ລາວ-ຈີນ ຮ່ວມກັນສ້າງຕັ້ງບໍລິສັດ ລັດຮຸ້ນສ່ວນອຸດສາຫະກຳທ່ອງທ່ຽວລາວ


ລາວ-ຈີນ ຮ່ວມກັນສ້າງຕັ້ງບໍລິສັດ ລັດຮຸ້ນສ່ວນອຸດສາຫະກຳທ່ອງທ່ຽວລາວ ຫັນການທ່ອງທ່ຽວລາວ ໃຫ້ທັນສະໄໝ ແນໃສ່ການອະນຸລັກ ແລະ ຮັກສາສິ່ງແວດລ້ອມ ໃຫ້ເປັນທ່າແຮງໃນການດຶງດູດນັກທ່ອງທ່ຽວ.

ວັນທີ 14 ມິຖຸນາ ໄດ້ມີພິທີເຊັນສັນຍາ ຮ່ວມກັນ ໂດຍກະຊວງການເງິນ ຕາງໜ້າໂດຍທ່ານ ໄພທູນ ທ່ຽງລະໄມ ວ່າການຫົວໜ້າ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ແລະ ທ່ານ ພັນຊີຫຼິວ ປະທານບໍລິສັດພັດທະນາອຸດສາຫະກຳ ທ່ອງທ່ຽວລາວ ຈໍາກັດໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນການສ້າງຕັ້ງບໍລິສັດ ລັດຮຸ້ນສ່ວນອຸດສາຫະກໍາທ່ອງທ່ຽວລາວ ຈໍາກັດ ລະຫວ່າງ ລັດຖະບານ ຕາງໜ້າໂດຍກະຊວງການເງິນ (ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ) ຮ່ວມກັບ ບໍລິສັດ ພັດທະນາອຸດສາຫະກຳທ່ອງທ່ຽວລາວ ຈຳກັດ, (ໃນນາມຜູ້ພັດທະນາໂຄງການ ແລະ ເປັນຜູ້ລົງທຶນທັງໝົດ).

ທ່ານ  ໄພທູນ ທ່ຽງລະໄມ ໄດ້ໃຫ້ຮູ້ວ່າ: ການສ້າງຕັ້ງບໍລິສັດ ລັດຮຸ້ນສ່ວນອຸດສາຫະກຳທ່ອງທ່ຽວລາວ ແມ່ນເພື່ອພັດທະນາການທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ກາຍເປັນອຸດສາຫະກຳການທ່ອງທ່ຽວ ທີ່ທັນສະໄໝ ແນໃສ່ອະນຸລັກ, ປົກປັກຮັກສາຊັບພະຍາກອນການທ່ອງທ່ຽວ ທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໃຫ້ຄົງຄຸນຄ່າ, ເປັນທ່າແຮງໃນການດຶງດູດນັກທ່ອງທ່ຽວ, ນັກລົງທຶນພາຍໃນ ແລະ ຕ່າງປະເທດ, ສ້າງລາຍຮັບໃຫ້ລັດຖະບານ, ສ້າງວຽກເຮັດງານທຳໃຫ້ປະຊາຊົນລາວ, ໃຫ້ນັກສຶກສາທີ່ຈົບຈາກມະຫາວິທະຍາໄລ ແຫ່ງຕ່າງໆ ໃນ ສປປ ລາວ ແລະ ຕ່າງປະເທດ, ກະຈາຍລາຍໄດ້ສູ່ສັງຄົມ ແລະ ຊຸມຊົນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.

ທ່ານ ໄພທູນ ທ່ຽງລະໄມ ຍັງໃຫ້ຮູ້ອີກວ່າ: ປະເທດລາວ ມີແຫຼ່ງທ່ອງທ່ຽວທີ່ອຸດົມສົມບູນ, ປັດຈຸບັນມີແຫຼ່ງທ່ອງທ່ຽວຫຼາຍກວ່າ 1.900 ແຫ່ງ. ໃນນັ້ນ, ມີແຫຼ່ງທ່ອງທ່ຽວທຳມະຊາດ 1.116 ແຫ່ງ ແລະ ສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທໍາ 764 ແຫ່ງ ທີ່ຕັ້ງຢູ່ບັນດາແຂວງຂອງລາວ ແຕ່ເໜືອຮອດໃຕ້, ແຕ່ລະແຫ່ງມີສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະ ແລະ ປະກອບມີສະຖານທີ່ໆເປັນແຫຼ່ງທ່ອງທ່ຽວມໍລະດົກໂລກທີ່ມີຊື່ສຽງ ແລະ ມີທິວທັດທຳມະຊາດທີ່ໜ້າອັດສະຈັນຫຼາຍແຫ່ງ ເປັນຕົ້ນ ພູຜາປ່າດົງ, ມີແມ່ນໍ້າ ແລະ ນໍ້າຕົກຕາດທີ່ງົດງາມ, ມີສູນວັດທະນະທຳ, ວັດວາອາຮາມທີ່ເກົ່າແກ່ຫຼາກຫຼາຍ ແລະ ມີວັດທະນະທຳພື້ນເມືອງລາວທີ່ອຸດົມສົມບູນ ເຊັ່ນ: ດົນຕີ, ການເຕັ້ນລຳທີ່ເປັນເອກະລັັກ, ບຸນປະເພນີ ແລະ ອື່ນໆ, ນັກທ່ອງທ່ຽວສາມາດໄປຢ້ຽມຢາມບ້ານທ້ອງຖິ່ນ ເພື່ອຮຽນຮູ້ກ່ຽວກັບວິຖີຊີວິດປະຈຳວັນ, ວັດທະນະທຳພື້ນເມືອງຂອງຊາວລາວ.

https://www.facebook.com/permalink.php?story_fbid=pfbid0k8WDhfsjbRgUBxPJnsRja9YHLMPYoAdPQXT7FhNroNDwEqyoKyKa7A2zWE2iVBSul&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/