ທ່ານ Zahidi Zainul Abidin ລັດຖະມົນຕີຊ່ວຍ ກະຊວງ ສື່ສານ ແລະ ມັລຕິມິເດຍ (Communications And Multimedia Ministry) ຂອງປະເທດມາເລເຊຍ ໄດ້ສະເໜີຕໍ່ລັດຖະບານວ່າໃຫ້ອອກກົດໝາຍມາຮອງຮັບການນຳໃຊ້ ສະກຸນເງິນດິຈິຕອນ ເຊັ່ນ Bitcoin ເພື່ອໃຫ້ເປັນສື່ກາງໃນການນຳໃຊ້ຊື້ຂາຍແລກປ່ຽນຢ່າງຖືກກົດໝາຍ.

ທ່ານ Zahidi ກ່າວວ່າ: “ເຮົາຫວັງວ່າລັດຖະບານຈະອະນຸມັດເລື່ອງດັ່ງກ່າວ ແລະ ເສີມຂະຫຍາຍການມີສ່ວນຮ່ວມຂອງຄົນຮຸ່ນໃໝ່ໄດ້ຫຼາຍຍິ່ງຂຶ້ນ”.
ແຕ່ການຕັດສິນໃຈກ່ຽວກັບການຮອງຮັບເອົາຄຣິບໂຕ ແມ່ນຂຶ້ນຢູ່ກັບໜ່ວຍງານກຳກັບດູແລທາງດ້ານການເງີນຂອງມາເລເຊຍ ເຊັ່ນ: ທະນາຄານດກາງ ແລະ ຄະນະກຳມະການກຳກັບສິນຊັບຂອງມາເລເຊຍ.

ເຖິງຢ່າງໃດກໍຕາມ ກະຊວງຕ່າງໆ ຍິນດີທີ່ຈະຍົກປະເດັນນີ້ຂຶ້ນມາຫາລືກັນ ເພາະອຸດສາຫະກຳຄຣິບໂຕຖືເປັນໂຄງການທຸລະກິດ ແລະ ການເງິນແຫ່ງອະນາຄົດ ໂດຍສະເພາະຄົນໜຸ່ມສາວໃນຍຸກນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/