ໃນວັນພະຫັດທີ່ຜ່ານມາ ລາຄາຂອງຫຼຽນ DOGE ໄດ້ເພີ່ມຂຶ້ນສູງເຖິງ 37% ໃນມື້ດຽວ, ຫຼັງຈາກທີ່ Elon Musk ເຈົ້າຂອງ Twitter ໄດ້ປ່ຽນໂລໂກ້ຂອງເເພລັດຟອມຈາກນົກສີຟ້າເປັນໂລໂກ້ຫຼຽນມີມຊື່ດັງ Dogecoin.
ຢ່າງໃດກໍຕາມ, ການປ່ຽນແປງໂລໂກ້ຂອງ Twitter ກໍຢູ່ໄດ້ພຽງໄລຍະໜຶ່ງເທົ່ານັ້ນ, ເພາະໃນປັດຈຸບັນໂລໂກ້ຂອງ Twitter ໄດ້ຖືກປ່ຽນກັບເປັນນົກສີຟ້າເປັນທີ່ຮຽບຮ້ອຍເເລ້ວ.

ນີ້ແມ່ນເຫດຜົນທີ່ເຮັດໃຫ້ລາຄາ Dogecoin ລົດລົງຫຼາຍກວ່າ 19% ໃນທ້າຍອາທິດ. ໂດຍລາຄາສູງສຸດຂອງ Dogecoin ໃນ 24 ຊົ່ວໂມງ ແມ່ນມີການຊື້ຂາຍກັນຢູ່ທີ່ 0.1 ໂດລາ. ແຕ່ໃນປັດຈຸບັນ, ລາຄາຂອງ Dogecoin ໄດ້ລົດລົງມາຊື້ຂາຍຢູ່ທີ່ 0.085 ໂດລາ.
Cryptocurrencies ແລະ Tokens ດິຈິຕອລມີຄວາມສ່ຽງສູງ ທ່ານອາດຈະສູນເສຍເງິນລົງທຶນທັງໝົດໄດ້. ຄວນສຶກສາ ແລະ ລົງທຶນໃຫ້ເໝາະສົມກັບລະດັບຄວາມສ່ຽງທີ່ສາມາດຍອມຮັບໄດ້.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/