ລັດຖະບານລາວ ຈັບມື ບໍລິສັດຈາກໄທ ຕັ້ງບໍລິສັດຮ່ວມທຶນດ້ານພະລັງງານສະອາດ ໃຫ້ລາວກ້າວໄປສູ່ການເປັນ “ໝໍ້ໄຟຂອງອາຊີ”


ລັດ​ຖະ​ບານ​ ແຫ່ງ ສປປ ລາວ ແລະ ບໍ​ລິ​ສັດ Energy Absolute Public Company Limited ຈາກ​ປະ​ເທດ​ໄທ (EA) ໄດ້​ຮ່ວມ​ມື​ສ້າງ​ຕັ້ງ​ບໍ​ລິ​ສັດ​ຮ່ວມ​ທຶນ​ຊື່​ວ່າ Super Holding Company ເພື່ອ​ຄຸ້ມ​ຄອງ​ທຸ​ລະ​ກິດ​ພະ​ລັງ​ງານ​ສະ​ອາດ​ເກີນ 7GW ກ້າວໄປ​ເຖິງ​ເປົ້າ​ໝາຍ​ທີ່​ລາວ​ຈະກາຍ​ເປັນ “ໝໍ້​ໄຟ​ແຫ່ງ​ອາຊີ’.

ໂດຍພິທີ ເຊັນສັນຍາ ມີຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການຮ່ວມລົງນາມຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ກັບ ທ່ານ ສົມໂພດ ອາຫຸໄນ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ພະລັງງານ ບໍລິສຸດ ຈຳກັດ ມະຫາຊົນ.

ການເຊັນສັນຍາຄັ້ງນີ້, ແມ່ນສ້າງຕັ້ງບໍລິສັດຮ່ວມທຶນ ຊຸບເປີ ໂຮນດິງ (Super Holding) ເພື່ອບໍລິຫານພະລັງງານໄຟຟ້າຈາກພະລັງງານ ສະອາດແບບລວມສູນ, ທັງເປັນສູນກາງການຈັດຈຳໜ່າຍ ແລະ ບໍລິຫານພະລັງງານສະອາດຢ່າງຄົບວົງຈອນ. ຄຽງຄູ່ກັນນີ້, ຍັງເປັນການເສີມການນຳໃຊ້ຍານຍົນໄຟຟ້າ, ເພີ່ມປະສິດທິພາບໃຫ້ປະເທດໃຫ້ເຕີບໂຕແບບຍືນຍົງ, ຟື້ນຟູທຶນສຳຮອງຕັ້ງເປົ້າໝາຍພາຍໃນ 3 ປີເພີ່ມລາຍຮັບຄ່າໄຟຟ້າ, ຫຼຸດຜ່ອນການນໍາເຂົ້ານໍ້າມັນດິບ, ພັດທະນາໂຄງການເກັບຮັກສາພະລັງງານໄຟຟ້າ, ສະໜອງການແກ້ໄຂ EV, ລົງທຶນໃນພະລັງງານທົດແທນ,ເຂົ້າຮ່ວມການຊຸກຍູ້ເປົ້າໝາຍຍຸດທະສາດແຫ່ງຊາດຂອງ “ໝໍ້ໄຟອາຊີ”.

ສຳລັບການສ້າງຕັ້ງບໍລິສັດຮ່ວມທຶນ Super Holding ເປັນບໍລິສັດທີ່ບໍລິຫານຈັດການພະລັງງານສະອາດໃນ ສປປ ລາວ ຢ່າງຄົບວົງຈອນ, ທັງການບໍລິຫານຈັດການຊັບສິນ, ບໍລິຫານການຈັດຈຳໜ່າຍພະລັງງານຢູ່ຕ່າງປະເທດ ແລະ ເປັນບໍລິສັດຫຼັກທີ່ຈະໃຊ້ເຂົ້າໃນການລົງທຶນໃນທຸລະກິດພະລັງງານສະອາດຂອງປະເທດ ຫຼື ທຸລະກິດອື່ນໆທີ່ກ່ຽວຂ້ອງໃນອະນາຄົດຂອງ ສປປ  ລາວ.

ໂອກາດດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນວ່າ: ການສ້າງຕັ້ງບໍລິສັດຮ່ວມທຶນ ຊຸບເປີ ໂຮນດິງ (Super Holding) ແມ່ນການຮ່ວມມືພັດທະນາລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ EA, ໂດຍແມ່ນລັດຖະບານ ແຫ່ງ ສປປ ລາວ ເປັນຜູ້ຖືຮຸ້ນລາຍໃຫຍ່ ແລະ ຍັງເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງລັດຖະບານຕໍ່ກັບການຊຸກຍູ້ສົ່ງເສີມການພັດທະນາ ແລະ ການເຕີບໂຕສີຂຽວຂອງປະເທດ.

ທ່ານ ລັດຖະມົນຕີ ກະຊວງການເງິນ ຍັງໃຫ້ຮູ້ອີກວ່າ​ ບໍລິສັດຮ່ວມທຶນຈະກາຍເປັນເສົາຫຼັກໃນການລະດົມທຶນ, ສົ່ງເສີມໃຫ້ເກີດການລົງທຶນ ແລະ ອຸດສາຫະກໍາໃໝ່, ອັນເປັນການປະກອບສ່ວນສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດໃນໄລຍະຍາວ. 

ທ່ານ ສົມໂພດ ອາຫຸໄນ ກ່າວວ່າ: ການຮ່ມມືຄັ້ງນີ້ ຈະສ້າງຕະຫຼາດສົ່ງອອກ Carbon  Credit ແລະ ອຸດສາຫະກໍາສີຂຽວລວມທັງການປະຕິຮູບໂຄງລ່າງພື້ນຖານດ້ານພະລັງງານໃນປະເທດໃຫ້ມີຄວາມພ້ອມໃນການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ໃນອະນາຄົດ ແລະ  ໜັບສະໜູນເປົ້າໝາຍຍຸດທະສາດແຫ່ງຊາດໃນການເປັນແບັດເຕີຣີຂອງອາຊີໃຫ້ບັນລຸຕາມລະດັບຄາດໝາຍ.

ໂດຍໃນໄລຍະທໍາອິດບໍລິສັດຈະຮັບໂອນໂຄງການເຂື່ອນຕ່າງໆເຂົ້າມາບໍລິຫານຈັດການພາຍໃຕ້ ບໍລິສັດກວ່າ 7GW ແລະ ຈະເປັນຕົວແທນໃນການບໍລິຫານຈັດການໂຄງການພະລັງງານທົດແທນ ແລະ ການສົ່ງອອກພະລັງງານໄຟຟ້າທັງໝົດ ໂດຍບໍລິສັດຈະໄດ້ຮັບໄລຍະເວລາສໍາປະທານຕື່ມອີກ 25 ປີ.

ໂດຍລັດຖະບານຈະສະໜັບສະໜູນການນໍາໃຊ້ຍານພາຫະນະໄຟຟ້າ, ເພື່ອຫຼຸດຜ່ອນການນໍາເຂົ້ານໍ້າມັນດິບຂອງປະເທດຄຽງຄູ່ກັບການໃຫ້ສິດບໍລິສັດ EA ລະດົມທຶນ, ໂດຍມີຈຸດປະສົງເພື່ອລະດົມທຶນເປັນມູນຄ່າທັງໝົດ 1,000 ລ້ານໂດລາສະຫະລັດ, ເພື່ອຟື້ນຟູທຶນສຳຮອງລະຫວ່າງປະເທດ, ຫຼຸດຜ່ອນໜີ້ສິນເພີ່ມມູນຄ່າຂອງເງິນກີບ KIP ແລະ ເພີ່ມທະວີຄວາມເຊື່ອໝັ້ນຂອງນັກລົງທຶນເຊິ່ງໃນໄລຍະກາງ 2-3 ປີຈະສ້າງບັນດາໂຄງການທີ່ມີມູນຄ່າເພີ່ມຄືລະບົບເກັບຮັກສາພະລັງງານແສງຕາເວັນ Floating  ແລະ ປັບປຸງປະສິດທິພາບຂອງໂຄງການຕ່າງໆຂະຫຍາຍຕະຫຼາດສົ່ງອອກໄຟຟ້າຂອງສປປ ລາວ, ສະໜັບສະໜູນການນຳໃຊ້ຍານຍົນໄຟຟ້າ, ພ້ອມກັບການຂະຫຍາຍສະຖານີສາກໄຟໃຫ້ກວມທົ່ວປະເທດ.

ທີ່ມາ:

https://www.mof.gov.la/index.php/2024/05/14/mof-gov-la-index-php-2024-05-13-super-holding-ea

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/