ກົມຄວບຄຸມພະຍາດ ກະຊວງສາທາລະນະສຸກຂອງປະເທດໄທ ຮ່ວມກັບ ບໍລິສັດ ໄຟເຊີ ແລະ ບໍລິສັດ ໄບໂອເອັນເທັກ ປະເທດໄທ ຈຳກັດ ໄດ້ປະກາດເຊັນສັນຍາຮ່ວມມື ໃນການຈັດສົ່ງວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 20 ລ້ານໂດສ ໂດຍມີແຜນກຳນົດສົ່ງໃນທ້າຍປີນີ້.
ທ່ານນາງ ເດັບບຣາ ໄຊເຟີດ, ຜູ້ຈັດການ ບໍລິສັດໄຟເຊີ ປະເທດໄທໄດ້ກ່າວວ່າ “ພວກເຮົາມີຄວາມຍິນດີ ທີ່ໄດ້ເຊັນສັນຍາທີ່ມີຄວາມສຳຄັນນີ້ກັບລັດຖະບານໄທ ເຊິ່ງສະແດງເຖິງຄວາມສູ້ຊົນ ໃນການຈັດຫາວັກຊີນທີ່ມີປະສິດທິພາບໃນການປ້ອງກັນເຊື້ອພະຍາດໂຄວິດ-19 ແລະ ຍັງເປັນການເພີ່ມການເຂົ້າເຖິງວັກຊີນປ້ອງກັນພະຍາດໂຄວິດ-19ໃນທົ່ວໂລກ”

ບໍລິສັດໄຟເຊີ ໄບໂອເອັນເທັກ ຕັ້ງເປົ້າໝາຍການຜະລິດວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ໄດ້ 3 ພັນລ້ານໂດສໃຫ້ທົ່ວໂລກພາຍໃນປີ 2021ນີ້ ໂດຍໄດ້ພັດທະນາຂະບວນການ ແລະ ຂັ້ນຕອນຕ່າງໆໃນການຜະລິດຢ່າງຕໍ່ເນື່ອງ ພ້ອມທັງມີຄວາມພະຍາຍາມໃນການເພີ່ມຜູ້ຜະລິດ ແລະ ຄູ່ສັນຍາໃໝ່ໄປເລື້ອຍໆ.
ວັກຊີນປ້ອງກັນເຊື້ອພະຍາດໂຄວິດ-19 ໄຟເຊີ ຫຼື ມີຊື່ທາງການວ່າ BNT162b2 ເປັນວັກຊີນຊະນິດ mRNA ທີ່ຖືກຄົ້ນຄວ້າໂດຍບໍລິສັດໄຟເຊີ ຮ່ວມກັບ ບໍລິສັດສັນຊາດເຢຍລະມັນຊື່ວ່າ ໄບໂອເອັນເທັກ ເຊິ່ງເປັນວັກຊີນທີ່ເຮັດວຽກໂດຍການກະຕຸ້ນໃຫ້ຮ່າງກາຍສ້າງໂປຕີນສ່ວນໜາມຂອງພະຍາດໂຄວິດ-19 ເມື່ອຮ່າງກາຍຂອງຄົນເຮົາພົບເຫັນໂປຕີນດັ່ງກ່າວກໍຈະສາມາດສ້າງພູມຕ້ານທານໄວ້ສຳລັບປ້ອງກັນພະຍາດໄດ້ເມື່ອຕິດເຊື້ອຕົວຈິງ.
ວັກຊີນ ໄຟເຊີ ແມ່ນຈະຕ້ອງສັກທັງໝົດ 2 ເຂັມ ໂດຍທີ່ເຂັມທີ 2 ຫ່າງຈາກເຂັມທຳອິດ ປະມານ 21 – 28 ມື້, ສັກເຂົ້າໄປໃນກ້າມຊີ້ນສ່ວນເທິງຂອງແຂນ ເຊິ່ງເໝາະສຳລັບຜູ້ທີ່ມີອາຍຸ 16 ປີຂຶ້ນໄປ ຫຼື ຜູ້ທີ່ມີພະຍາດປະຈຳຕົວ ແລະ ມີໂອກາດສ່ຽງທີ່ຈະຕິດເຊື້ອໂຄວິດອາການຮຸນແຮງ.
ທີ່ມາ:
https://news.ch7.com/detail/501382
https://hdmall.co.th/c/covid-vaccine-pfizer
ພາບ: kaohoon, thairath
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/