ລາຄາ Worldcoin ໄດ້ເພີ່ມຂຶ້ນແຕະ ATH ໃໝ່ ຫຼັງຈາກການເປີດຕົວແບບ Sora AI ຂອງ OpenAI
ລາຄາຂອງ Worldcoin (WLD) ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນອາທິດທີ່ຜ່ານມາ. ໂດຍມີລາຄາເພີ່ມຂຶ້ນເປັນສອງເທົ່າ, ອີງຕາມມູນຄ່າໃນປັດຈຸບັນ 5.36 ໂດລາ ແລະ ມີຄ່າຕະຫຼາດໃນປັດຈຸບັນແມ່ນຢູ່ທີ່ປະມານ 700 ລ້ານໂດລາ.

Worldcoin ແມ່ນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ Tools of Humanity, ເຊິ່ງເປັນບໍລິສັດທີ່ມີ Sam Altman ເປັນຜູ້ຮ່ວມກໍ່ຕັ້ງ ແລະ ປະທານ. ທັງນີ້, Sam Altman ຍັງເປັນ CEO ຂອງ OpenAI, ເຊິ່ງບໍ່ດົນມານີ້ກໍໄດ້ເປີດຕົວ Sora ຮູບແບບ AI ທີ່ຊ່ວຍໃຫ້ຜູ້ໃຊ້ປ່ຽນຂໍ້ຄວາມເປັນວິດີໂອໃນວັນທີ 16 ເດືອນກຸມພາ.
ກ່ອນໜ້ານີ້, ລາຄາຂອງ Worldcoin ໄດ້ມີການປັບຖານຫຼຸດລົງຢ່າງຫຼວງຫຼາຍ, ເປັນຜົນມາຈາກຂ່າວໃນທາງລົບກ່ຽວກັບ OpenAI ໃນໄລຍະຜ່ານມາ, ໂດຍໃນເດືອນພະຈິກ ປີ 2023 ລາຄາຂອງ token ໄດ້ຫຼຸດລົງເມື່ອ Sam Altman ຖືກປົດຈາກຕຳແໜ່ງ CEO ຂອງ OpenAI ຊົ່ວຄາວ.
ນອກຈາກ Worldcoin ຈະມີລາຄາເພີ່ມຂຶ້ນຢ່າງຮຸນແຮງແລ້ວ ຍັງມີຫຼຽນ AI ອື່ນໆທີ່ມີລາຄາເພີ່ມຂຶ້ນໃນລາຄາໃນໄລຍະສອງສາມມື້ຜ່ານມາເຊັ່ນກັນ, ໂດຍຂໍ້ມູນຈາກ CoinGecko ສະແດງໃຫ້ເຫັນວ່າໃນອາທິດທີ່ຜ່ານມາ, tokens ໃນໝວດ AI ໄດ້ມີມູນຄ່າເພີ່ມຂຶ້ນຫຼາຍກວ່າ 25% ແລະ ບາງ tokens ກໍໄດ້ມີການເພີ່ມຂຶ້ນແບບກ້າວກະໂດດຈົນໜ້າຕົກໃຈ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/