ທາງກະຊວງສາທາລະນະສຸກ ແລະບໍລິສັດຜະລິດຢາຈາກສປ.ຈີນ ກຳລັງພັດທະນາການຜະລິດວັກຊີນປ້ອງກັນໂຄວິດ 19 ໃນລາວ.
ໃນການພົບປະຄັ້ງນີ້ຂອງທ່ານປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ ຕ້ອນຮັບ ທ່ານ Ding Yuefan ຕາງໜ້າບໍລິສັດຜະລິດຢາຢວນຊູ ແລະ ຕາງໜ້າໃຫ້ບໍລິສັດຄົ້ນຄວ້າຜະລິດວັກຊີນຕ້ານໂຄວິດ-19 ຈາກບໍລິສັດ StemiRNA ໄດ້ປຶກສາຫາລືກັນ ຈັດຕັ້ງໂຄງການການຄົ້ນຄວ້າ ແລະ ຜະລິດວັກຊີນໃນລາວ ເພື່ອຊ່ວຍເຫຼືອປະຊາຊົນລາວຕໍ່ສູ້ກັບພະຍາດລະບາດດັ່ງກ່າວ ພ້ອມກັບການເຂົ້າເຖິງການສັກຢາທີ່ສະດວກຂຶ້ນ.
ບໍລິສັດ StemiRNA ແມ່ນບໍລິສັດທຳອິດໃນຈີນທີ່ໄດ້ນຳໃຊ້ການປິ່ນປົວແບບ mRNA ໃນສູດເທັກໂນໂລຍີຂອງອະນຸພາກຂະໜາດນ້ອຍທີ່ທັນສະໄໝ. ດ້ວຍເຫດນັ້ນ, ພວກເຂົາຈະສາມາດຈັດຫາການຮັກສາປິ່ນປົວທີ່ໄດ້ຜົນດີໃຫ້ໄດ້.
ທີ່ມາ: https://bit.ly/3AVjTy2
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/