ລັດຖະມົນຕີສິ່ງແວດລ້ອມເມົາດີບ ຖືກຈັບ! ຂໍ້ຫາ ເຮັດເຄື່ອງມົນດຳ ໃສ່ປະທານາທິບໍດີ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຕຳຫຼວດເມົາດີບ ປະເທດໝູ່ເກາະຊື່ດັງໃນເຂດມະຫາສະໝຸດອິນເດຍ ໄດ້ເຂົ້າຈັບຕົວລັດຖະມົນຕີກະຊວງສິ່ງແວດລ້ອມໃນຂໍ້ຫາ “ເຮັດເຄື່ອງມົນດຳ” ໃສ່ປະທານາທິບໍດີ ໂມຮຳມັດ ມູອູຊູ ປະທານາທິບໍດີຂອງເມົາດີບ ໂດຍທາງຕຳຫຼວດເອງບໍ່ໄດ້ຢືນຢັນ ຫຼື ປະຕິເສດການລາຍງານດັ່ງກ່າວ.

ໂດຍນາງ ຟາທິມາດ ຊຳນາດ ອາລີ ຊາລີມ ລັດຖະມົນຕີສິ່ງແວດລ້ອມ ໄດ້ຖືກຈັບພ້ອມຜູ້ກ່ຽວຂ້ອງໃນວັນທີ 29ມິຖຸນາ 2024 ທີ່ຜ່ານມາ ພ້ອມຖືກກັກຂັງເປັນເວລາ 1 ອາທິດ ແຕ່ໃນທາງກົດໝາຍນັ້ນ ມີການລະບຸວ່າ ການໃຊ້ຄາຖາເວດມົນ ບໍ່ເປັນຄວາມຜິດທາງອາຍາພາຍໃຕ້ການປະມວນກົດໝາຍອາຍາຂອງປະເທດເມົາດີບ ພຽງແຕ່ປະຊາກອນສ່ວນໃຫຍ່ເປັນຊາວມຸດສະລິມ ຈຶ່ງມີໂທດຈຳຄຸກ 6 ເດືອນພາຍໃຕ້ສາສະໜາ ອິດສະລາມ ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/