Gavin Newsom ເຈົ້າແຂວງຄາລິຟໍເນຍໄດ້ອະນຸມັດກົດໝາຍຄຸ້ມຄອງສໍາລັບທຸລະກິດທີ່ກ່ຽວຂອງກັບ crypto, ໂດຍຈະບັງຄັບໃຊ້ກົດລະບຽບຢ່າງເຂັ້ມງວດໃນອີກ 18 ເດືອນຂ້າງໜ້າ.
ເຊິ່ງໃນຖະແຫຼງການຫຼ້າສຸດເມື່ອວັນເສົາທີ່ຜ່ານມາ, Gavin Newsom ເຈົ້າແຂວງຄາລິຟໍເນຍໄດ້ປະກາດວ່າຮ່າງກົດໝາຍຈະໃສ່ຊື່ວ່າ “Digital Financial Assets Law” ໂດຍຈະກຳນົດໃຫ້ທັງບຸກຄົນ ແລະ ບໍລິສັດຕ້ອງຂໍໃບອະນຸມັດຈາກກະຊວງການຄຸ້ມຄອງທາງການເງິນ ແລະ ນະວັດຕະກຳ (DFPI) ເພື່ອປະກອບເຂົ້າໃນທຸລະກິດທີ່ກ່ຽວກັບ crypto. ໂດຍຮ່າງກົດໝາຍດັ່ງກ່າວມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດ 2025.

ໃນເອກະສານທາງກົດໝາຍດັ່ງກ່າວໄດ້ລະບຸ ກ່ຽວກັບກົດໝາຍການສົ່ງເງິນຂອງລັດຄາລິຟໍເນຍ ເຊິ່ງຫ້າມບໍ່ໃຫ້ມີການເຮັດທຸລະກຳໂດຍບໍ່ໄດ້ຮັບການອະນຸຍາດຈາກ DFPI
ຢ່າງໃດກໍຕາມ, ຮ່າງກົດໝາຍ crypto ໃໝ່ນີ້ຈະອະນຸຍາດໃຫ້ DFPI ສາມາດກຳນົດຂໍ້ກຳນົດການກວດສອບທີ່ເຂັ້ມງວດສຳລັບບໍລິສັດ crypto, ລວມເຖິງສາມາດບັງຄັບໃຫ້ພວກເຂົາເຫຼົ່ານັ້ນປະຕິບັດຕາມຂໍ້ກຳນົດທີ່ຕັ້ງຂຶ້ນ.
“ຮ່າງກົດໝາຍນີ້, ກຳນົດໃຫ້ຜູ້ອອກໃບອະນຸຍາດສາມາດເກັບຮັກສາໃບອະນຸຍາດໄດ້ເປັນເວລາ 5 ປີຫຼັງຈາກເລີ່ມດໍາເນີນການ. ລວມທັງຜູ້ອອກໃບອະນຸຍາດຈະຕ້ອງບັນທຶກ ແລະ ຮັກສາຂໍ້ມູນບັນຊີແຍກປະເພດທົ່ວໄປຢ່າງໜ້ອຍໜຶ່ງຄັ້ງຕໍ່ເດືອນ, ເຊິ່ງຕ້ອງໄດ້ສະແດງລາຍຊື່ຊັບສິນ, ໜີ້ສິນ, ທຶນ, ລາຍໄດ້ ແລະ ຄ່າໃຊ້ຈ່າຍທັງໝົດຂອງຜູ້ຮັບໃບອະນຸຍາດ. ຫາກບໍ່ເຮັດຕາມຮ່າງກົດໝາຍທີ່ກຳນົດໄວ້ ຜູ້ຮັບໃບອະນຸຍາດຈະຕ້ອງປະເຊີນກັບມາດຕະການບັງຄັບ”
ໃນເວລາດຽວກັນນີ້ເມື່ອປີ 2022, Gavin Newsom ໄດ້ປະຕິເສດທີ່ຈະລົງນາມໃນຮ່າງກົດໝາຍທີ່ຄ້າຍຄືກັນ. ເຊິ່ງແມ່ນກົດໝາຍທີ່ຊ່ວຍສ້າງກອບການອອກໃບອະນຸຍາດ ແລະ ລະບຽບການສຳລັບຊັບສິນດິຈິຕອນໃນຄາລິຟໍເນຍ.
ເຖິງແມ່ນວ່າຮ່າງກົດໝາຍດັ່ງກ່າວໄດ້ຜ່ານສະພາສູງລັດຄາລິຟໍເນຍ ໂດຍບໍ່ມີຝ່າຍຄ້ານກໍຕາມ, ແຕ່ Gavin Newsom ກໍໄດ້ສົ່ງຮ່າງກົດໝາຍນີ້ກັບຄືນ “ໂດຍບໍ່ມີລາຍເຊັນ” ເຊິ່ງລາວກ່າວວ່າ ຮ່າງກົດໝາຍນີ້ບໍ່ມີຄວາມຫົດຢືດພໍທີ່ຈະນຳທັນການປ່ຽນແປງທີ່ໄວວາຂອງອຸດສາຫະກໍາ crypto.
ແລະໃນເວລານັ້ນ, Gavin Newsom ກໍກ່າວຕື່ມອີກວ່າ ລາວຖ້າລະບຽບການທີ່ຊັດເຈນຂອງລັດຖະບານກາງກ່ອນທີ່ຈະເຮັດວຽກຮ່ວມກັບສະພານິຕິບັນຍັດເພື່ອເລີ່ມຕົ້ນການອອກໃບອະນຸຍາດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/