ປັດຈຸບັນ ແມນນາທີ (Manatee) ຫຼື ງົວທະເລ ສັດລ້ຽງລູກດ້ວຍນົມຂະໜາດໃຫຍ່ກຳລັງຕົກຢູ່ໃນສະຖານະສ່ຽງສູນພັນ (Vulnerable) ເນື່ອງຈາກສະຖານະການຂອງແມນນາທີໃນລັດຟໍລິດາ ສະຫະລັດອາເມຣິກາ ຖືວ່າຢູ່ໃນຂັ້ນວິກິດ ເພາະໃນລາຍງານປີ 2021 ພົບວ່າ ແມນນາທີໄດ້ຕາຍໄປ 1,101 ໂຕ ເຊິ່ງມັນໄດ້ທຳລາຍສະຖິຕິການຕາຍໃນຮອບຫຼາຍປີ ແລະ ຫຼ້າສຸດນີ້ກໍມີລາຍງານວ່າ ແມນນາທີ ໄດ້ຕາຍໄປ 800 ໂຕ.
ທັງນີ້ສາເຫດການຕາຍຫຼັກໆ ຂອງແມນນາທີໃນຟໍລິດາແມ່ນມາຈາກການຂາດແຄນອາຫານ ໂດຍເກີດຈາກການທີ່ສາຫຼ່າຍພິດ ສົ່ງຜົນກະທົບຕໍ່ຫຍ້າທະເລທີ່ເປັນແຫຼ່ງອາຫານຫຼັກຂອງແມນນາທີ ເຮັດໃຫ້ພວກມັນຂາດອາຫານ ເຊິ່ງເປັນຜົນມາຈາກມົນລະພິດ, ປຸ໋ຍ ແລະ ນ້ຳເສຍຂອງມະນຸດ ເຊິ່ງສາຫຼ່າຍທີ່ເປັນຕົ້ນເຫດເຫຼົ່ານີ້ປົກຄຸມພື້ນຜິວຂອງນ້ຳ ແລະ ບັງແສງແດດ ສົ່ງຜົນຕໍ່ການຈະເລີນເຕີບໃຫຍ່ຂອງຫຍ້າທະເລ ປະກອບກັບນ້ຳທະເລທີ່ຮ້ອນຂຶ້ນເຮັດໃຫ້ສາຫຼ່າຍເຫຼົ່ານີ້ເຕີບໂຕຫຼາຍຂຶ້ນ ແລະ ເຮັດໃຫ້ແຫ່ງອາຫານຂອງແມນນາທີລົດລົງ ແລະ ເກີດການຂາດອາຫານ.

ນອກຈາກບັນຫາການສູນເສຍອາຫານແລ້ວ ການຖືກເຮືອຕຳກໍເປັນໄພຄຸກຄາມໃຫຍ່ຕໍ່ແມນນາທີເຊັ່ນກັນ ເນື່ອງຈາກວ່າແມນນາທີນັ້ນມີພຶດຕິກຳການຫາກິນອາຫານຢູ່ບໍລິເວນນ້ຳຕື້ນ ແລະ ການເຄື່ອນໄຫວກໍຊ້າ.
ໃນປີ 1991 ຈາກການສຳຫຼວດພົບວ່າ ປະຊາກອນແມນນາທີຟໍລິດາເຄີຍລົດເຫຼືອໜ້ອຍຈົນເຫຼືອພຽງປະມານ 1.250 ໂຕ ແລະ ໃນປັດຈຸບັນຈາກການພະຍາຍາມອະນຸລັກຂອງທາງການ ແມນນາທີຟໍລິດາແມ່ນມີຢູ່ປະມານ 6.000-7.000 ໂຕ ໂດຍໃນປີ 1974 ສະຫະລັດອາເມຣິກາໄດ້ຂຶ້ນບັນຊີແມນນາທີເປັນສັດໃກ້ສູນພັນ ຈົນມາຮອດປີ 2017 ໜ່ວຍງານສັດປ່າໃນສະຫະລັດອາເມຣິກາ (U.S. Fish and Wildlife Service ) ໄດ້ຖອດຊື່ແມນນາທີອອກຈາກບັນຊີດັ່ງກ່າວ ຫຼັງຈາກທີ່ປະຊາກອນມີຈຳນວນເພີ່ມຂຶ້ນ.

ຢ່າງໃດກໍຕາມ ຈາກໄພຄຸກຄາມຕ່າງໆທີ່ແມນນາທີປະເຊີນຢູ່ໃນຂະນະນີ້ ຜູ້ຊ່ຽວຊານ ແລະ ກຸ່ມນັກສິ່ງແວດລ້ອມໄດ້ສ້າງແຄມເປນຮຽກຮ້ອງໃຫ້ມີການຂຶ້ນຊື່ແມນນາທີເປັນສັດໃກ້ສູນພັນອີກຄັ້ງ ເພື່ອປົກປ້ອງໄພຄຸກຄາມຕ່າງໆທີ່ອາດສົ່ງຜົນກະທົບໃຫ້ພວກເຂົາສູນພັນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/