ລາຍຮັບໜ້ອຍ ໜີ້ທ່ວມຫົວ! Gen Z ປະເຊີນກັບວິກິດການທາງດ້ານການເງິນຈາກອັດຕາເງິນເຟີ້ທີ່ສູງຈົນຕ້ອງຫັນມາເພິ່ງບັດເຄຣດິດຫຼາຍຂຶ້ນ


Gen Z ປະເຊີນກັບລາຍໄດ້ທີ່ໜ້ອຍກວ່າຄົນຍຸກ Millennials ໃນໄວອາຍຸດຽວກັນເມື່ອ 10 ປີກ່ອນ. ສ້າງຄວາມຄຽດໃຫ້ Gen Z ຢ່າງໜັກ, ເນື່ອງຈາກຕ້ອງປະເຊີນກັບອັດຕາເງິນເຟີ້ທີ່ສູງຂຶ້ນດຶງລາຍໄດ້ໃຫ້ຫຼຸດລົງ ຈົນຕ້ອງຫັນມາອາໄສບັດເຄຣດິດຫຼາຍຂຶ້ນ.

ອີງຕາມບົດລາຍງານໂດຍ TransUnion ພົບວ່າ Gen Z, ອາຍຸ 22-24 ປີ ມີລາຍໄດ້ໜ້ອຍກວ່າ Millennials ໃນໄວອາຍຸດຽວກັນເມື່ອ 10 ປີກ່ອນ, ໂດຍມີສາເຫດຫຼັກໆມາຈາກອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ສົ່ງຜົນກະທົບຕໍ່ຄ່າຄອງຊີບ ແລະກຳລັງການຊື້.

Gen Z ມີລາຍໄດ້ສະເລ່ຍຢູ່ທີ່ 45,493 ໂດລາ, ເຊິ່ງຕໍ່າກວ່າ Millennials ໃນໄວອາຍຸດຽວກັນທີ່ມີລາຍໄດ້ສະເລ່ຍຢູ່ທີ່ 51,825 ໂດລາ.

ທັງນີ້, ອັດຕາສ່ວນໜີ້ສິນຕໍ່ລາຍໄດ້ຂອງ Gen Z ແມ່ນຢູ່ທີ່່ 16.05%, ເຊິ່ງສູງກວ່າ Millennials ທີ່ 11.76%.

ນອກຈາກນີ້, ຜົນການສຳຫຼວດຍັງພົບວ່າ:

  • 14% ຂອງ Gen Z ຮູ້ສຶກ “ກົດດັນທີ່ສຸດ” ກ່ຽວກັບສະຖານະການທາງດ້ານການເງິນຂອງພວກເຂົາ.
  • 8% ຂອງ Gen Z ມີຄວາມໝັ້ນໃຈກ່ຽວກັບສະຖານະການທາງດ້ານການເງິນຂອງພວກເຂົາ
  • 84% ຂອງ Gen Z ມີບັດເຄຣດິດເປັນຂອງຕົນເອງ.
  • 34% ຂອງ Gen Z ຈັດອັນດັບບັດເຄຣດິດເປັນຜະລິດຕະພັນສິນເຊື່ອທີ່ເປັນປະໂຫຍດທີ່ສຸດ.

Jason Laky ຮອງປະທານບໍລິຫານຂອງ TransUnion ອະທິບາຍວ່າເສດຖະກິດໃນປັດຈຸບັນເຮັດໃຫ້ຄ່າໃຊ້ຈ່າຍດໍາລົງຊີວິດສູງຂຶ້ນ. ຜູ້ບໍລິໂພກອາຍຸຍັງນ້ອຍກໍາລັງຫັນໄປຫາຜະລິດຕະພັນສິນເຊື່ອຫຼາຍຂຶ້ນ, Gen Z ທີ່ກຳລັງເລີ່ມຕົ້ນເຮັດວຽກ ຍັງມີເງິນເດືອນທີ່ຕໍ່າ ຈຶ່ງຕ້ອງປະເຊີນກັບອັດຕາເງິນເຟີ້ ແລະ ລາຄາຜະລິດຕະພັນທີ່ສູງແບບນີ້. ຍອດເງິນກູ້ຢືມໃນທົ່ວຜະລິດຕະພັນທາງດ້ານການເງິນເຊັ່ນ: ບັດເຄຣດິດ, ເງິນກູ້ຢືມສ່ວນບຸກຄົນ ແລະ ລົດໃຫຍ່ກໍມີແນວໂນ້ມທີ່ຈະສືບຕໍ່ຂະຫຍາຍຕົວ.

ທັ້ງນີ້, TransUnion ໄດ້ດໍາເນີນການສໍາຫຼວດໃນເດືອນກຸມພາທີ່ຜ່ານມາ ໂດຍມີຈໍານວນຜູ້ບໍລິໂພກ Gen Z ເຂົ້າຮ່ວມທັງໝົດ 614 ຄົນເຂົ້າຮ່ວມ ແລະ ມີຄົນຍຸກ Millennials ອີກ 623 ຄົນ (Millennials ແມ່ນຄົນທີ່ເກີດໃນລະຫວ່າງ 1980-1994).

ທີ່ມາ:

thestandard

cpapracticeadvisor

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/