ລາຄາ Bitcoin ເພີ່ມຂຶ້ນແຕະ 65,000 ໂດລາເປັນຄັ້ງທຳອິດໃນຮອບຫຼາຍອາທິດ ໂດຍມີສາເຫດຫຼັກມາຈາກ 3 ປັດໄຈ


ສັນຍານໃນທາງບວກກັບມາຊັດເຈນອີກຄັ້ງ! ລາຄາ Bitcoin ກັບມາເພີ່ມຂຶ້ນຢ່າງຮຸນແຮງອີກຄັ້ງຫຼັງຈາກຢຸດສະງັກມາເປັນເວລາດົນ, ໂດຍແຕະລະດັບ 65,000 ໂດລາເປັນຄັ້ງທຳອິດໃນຮອບຫຼາຍອາທິດ, ໃນເຊົ້າຂອງວັນທີ 16 ກໍລະກົດ.

ອີງຕາມຂໍ້ມູນ TradingView, ລາຄາ Bitcoin ເພີ່ມຂຶ້ນແຕະລະດັບສູງສຸດທີ່ 64,955 ໂດລາ ເມື່ອເວລາປະມານ 7 ໂມງເຊົ້າຂອງມື້ນີ້.

ໂດຍນັກວິເຄາະຄາດການວ່າ ການເພີ່ມຂຶ້ນຂອງລາຄາໃນຄັ້ງນີ້ ມີສາເຫດມາຈາກ 3 ປັດໄຈຫຼັກຄື:

  1. ແຮງເທຂາຍຂອງລັດຖະບານເຢຍລະມັນໄດ້ສິ້ນສຸດລົງ: ສົ່ງຜົນໃຫ້ອຸປະທານBitcoin ໃນຕະຫຼາດເລີ່ມກັບມາມີສະຖຽນລະພາບຫຼາຍຂຶ້ນ.
  2. ການລອບສັງຫານທ່ານ Donald Trump: ອະດີດປະທານາທິບໍດີສະຫະລັດ ຜູ້ສະຫນັບສະໜູນ Cryptocurrency
  3. Larry Fink ປ່ຽນແປງຈຸດຢືນ: CEO BlackRock ກັບຄໍາເວົ້າຂອງຕົນເອງ ແລະ ເລີ່ມຍອມຮັບ Bitcoin ໃນຖານະສິນຊັບເພື່ອການລົງທຶນປຽບສະເໝືອນ “ຄໍາດິຈິຕອນ”

ໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 63,884 ໂດລາ, ເຊິ່ງເພີ່ມຂຶ້ນ 1.47% ໃນ 24 ຊົ່ວໂມງ. ອີງຂໍ້ມູນຈາກ Coinmarketcap.

ການກັບມາຂອງ Bitcoin ໃນຄັ້ງນີ້ໄດ້ສ້າງຄວາມຕື່ນເຕັ້ນໃຫ້ກັບຕະຫຼາດ cryptocurrency ອີກຄັ້ງ. ນັກລົງທຶນກໍາລັງຕິດຕາມສະຖານະການຢ່າງໃກ້ຊິດ ເພື່ອເບິ່ງວ່າລາຄາສາມາດສືບຕໍ່ຮັກສາລະດັບນີ້ຫຼືບໍ່ ແລະ ທິດທາງຕໍ່ໄປຈະເປັນແນວໃດ?

ທີ່ມາ:

siamblockchain

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/