ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງການເງິນ ເຊັນສັນຍາຮ່ວມຮຸ້ນ  ກັບ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ສ້າງຕັ້ງ ທະນາຄານຄຳ ລາວ ຈໍາກັດ ເພື່ອເປັນຄັງສຳຮອງໃຫ້ແກ່ລະບົບເສດຖະກິດ ການເງິນຂອງຊາດ.

ໂດຍພິທີ ເຊັນສັນຍາ ຮ່ວມຮຸ້ນດັ່ງ ກ່າວ ມີຂຶ້ນໃນວັນທີ 7 ເດືອນ ສິງຫາ 2024 ທີ່ ໂຮງແຮມຄຣາວພລ່າຊາ, ນະຄອນຫລວງວຽງຈັນ. ໂດຍການລົງນາມ ລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງບໍລິສັດ PTL Holding ຈຳກັດ, ໂດຍມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍແຂກຜູ້ມີກຽດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຄີພະຍານໃນພິທີອັນມີຄວາມໝາຍຄວາມສຳຄັນຄັ້ງນີ້.

ຈຸດປະສົງຂອງການຈັດພິທີ ແລະ ເຊັນສັນຍາຮ່ວມຮຸ້ນ ເພື່ອສ້າງຕັ້ງ ທະນາຄານຄຳ ລາວ ຈໍາກັດ ໃນຄັ້ງນີ້ແມ່ນເພື່ອສະແດງໃຫ້ເຫັນເຖິງການຮ່ວມມືກັນລະຫວ່າງລັດຖະບານ ແລະ ເອກະຊົນ ເພື່ອຢັ້ງຢືນເຖິງວັດຖຸປະສົງດຽວກັນຈັດຕັ້ງຜັນຂະຫຍາຍແນວຄິດວິໄສທັດ ຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ວ່າດ້ວຍການສຳຮອງຄວາມໝັ້ນຄົງ ແລະ ສ້າງສະຖຽນລະພາບດ້ານເສດຖະກິດ ຂອງປະເທດຊາດ ຜ່ານການສ້າງຕັ້ງທະນາຄານຄຳ ລາວ ຈໍາກັດ ທີ່ຈະສາມາດປົດລັອກທ່າແຮງ ທາງດ້ານການເງິນ, ການຄັງ, ສ້າງຄວາມເຂັ້ມແຂງໃຫ້ສະກຸນເງິນກີບ, ການລະດົມທຶນ ແລະ ເສີມສ້າງສະພາບຄ່ອງ ເພື່ອເຂົ້າມາໝູນໃຊ້ສ້າງພັດທະນາປະເທດຊາດໃຫ້ໄດ້ຢ່າງມີປະສິດຕິພາບ ແລະ ເກີດຜົນປະໂຫຍດສູງສຸດຕໍ່ກັບເສດຖະກິດຂອງປະເທດ.

ໃນໂອກາດດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ໄດ້ຢໍ້າຄືນເຖິງຄວາມສຳຄັນ ໃນການຮ່ວມກັນສ້າງຕັ້ງທະນາຄານຄຳ ໃນຄັ້ງນີ້. ໂດຍກ່າວວ່າ: “ການສ້າງຕັ້ງທະນາຄານຄຳໃນຄັ້ງນີ້ ເປັນຂີດໝາຍທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ-ລັດຖະບານລາວ, ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ໃຫ້ບັນລຸຈຸດປະສົງທີ່ໄດ້ວາງໄວ້ ເປັນການປະກອບສ່ວນທີ່ສຳຄັນ ໃນການແກ້ໄຂບັນຫາເສດຖະກິດການເງິນຂອງຊາດ ໃຫ້ກ້າວເຂົ້າສູ່ສະພາວະປົກກະຕິ ເທື່ອລະກ້າວ”.

ໃນໂອກາດດຽວກັນ, ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: “ການສ້າງຕັ້ງທະນາຄານຄຳ ຄັ້ງນີ້ ແມານເພື່ອໃຫ້ເປັນ ແຫຼ່ງສຳຮອງຄຳ ເພື່ອຄໍ້າປະການທາງດ້ານການເງິນ ການຄັງ, ສ້າງສະຖຽນລະພາບທາງດ້ານເສດຖະກິດລາວ ໂດຍຜ່ານກົນໄກ ການບໍລິຫານຈັດການຊັບພະຍາກອນທີ່ມີທ່າແຮງເຊັ່ນຄຳ ແລະ ແຮ່ຄຳ ທີ່ມີຄວາມອຸດົມສົມບູນ ເອົາຈຸດແຂງສ້າງເປັນຈຸດຂາຍ ຈົນກາຍເປັນຕະຫຼາດກາງໃນການແລກປ່ຽນຊື້ຂາຍ ຄຳ, ແຮ່ຄຳ ໃນລະດັບພາກພື້ນ ແລະ ສາກົນ”.

ການສ້າງຕັ້ງ ແລະ ໃຫ້ບໍລິການທະນາຄານຄຳນີ້ ຈະສາມາດພັດທະນາຍົກລະດັບການຄຸ້ມຄອງບໍລິຫານຈັດການຄຳ ຂອງ ສປປ ລາວ ໃຫ້ໄດ້ມາດຕະຖານ London Bullion Market Association (LBMA) ກາຍເປັນທີ່ຍອມຮັບ ແລະ ສາມາດແຂ່ງກັນໄດ້ກັບພາກພື້ນ ແລະ  ສາກົນ ຜ່ານບັນດາກົນໄກການບໍລິການຕ່າງໆຂອງທະນາຄານຄຳ ເປັນຕົ້ນແມ່ນ ບັນຊີຝາກຄຳ, ສິນເຊື່ອການໃຫ້ກູ້ເງິນ ແລະ ຄຳ, ການຢັ້ງຢືນຮັບຮອງຍົກລະດັບມາດຕະຖານ ຄຸນນະພາບຄຳ ໃຫ້ເປັນລະດັບສາກົນ (LBMA) ເຊິ່ງບັນດາກົນໄກການບໍລິການຕ່າງໆເຫຼົ່ານີ້ ຈະສາມາດຍົກສູງພາລະບົດບາດ ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຄຳຂອງປະເທດລາວ, ສ້າງໃບໜ້າອັນໃໝ່ ແລະ ຊ່ວຍເຮັດໃຫ້ ສປປ ລາວ ເພີ່ມຄວາມອາດສາມາດກາຍເປັນໜຶ່ງໃນຜູ້ນຳດ້ານອຸດສາຫະກຳຄໍາ ທີ່ສາມາດແຂ່ງຂັນໄດ້ ກັບພາກພື້ນ ແລະ ສາກົນ ສ້າງຊື່ສຽງ ໃຫ້ ສປປ ລາວ ເປັນທີ່ຮູ້ຈັກ ແລະ ຍອມຮັບ ໃນເວທີເສດຖະກິດໂລກ ອີກທັງຈະເປັນການສົ່ງເສີມ ແລະ ດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນເພີ່ມທະວີໃຫ້ມູນຄ່າທາງດ້ານເສດຖະກິດຂອງລາວ ໃຫ້ນັບມື້ນັບຂະຫຍາຍຕົວ.

ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການສ້າງຕັ້ງທະນາຄານຄຳໃນຄັ້ງນີ້ ຈະເປັນປັດໄຈສຳຄັນໃນການກະຕຸກຊຸກຍູ້ ການເຕີບໂຕທາງດ້ານເສດຖະກິດ ຂອງປະເທດ ໂດຍເປັນການກາຍເປັນແຫຼ່ງສຳຮອງໃນການສະສົມຄຳ ຊັບພະຍາກອນແຮ່ຄຳ ພັດທະນາອຸດສາຫະກຳຄຳ ແລະ ຕະຫຼາດຄຳລາວ ໃຫ້ໄດ້ມາດຕະຖານ ການເປັນສູນກາງ ຕະຫຼາດການຄ້າ ແລະ ການລົງທຶນໃນຄຳ ຂອງພາກພື້ນ ແລະ ສາກົນ.

ສປປ ລາວ ເປັນໜຶ່ງໃນປະເທດອັນດັບຕົ້ນໆຂອງໂລກ ດ້ານການຂຸດຄົ້ນ ແລະ ຜະລິດຄຳ; ເປັນອັນດັບ 3 ຂອງ ASEAN ແລະ ອັນດັບ 6 ໃນທະວີບອາຊີ, ຜ່ານການສໍາຫຼວດເບື້ອງຕົ້ນ ເຊິ່ງຄາດຄະເນວ່າ ມີແຮ່ຄໍາທີ່ຍັງບໍ່ໄດ້ຖືກຂຸດຄົ້ນ ປະມານ 500-1,000 ໂຕນ ແລະ ຫາກໄດ້ຮັບການອອກໃບຢັ້ງຢືນບົດລາຍງານ ເຊິ່ງຮັບຮອງ ຈາກສາກົນ ໂດຍສະເພາະໜ່ວຍງານສຶກສາສໍາຫຼວດບໍ່ເເຮ່ ທີ່ກ່ຽວຂ້ອງແລ້ວນັ້ນ, ຈະສາມາດ ຕີມູນຄ່າມາເພີ່ມທະວີ ປະລິມານຄັງສຳຮອງພາຍໃນປະເທດໄດ້ເຖິງ 50 – 76 ຕື້ ໂດລາສະຫະລັດ ເພື່ອເພີ່ມສະພາບຄ່ອງ ດ້ານການເງິນ ແລະ ເປັນແຫຼ່ງທຶນຮອນເຂົ້າມານຳໃຊ້ໃນການພັດທະນາບັນດາໂຄງການຍຸດທະສາດ ດ້ານພື້ນຖານໂຄງລ່າງ, ກະສິກຳ ແລະ ອຸດສາຫະກຳ ທີ່ສຳຄັນຈຳເປັນໃນການສ້າງພື້ນຖານທີ່ເຂັ້ມແຂງ ແລະ ຄວາມໝັ້ນຄົງໃຫ້ແກ່ລະບົບເສດຖະກິດ ຂອງປະເທດໃຫ້ນັບມື້ນັບຈະເລີນກ້າວໜ້າ.