶ້ນ ແຕ່ໃນຫຼາຍຄັ້ງ ຄວາມຄາດຫວັງຂອງພໍ່ແມ່ ກໍເປັນການສ້າງແຮງກົດດັນຕໍ່ເດັກນ້ອຍ ໂດຍສະເພາະແມ່ນເຮັດໃຫ້ເກີດບາດແຜທາງຈິດໃຈ ທີ່ສາມາດຕິດຕົວເດັກນ້ອຍໄປຈົນຮອດຕອນທີ່ເຂົາເຕີບໂຕເປັນຜູ້ໃຫຍ່ ແລະ ວັດທະຈັກນີ້ກໍອາດໝູນວຽນເກີດຂຶ້ນກັບຮຸ່ນຕໍ່ໄປ ຢ່າງບໍ່ຈົບສິ້ນ. ສະນັ້ນ, ມາເບິ່ງນຳກັນວ່າ ຍ້ອນຫຍັງ ຜູ້ເປັນພໍ່ແມ່ ຈຶ່ງບໍ່ຄວນສ້າງບາດແຜທາງໃຈໃຫ້ເດັກນ້ອຍຈາກການປຽບທຽບລູກຂອງຕົນກັບເດັກນ້ອຍຄົນອື່ນທີ່ເກັ່ງກວ່າພວກເຂົາ.
ຄຳເວົ້າປຽບທຽບຂອງພໍ່ແມ່ ສ້າງບາດແຜໃຫ້ເດັກນ້ອຍຄືແນວໃດ?
- ເດັກນ້ອຍເກີດຄວາມຄຽດ ແລະ ເກີດຄວາມກົດດັນ
ເມື່ອຖືກຄາດຫວັງຈາກຄອບຄົວ ເຮັດໃຫ້ເດັກນ້ອຍບໍ່ໄດ້ໃຊ້ຊີວິດໄວເດັກຢ່າງເຕັມທີ່ດັ່ງທີ່ໄວອາຍຸຂອງເຂົາຄວນຈະເປັນ ຈຶ່ງກາຍເປັນເດັກນ້ອຍທີ່ແບກພາລະເອົາໄວ້ຕະຫຼອດເວລາ ກໍ່ໃຫ້ເກີດຄວາມກົດດັນ, ຄວາມຄຽດ, ວິຕົກກັງວົນ ແລະ ບໍ່ມີຄວາມສຸກໃນຊີວິດໄວເດັກ.
- ຂາດຄວາມເຊື່ອໝັ້ນຕໍ່ຕົນເອງ ແລະ ຢ້ານການເຂົ້າສັງຄົມ
ການປຽບທຽບຂອງພໍ່ແມ່ກັບເດັກຄົນອື່ນທີ່ເກັ່ງກວ່າ ເຮັດໃຫ້ຄວາມເຊື່ອໝັ້ນທີ່ເຂົາມີຕໍ່ຕົນເອງນັບມື້ນັບໜ້ອຍລົງ ຈົນກາຍເປັນຄົນທີ່ມີຄວາມນັບຖືຕໍ່ຕົນເອງຕ່ຳ, ຂາດຄວາມໝັ້ນໃຈ, ຢ້ານທີ່ຈະເຮັດສິ່ງຕ່າງໆເພາະຢ້ານຈະລົ້ມເຫຼວ ແລະ ຈະຖືກພໍ່ແມ່ຕຳໜິອີກ. ຈົນໃນທີ່ສຸດ, ຈຶ່ງກາຍເປັນຄົນທີ່ຢ້ານການເຂົ້າສັງຄົມ ຍ້ອນປະສົບການບາດແຜທາງໃຈໃນໄວເດັກນັ້ນເອງ.

- ຄວາມສາມາດໃນຕົວເດັກນ້ອຍຖືກປິດກັ້ນ
ເດັກນ້ອຍທຸກຄົນ ມີຄວາມສາມາດ, ມີພອນສະຫວັນ, ມີຄວາມມັກ ແຕກຕ່າງກັນອອກໄປ ເຊັ່ນ: ບາງຄົນມີຄວາມສາມາດໃນການຫຼິ້ນດົນຕີ, ບາງຄົນເກັ່ງເລກ, ບາງຄົນເກັ່ງພາສາ. ແຕ່ເມື່ອພໍ່ແມ່ຄາດຫວັງໃນຕົວເດັກນ້ອຍໃຫ້ເປັນໄປຕາມຂອບທີ່ພໍ່ແມ່ກຳນົດ ໂດຍບໍ່ໄດ້ສັງເກດເບິ່ງຄວາມສາມາດພິເສດໃນຕົວຂອງພວກເຂົາເລີຍ ເຊັ່ນ: ເດັກບາງຄົນອາດບໍ່ເກັ່ງເລກ ແຕ່ຮຽນເກັ່ງພາສາ ແຕ່ພໍ່ແມ່ຄາດຫວັງໃຫ້ເຂົາຕ້ອງເກັ່ງເລກຕະຫຼອດ, ກົດດັນເຂົາໃຫ້ຮຽນເລກຕະຫຼອດ, ຍົກຕົວຢ່າງມາປຽບທຽບຕະຫຼອດ ຈະເຮັດໃຫ້ເຂົາບໍ່ໄດ້ນຳໃຊ້ຄວາມສາມາດດ້ານທີ່ຖະໜັດຂອງເຂົາອອກມານຳໃຊ້ເລີຍ ທັ້ງໆທີ່ຄວາມຈິງເຂົາອາດປະສົບຄວາມສຳເລັດໃນອະນາຄົດໄດ້ດ້ວຍຄວາມສາມາດທາງດ້ານພາສາຂອງເຂົາກໍເປັນໄປໄດ້. ສຸດທ້າຍແລ້ວ ຄວາມສາມາດທີ່ເຂົາມີ ເມື່ອບໍ່ໄດ້ເຝິກຝົນ ຈຶ່ງຈາງຫາຍໄປຕາມການເວລາ.
- ເລີ່ມຕີຕົວອອກຫ່າງ, ຄວາມສຳພັນກັບຄອບຄົວຈືດຈາງ
ເມື່ອເດັກນ້ອຍ ຖືກພໍ່ແມ່ປຽບທຽບຕະຫຼອດ ຈະເຮັດໃຫ້ພວກເຂົາບໍ່ເຊື່ອໝັ້ນຕໍ່ພໍ່ແມ່ ແລະ ພະຍາຍາມຕີຕົວອອກຫ່າງຈາກຄອບຄົວ, ອາດເຮັດສິ່ງບໍ່ດີເພື່ອປະຊົດ, ຫັນໄປຕິດໝູ່ຫຼາຍກວ່າຄອບຄົວ, ເມື່ອມີບັນຫາຈະບໍ່ຍອມບອກໃຫ້ຄອບຄົວຮູ້ ເພາະຢ້ານຈະຖືກຕຳໜິ ຫຼື ປຽບທຽບອີກ. ຈົນໃນທີ່ສຸດ, ເຮັດໃຫ້ຄວາມສຳພັນພາຍໃນຄອບຄົວຈືດຈາງຫ່າງເຫີນ.
- ມີທ່າອ່ຽງທີ່ຈະເຕີບໃຫຍ່ຂຶ້ນໄປ ເປັນຄົນທີ່ມັກອິດສາຄົນອື່ນ
ຍ້ອນພວກເຂົາເຕີບໃຫຍ່ມາພ້ອມກັບການຖືກປຽບທຽບກັບຄົນທີ່ເກັ່ງກວ່າຕະຫຼອດຕັ້ງແຕ່ນ້ອຍຈົນໃຫຍ່ ແລະ ອາດບໍ່ເຄີຍໄດ້ຮັບຄຳຍ້ອງຍໍຈາກພໍ່ແມ່ເລີຍ. ເມື່ອເຕີບໃຫຍ່ຂຶ້ນມາ ເຂົາອາດກາຍເປັນຄົນທີ່ບໍ່ສາມາດຍອມຮັບຄົນອື່ນທີ່ຜົນງານ ເພາະທຸກຄັ້ງທີ່ເຫັນຄົນອື່ນໄດ້ດີ ຫຼື ປະສົບຄວາມສຳເລັດກວ່າ ຈະຮູ້ສຶກເສຍໃຈຢູ່ເລິກໆ ເພາະຈິດໃຈຂອງເຂົາຮູ້ສຶກຂາດການຍອມຮັບນັ້ນເອງ.
“ຄວາມຈິງແລ້ວ ມັນບໍ່ມີປະໂຫຍດຫຍັງເລີຍ ທີ່ຈະເອົາຕາເວັນ ກັບ ດວງເດືອນ ມາປຽບທຽບກັນ ທັງສອງຢ່າງມັນສ່ອງແສງສະຫວ່າງ ເມື່ອຮອດເວລາຂອງມັນ”.
ເດັກນ້ອຍທຸກຄົນມີຮູບຮ່າງລັກສະນະ, ນິດໄສ, ຄວາມສາມາດ, ໄຫວພິບ ແຕກຕ່າງກັນ ເຮົາບໍ່ສາມາດຕັດສິນເດັກນ້ອຍຄົນໜຶ່ງວ່າເປັນຄົນທີ່ບໍ່ມີຄວາມສາມາດ ຈາກການໃຫ້ເຂົາເຮັດໃນສິ່ງທີ່ເຂົາບໍ່ມີຄວາມຖະໜັດ. ດັ່ງນັ້ນ, ການປຽບທຽບເດັກນ້ອຍສອງຄົນຈຶ່ງບໍ່ແມ່ນວິທີການຈູງໃຈທີ່ດີທີ່ພາໃຫ້ເດັກເກີດການປ່ຽນແປງ.

ແລ້ວຖ້າພໍ່ແມ່ຢາກກະຕຸ້ນໃຫ້ລູກເກີດຄວາມຮູ້ສຶກບຸກບືນຕັ້ງໃຈໂດຍບໍ່ຕ້ອງປຽບທຽບ ຈະມີວິທີແນວໃດ?
- ເປັນທີ່ປຶກສາທີ່ດີ ພ້ອມທີ່ຈະຮັບຟັງລູກ ໂດຍບໍ່ຟ້າວຕັດສິນພວກເຂົາ
ຄວາມອົບອຸ່ນໃນຄອບຄົວເລີ່ມຕົ້ນຈາກການເປີດໃຈຮັບຟັງເຊິ່ງກັນ ແລະ ກັນ. ເດັກນ້ອຍທຸກຄົນລ້ວນແລ້ວແຕ່ຢາກໃຫ້ພໍ່ແມ່ຮັບຟັງ, ເປັນທີ່ລະບາຍ, ເປັນພື້ນທີ່ປອດໄພສຳລັບພວກເຂົາ. ດັ່ງນັ້ນ, ຖ້າຜູ້ປົກຄອງສາມາດເປີດໃຈຮັບຟັງພວກເຂົາໄດ້ທຸກເລື່ອງ ພວກເຂົາຈະເປີດໃຈຫຼາຍຂຶ້ນ ແລະ ຍອມເລົ່າເຖິງສາເຫດທີ່ເຮັດໃຫ້ເຂົາບໍ່ສາມາດເຮັດຕາມຄວາມຄາດຫວັງຂອງພໍ່ແມ່ອອກມາໃຫ້ຟັງ.
- ໃຫ້ຄຳແນະນຳ ສອນເທົ່າທີ່ຈຳເປັນ
ລອງເປີດໂອກາດໃຫ້ພວກເຂົາໄດ້ສະເໜີໄອເດຍ ຫຼື ວິທີແກ້ໄຂບັນຫາດ້ວຍຕົນເອງໃນແບບຂອງພວກເຂົາເບິ່ງກ່ອນ ຈາກນັ້ນຈຶ່ງຄ່ອຍໆໃຫ້ຄຳແນະນຳເລັກໆນ້ອຍໆ ຫຼື ສະເໜີແນວທາງເພີ່ມເຕີມແກ່ພວກເຂົາ ເພື່ອໃຫ້ພວກເຂົາໄດ້ນຳໄປຄິດທົບທວນ ແລະ ນໍາໄປປັບໃຊ້ຕາມຮູບແບບຂອງເຂົາເອງ.
- ໃຫ້ເຂົາໄດ້ຮຽນຮູ້ດ້ວຍຕົນເອງ
ບາງຄັ້ງ ພໍ່ແມ່ອາດເລືອກເສັ້ນທາງໃຫ້ເດັກນ້ອຍ ດ້ວຍການໃຫ້ເດັກຮຽນເພີ່ມວິຊາ ຫຼື ທັກສະເສີມຕ່າງໆ ຈົນຕາຕະລາງຮຽນຂອງເດັກອັດແໜ້ນທັງພາກຄ່ຳ ທັງເສົາ-ອາທິດ. ແຕ່ຖ້າຫາກຕ້ອງການໃຫ້ເຂົາໄດ້ຮຽນຮູ້ ແລະ ຄົ້ນຫາຕົນເອງໄດ້ໄວຂຶ້ນ ການປ່ອຍໃຫ້ເດັກໄດ້ມີໂອກາດລອງຮຽນສິ່ງທີ່ພວກເຂົາຢາກຮຽນ ຫຼື ໄດ້ທົດລອງເຝິກແອບສິ່ງຕ່າງໆດ້ວຍຕົນເອງ ຈຶ່ງເປັນດັ່ງການທົດລອງແຕ່ຍັງນ້ອຍວ່າສິ່ງທີ່ພວກເຂົາເລືອກນັ້ນ ກົງກັບສິ່ງທີ່ພວກເຂົາມັກແທ້ຈິງຫຼືບໍ່.
- ໃຫ້ກຳລັງໃຈ ໃຫ້ຄຳຍ້ອງຍໍ ຕໍ່ໃຫ້ຈະເປັນພຽງຄວາມສຳເລັດນ້ອຍໆກໍຕາມ
ບາງຄັ້ງ ພໍ່ແມ່ອາດຍ້ອງຍໍລູກ ສະເພາະເວລາທີ່ພວກເຂົາເຮັດສຳເລັດຕາມເປົ້າໝາຍຂອງພໍ່ແມ່ ແຕ່ຄວາມເປັນຈິງແລ້ວ ຕໍ່ໃຫ້ລູກບໍ່ສາມາດເຮັດປະສົບຄວາມສຳເລັດຕາມເປົ້າໝາຍ ພໍ່ແມ່ກໍຄວນຍ້ອງຍໍເຂົາເຊັ່ນກັນ ຕົວຢ່າງ: ຄາດຫວັງໃຫ້ເຂົາເສັງຜ່ານທຸກວິຊາ ແຕ່ເມື່ອພວກເຂົາເສັງບໍ່ຜ່ານ 1 ວິຊາ, ແທນທີ່ຈະຕຳໜິຫຼືປຽບທຽບ ພໍ່ແມ່ຄວນໃຫ້ກຳລັງໃຈເຂົາ ແລະ ຍ້ອງຍໍເຂົາໃນວິຊາທີ່ເຂົາໄດ້ຄະແນນສູງ.

ແລ້ວຖ້າຖືກພໍ່ແມ່ປຽບທຽບກັບຄົນທີ່ເກັ່ງກວ່າຕະຫຼອດ ຈະມີວິທີບອກພໍ່ແມ່ ຄືແນວໃດ?
ອາດເລີ່ມຕົ້ນຈາກການເອົາບົດຄວາມນີ້ໃຫ້ພໍ່ແມ່ອ່ານ ຫຼື ອ່ານສູ່ພໍ່ແມ່ຟັງ ເພື່ອໃຫ້ພໍ່ແມ່ໄດ້ຮັບຮູ້ເຖິງຄວາມຮູ້ສຶກຂອງເຮົາໃນເວລາທີ່ຖືກປຽບທຽບ ແລະ ມັນສົ່ງຜົນເສຍຕໍ່ເຮົາຄືແນວໃດ. ນອກນັ້ນ, ອາດຕ້ອງເປີດໃຈລົມກັບພໍ່ແມ່ຢ່າງອ່ອນໂຍນວ່າເຮົາຮູ້ສຶກເສຍໃຈແນວໃດໃນທຸກຄັ້ງທີ່ຖືກປຽບທຽບ. ພໍ່ແມ່ອາດຈະບໍ່ເຄີຍຮູ້ມາກ່ອນວ່າ ການປຽບທຽບໄດ້ເຮັດໃຫ້ເຮົາເສຍໃຈ ຫຼື ເປັນຍ້ອນລຶ້ງເວົ້າຈົນຕິດເປັນນິດໄສໄປແລ້ວ. ດັ່ງນັ້ນ, ຖ້າຫາກເຮົາບໍ່ຍອມບອກຄວາມຈິງໃຫ້ພໍ່ແມ່ຮູ້ ພໍ່ແມ່ກໍຈະເວົ້າແບບນັ້ນຕໍ່ໄປເລື້ອຍໆ, ລອງບອກຄວາມຈິງກັບພໍ່ແມ່ວ່າເຮົາຢາກໃຫ້ພໍ່ແມ່ໃຫ້ກຳລັງໃຈຫຼາຍກວ່າປຽບທຽບ ດັ່ງປະໂຫຍກຕົວຢ່າງເຊັ່ນ: “ລູກຮູ້ວ່າລູກຍັງເຮັດບໍ່ໄດ້ດີ ແຕ່ໃນເວລານີ້ ພໍ່ກັບແມ່ຊ່ວຍໃຫ້ກຳລັງໃຈລູກແດ່ໄດ້ບໍ່ ເພາະທຸກຄັ້ງທີ່ພໍ່ແມ່ໃຫ້ກຳລັງໃຈ ມັນເຮັດໃຫ້ລູກມີແຮງຈູງໃຈ ແລະ ມີຄວາມສຸກ”
ແຫຼ່ງຂໍ້ມູນອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/