ບົດລາຍງານສະພາບອາກາດ ແລະ ສິ່ງແວດລ້ອມຫຼ້າສຸດໂດຍ EU Monitor ສະແດງໃຫ້ເຫັນວ່າຂອບເຂດຂອງແຜ່ນນ້ໍາກ້ອນທີ່ຂວັ້ນໂລກໃຕ້ ໄດ້ລົດລົງຢ່າງໜັກ ເປັນສະຖິຕິ ນັບຕັ້ງແຕ່ ປີ 2017 ເປັນຜົນມາຈາກສະພາບໂລກຮ້ອນ ແລະ ການປ່ຽນແປງຂອງດິນຟ້າອາກາດ.
ອີງຕາມການບໍລິການການປ່ຽນແປງດິນຟ້າອາກາດ Copernicus (C3S), ລະບຸວ່າແຜ່ນນໍ້າກ້ອນ ຢູ່ຂວັ້ນໂລກໃຕ້ ໄດ້ລົດລົງ 34% ເມື່ອທຽບໃສ່ກັບຄ່າສະເລ່ຍເດືອນກຸມພາໃນຊຸມປີຜ່ານມາ.
ຊາແມນທາ ເບີເກສ (Samantha Burgess), ຮອງຜູ້ອໍານວຍການ C3S, ຊີ້ໃຫ້ເຫັນວ່າ ຂໍ້ມູນຈາກດາວທຽມໃນໄລຍະ 45 ປີທີ່ຜ່ານມາ, ນ້ຳກ້ອນໃນທະເລ ແອນຕາກຕິກ ປັດຈຸບັນຢູ່ໃນລະດັບຕໍ່າສຸດ. ສິ່ງນີ້ອາດຈະສະທ້ອນເຖິງພາວະໂລກຮ້ອນທີ່ຮຸນແຮງຂຶ້ນ ປະລິມານຂອງນໍ້າກ້ອນຢູ່ຂວັ້ນໂລກແມ່ນລົດລົງຢ່າງໄວວາ. ລວມທັງບັນຫາລະດັບນ້ຳທະເລ ແລະ ການເຊາະເຈື່ອນຢູ່ຝັ່ງທະເລອາດຈະເພີ່ມຂຶ້ນເຊັ່ນກັນ.

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມ ອະທິບາຍວ່າ ປະມານ 90% ຂອງພະລັງງານຂອງດວງຕາເວັນ, ເມື່ອແຜ່ນນໍ້າກ້ອນສີຂາວ ມັນຈະສະທ້ອນບາງພະລັງງານນັ້ນກັບຄືນສູ່ອະວະກາດ. ແຕ່ໃນທາງກັບກັນ ເມື່ອພະລັງງານແສງຕາເວັນຕົກຢູ່ເທິງພື້ນທະເລ ຫຼື ມະຫາສະໝຸດທີ່ບໍ່ມີນໍ້າກ້ອນ ຫຼື ມີສີເຂັ້ມກວ່າ ພະລັງງານເກືອບທັງໝົດຈະຖືກດູດຊຶມ ສົ່ງຜົນໃຫ້ອຸນຫະພູມນ້ໍາທະເລເພີ່ມຂຶ້ນ ແລະ ກ່ຽວຂ້ອງໂດຍກົງກັບສາເຫດຂອງພາວະໂລກຮ້ອນ ເຊັ່ນດຽວກັນ.
ນັ້ນໝາຍຄວາມວ່າການທີ່ບໍ່ມີແຜ່ນນໍ້າກ້ອນ ຫຼື ແຜ່ນນໍ້າກ້ອນນັ້ນລົດລົງ ກໍເປັນອີກໜຶ່ງສາເຫດ ແລະ ປັດໄຈ ທີ່ຊ່ວຍເລັ່ງໃຫ້ ສະພາວະໂລກຮ້ອນ ນັ້ນເພີ່ມຄວາມຮຸນແຮງຂຶ້ນຕື່ມອີກ.

ນອກຈາກນັ້ນ, ຜູ້ຊ່ຽວຊານຍັງເປີດເຜີຍວ່າ ທັງຂວັ້ນໂລກເໜືອ ແລະ ຂວັ້ນໂລກໃຕ້ ມີຄວາມອົບອຸ່ນປະມານ 3 ອົງສາ ຫຼາຍກວ່າອຸນຫະພູມໃນທ້າຍສະຕະວັດທີ 19, ໂດຍແຜ່ນນໍ້າກ້ອນເຫຼົ່ານັ້ນ ສືບຕໍ່ຫົດຕົວລົງມາຕະຫຼອດໄລຍະຫຼາຍປີທີ່ຜ່ານມາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/