ພະຍາດໄວຣັສປອດອັກເສບ ຫຼືໃນຊື່ ພະຍາດໂຄວິດ-19 (Covid-19) ທີ່ຄົນທົ່ວໂລກຮູ້ຈັກດີ ແລະ ເປັນໜຶ່ງໃນໂຣກລະບາດທີ່ກຳລັງແຜ່ລາມໄປທົ່ວທຸກມຸມໂລກ.
ພະຍາດໂຄວິດ-19 ສາມາດເຮັດໃຫ້ເຈົ້າເສຍຊີວິດໄດ້ ແລະ ສາມາດຕິດຕໍ່ກັນໄດ້ງ່າຍໆພຽງແຕ່ການສຳຜັດ ຫຼື ການຢູ່ໃກ້ຊິດກັນ. ຟັງເບິ່ງແລ້ວພະຍາດນີ້ມັນເປັນຕາຢ້ານແທ້ໆ ແລ້ວຖ້າມື້ໃດມື້ໜຶ່ງເຮົາເປັນໜຶ່ງໃນຜູ້ທີ່ຕິດເຊື້ອນີ້ ເຮົາຈະມີວິທີຮັບມືກັບມັນໄດ້ແນວໃດ? ແລ້ວເຮົາຈະຮູ້ໄດ້ແນວໃດເມື່ອເຮົາຕິດໂຄວິດ? ປິ່ນປົວແນວໃດ? ມາເລີ່ມກັນໄດ້ເລີຍ.

- ຕິດໂຄວິດມາຈາກໃສ?
ເຮົາບໍ່ສາມາດຮູ້ໄດ້ເລີຍວ່າເຮົາຕິດໂຄວິດມາຈາກໃສ, ຕອນໃດ ແລະ ເວລາໃດ ເຖິງແມ່ນວ່າຈະຢູ່ແຕ່ເຮືອນ, ເວັ້ນໄລຍະຫ່າງ ແລະ ປ້ອງກັນຕົນເອງເປັນຢ່າງດີກ່ອນອອກໄປນອກ ຄື ໃສ່ຜ້າອັດປາກທຸກຄັ້ງ, ສີດແອລກໍຮໍຂ້າເຊື້ອ,ໃຊ້ເຈວລ້າງມື ແຕ່ກໍຍັງສາມາດຕິດເຊື້ອໄດ້ ຍ້ອນວ່າໂຄວິດສາມາດແຜ່ລາມໄປໄດ້ໃນທຸກບ່ອນທຸກທີ່ໃນອາກາດ ແລະ ການໄປມາຫາສູ່ກັນລະຫວ່າງຄົນໃນຄອບຄົວ ຫຼື ຄົນໃກ້ຊິດກໍເຮັດໃຫ້ເຮົາຕິດເຊື້ອໄດ້ ເພາະວ່າຄົນເຮົາແມ່ນພາຫະນຳເຊື້ອ.
+ ຂໍ້ແນະນຳ: ຫຼີກເວັ້ນການໄປສະຖານທີ່ ທີ່ເປັນເຂດພື້ນທີ່ສີແດງ ແລະ ສະຖານທີ່ທີ່ມີຄົນແອອັດຫຼືຈຳນວນຫຼາຍ, ງົດອອກຈາກເຮືອນຖ້າບໍ່ຈໍາເປັນ, ຖ້າມີເຫດຈຳເປັນຕ້ອງອອກໄປນອກເຮືອນຄວນໃສ່ຜ້າອັດປາກ ແລະ ຖືນ້ຳຢາຂ້າເຊື້ອ ຫຼື ເຈວຂ້າເຊື້ອຕະຫຼອດເວລາ.

- ອາການກ່ອນ ແລະ ຫຼັງຖືກແຈ້ງວ່າຕິດໂຄວິດເປັນແນວໃດ?
ຖ້າເຮົາຕິດໂຄວິດອາການຈະສະແດງສະໃຫ້ເຫັນຢູ່ສອງໄລຍະຄືກ່ອນ ແລະ ຫຼັງ.
+ ອາການກ່ອນຕິດໂຄວິດ:
– ຄັນຄໍ
– ໄອ (ບໍ່ມີຂີ້ກະເທີ່)
– ເຈັບຫົວ
– ຕັນດັງ(ບໍ່ມີນ້ຳມູກ)
– ມີຜື່ນ (ເປັນຜື່ນຝົດບໍ່ຄັນ ແຕ່ເປັນຜື່ນແດງຄັນ)
+ ອາການຫຼັງຕິດໂຄວິດ:
– ດັງບໍ່ໄດ້ກິ່ນ, ຕັນດັງ
– ໄອ (ບໍ່ມີຂີ້ກະເທີ່)
– ມີອາການອິດເມື່ອຍ
– ເປັນຜື່ນ (ຄັນກວ່າເກົ່າ)
ລັກສະນະອາການຂອງຮ່າງກາຍຂອງແຕ່ລະຄົນແມ່ນຈະບໍ່ຄືກັນ ເພາະມີຫຼາຍຄົນທີ່ເຂົ້າຮັກສາພ້ອມກັນຈະມີອາການທີ່ແຕກຕ່າງກັນອອກໄປຄື: ເປັນຫວັດນ້ຳມູກໄຫຼ, ເປັນໄຂ້, ເຈັບຫົວ, ປວດຕາມກ້າມຊີ້ນ (ປວດຕົວ).
+ ຂໍ້ແນະນຳ: ຖ້າຮູ້ສຶກວ່າຕົນເອງມີຄວາມສ່ຽງທີ່ຈະຕິດໂຄວິດ ຫຼື ມີອາການຄ້າຍຄືທີ່ກ່າວມາ ຄວນປຶກສາແພດໝໍ, ຕິດຕາມອາການຂອງຕົນເອງ ຫຼື ນຳເອົາເຊື້ອໄປກວດ ແລະ ຖ້າຜົນກວດອອກມາວ່າຕິດໂຄວິດຄວນຮັບການປິ່ນປົວທັນທີເທົ່າທີ່ເປັນໄປໄດ້.
• ຈາກອາການທີ່ກ່າວມາຂ້າງເທິງຫຼາຍຄົນກໍສົງໄສກ່ຽວກັບອາການດັງບໍ່ໄດ້ກິ່ນວ່າ ດັງບໍ່ໄດ້ກິ່ນຈັກມື້,ຮູ້ສຶກແນວໃດຕອນທີ່ດັງບໍ່ໄດ້ກິ່ນ ແລະ ເຮັດແນວໃດຈຶ່ງຫາຍດີ?
+ ສຳລັບອາການດັງບໍ່ໄດ້ກິ່ນ ໄລຍະເວລາຂອງອາການແມ່ນຈະແຕກຕ່າງກັນໄປແຕ່ລະບຸກຄົນ
+ ຄວາມຮູ້ສຶກທີ່ບໍ່ໄດ້ກິ່ນ: ແມ່ນບໍ່ສາມາດຮັບຮູ້ກິ່ນຫຍັງໄດ້ເລີຍ ຕົວຢ່າງຄື: ເອົາສະໜຸນໄພທີ່ມີກິ່ນແຮງໆມາດົມກໍຮູ້ສຶກວ່າບໍ່ມີກິ່ນ, ເວລາກິນເຂົ້າກໍຮູ້ສຶກວ່າມີຣົດຊາດສົ້ມ ແລະ ລອງດົມຢາດົມກໍສໍາຜັດໄດ້ແຕ່ຄວາມເຢັນແຕ່ບໍ່ໄດ້ຮັບຮູ້ກິ່ນຫຍັງເລີຍ.
+ ເຮັດແນວໃດຈຶ່ງຫາຍດີ: ອີງຕາມຄຳແນະນຳຂອງແພດໝໍແລ້ວແມ່ນອາການຈະເຊົາເອງໂດຍບໍ່ຕ້ອງເຮັດຫຍັງ.

- ວິທີການປິ່ນປົວ
ຫຼັງຈາກທີ່ກວດພົບເຊື້ອແລ້ວກໍຈະຖືກນຳຕົວໄປຮັກສາຢູ່ທີ່ສູນກັກຕົວ ແລະ ທາງແພດໝໍເພິ່ນຈະເລີ່ມປິ່ນປົວຕາມອາການຂອງເຮົາ ໃຜມີອາການແບບໃດແພດໝໍກໍຈະວາງຢາໃຫ້ຕາມຄວາມເໝາະສົມ. ສຳລັບນະໂຍບາຍການບໍລິຫານຮ່າງກາຍໃນແຕ່ລະພື້ນທີ່ນັ້ນ ຂຶ້ນກັບປັດໄຈທາງສະພາບແວດລ້ອມ, ຈຳນວນຄົນ ແລະ ອາການໜັກເບົາຕ່າງກັນ ເຊັ່ນ ຜູ້ປ່ວຍທີ່ຢູ່ໃນສະຖານທີ່ຄັບແຄບ ຫຼື ທີ່ມີອາຍຸສູງ, ມີລູກນ້ອຍ, ອາການຮຸນແຮງກໍບໍ່ສາມາດເຂົ້າຮ່ວມກິດຈະກຳໄດ້. ການມີສະຕິ ພ້ອມທັງມີລະດັບສະພາບຈິດໃຈທີ່ແຂງແຮງນັ້ນກໍເປັນສິ່ງສຳຄັນໃນການຕໍ່ສູ້ກັບໂຣກນີ້ເທົ່າທຽມກັບສະພາບຮ່າງກາຍເລີຍ.
+ ຂໍ້ແນະນຳ: ຄວນກິນຢາຕາມທີ່ແພດໝໍເພິ່ນວາງໃຫ້ ແລະ ປະຕິບັດຕາມຄຳແນະນຳຂອງເພິ່ນ.

- ຫຼັງຈາກກັກຕົວຢູ່ສູນຄົບ 14 ມື້ກ່ອນກັບໄປກັກຕົວຕໍ່ຢູ່ເຮືອນ ຈຳເປັນຕ້ອງກວດເຊື້ອຄືນອີກຫຼືບໍ່?
ບໍ່ຈຳເປັນຕ້ອງກວດຄືນກໍໄດ້ ເພາະຈາກການສຶກສາແມ່ນ ຫຼັງຈາກທີ່ເຊື້ອໂຄວິດຢູ່ໃນຮ່າງກາຍເຮົາເກີນ10ມື້ ເຊື້ອມັນຈະຕາຍ (ບໍ່ມີຄວາມໝາຍ) ແລະ ຖ້າກວດພົບກໍຈະຍັງເຫຼືອແຕ່ຊາກທີ່ຕາຍແລ້ວ ເຊິ່ງຊາກມັນຈະບໍ່ສາມາດແຜ່ເຊື້ອໃຫ້ກັບຄົນອື່ນໄດ້.
• ຕາມຄຳແນະນຳຂອງອົງການອະນາໄມໂລກ WHO ໄດ້ບອກວ່າ: ຕັ້ງແຕ່ມື້ຮູ້ວ່າຜົນກວດເປັນບວກ (+) ຖ້າມີອາການແມ່ນໃຫ້ກັກຕົນເອງເປັນເວລາ 10 ມື້ ແລະ ອີກ 3 ມື້ທີ່ບໍ່ມີອາການຫຍັງ.
+ ສຳລັບຢູ່ລາວແມ່ນ:
– ຖ້າບໍ່ມີອາການຈະຕ້ອງກັກຕົວຢູ່ໂຮງໝໍ 14 ມື້
– ຖ້າມີອາການຈະຕ້ອງກັກຕົວຢູ່ໂຮງໝໍຢ່າງໜ້ອຍ 17 ມື້ (14 ມື້ຫຼັງຈາກເລີ່ມມີອາການ ແລະ 3ມື້ທີ່ບໍ່ມີອາການຫຍັງ)
ແລະຫຼັງຈາກທີ່ອອກຈາກໂຮງໝໍແມ່ນຕ້ອງໄດ້ກັກຕົວເພີ່ມອີກ 7-14 ມື້.

- ຖ້າເຮົາຕິດໂຄວິດແລ້ວ ເຮົາສາມາດຕິດຄືນໄດ້ອີກບໍ່?
ອີງຕາມຫຼາຍໆງານວິໄຈ ເປັນໄປໄດ້ວ່າເຮົາສາມາດຕິດຄືນໄດ້ ແຕ່ອາດຈະເປັນໃນໄລຍະເວລາທີ່ຫ່າງອອກໄປ (ສຳລັບເລື່ອງໄລຍະເວລາທີ່ເຮົາສາມາດຕິດຄືນໄດ້ນັ້ນອາດບໍ່ຮູ້ໄດ້ແນ່ນອນ ແຕ່ຄາດວ່າອາດຈະເປັນຫລັງ 6 ເດືອນຂຶ້ນໄປ ນັບຈາກມື້ທີ່ເຮົາຕິດ).
ນອກຈາກນີ້ຍັງມີກໍລະນີຂອງຊາຍໜຸ່ມ Hong Kong ທີ່ລາວມີສຸຂະພາບແຂງແຮງດີ ແລ້ວລາວຕິດໂຄວິດເປັນຄັ້ງທີສອງ ຫຼັງຈາກທີ່ລາວເຄີຍຕິດໂຄວິດຄັ້ງທຳອິດເມື່ອ 4 ເດືອນກ່ອນ ນັກວິທະຍາສາດກ່າວວ່າ ກໍລະນີນີ້ເປັນການຕິດເຊື້ອຈາກສາຍພັນໂຄວິດທີ່ຕ່າງຈາກຄັ້ງກ່ອນ (ສາຍພັນໃໝ່).
ຈາກສະຖານະການປັດຈຸບັນນີ້ ເຮົາບໍ່ຮູ້ໄດ້ເລີຍວ່າມື້ໃດພະຍາດໂຄວິດ-19 ຈະຫາຍໄປຈາກໂລກເຮົາ ຫຼື ມັນອາດຈະຢູ່ກັບເຮົາຕະຫຼອດໄປກໍເປັນໄດ້, ຖ້າເປັນແນວນັ້ນເຮົາທຸກຄົນຄວນຮຽນຮູ້ທີ່ຈະປັບຕົວ ແລະ ຢູ່ຮ່ວມກັບມັນ ໃຊ້ຊີວິດແບບມີສະຕິ ແລະ ບໍ່ປະໝາດ.
ທີ່ມາ: https://bit.ly/2YP24D8
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/