ລັດຖະບານ​ກຳລັງ​ພິຈາລະນາ​ຂໍ້​ສະ​ເໜີ​ເພີ່ມ​ເງິນ​ສະໜັບສະໜູນ​ໃຫ້​ພະນັກງານ​ວິ​ສາ​ຫະກິດ ​ເພື່ອ​ຊ່ວຍ​ແກ້​ໄຂ​ຄ່າ​ຄອງ​ຊີບ​ທີ່​ເພີ່ມ​ຂຶ້ນ.

ຂໍ້​ສະ​ເໜີ​ດັ່ງ​ກ່າວ​ແມ່ນ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ກອງ​ປະ​ຊຸມ​ປະ​ຈຳ​ເດືອນ​ ສິງຫາ ຂອງ ລັດຖະບານ ທີ່ຂຶ້ນເມື່ອວັນຈັນທີ່ຜ່ານມາ.

ຄົນງານໃນລາວ ທີ່ຍັງໄດ້ຄ່າແຮງຕໍ່າ ຍັງຕ້ອງປະສົບກັບບັນຫາຄ່າຄອງຊີບທີ່ເພີ່ມຂຶ້ນ ສືບເນື່ອງຈາກ ໄພເງິນເຟີ້ສູງ ແລະ ການອ່ອນຄ່າຂອງເງິນກີບ.

ອັດຕາເງິນເຟີ້ ເດືອນກໍລະກົດ 2024 ຍັງສືບຕໍ່ເໜັງຕີງເພີ່ມຂຶ້ນຈາກເດືອນຜ່ານມາ ຢູ່ໃນລະດັບ 26,1% (ເດືອນມິຖຸນາ 2024 ຢູ່ໃນລະດັບ 26,2%). ທ່າມກາງ ການອ່ອນຄ່າຂອງເງິນກີບ ແລະ ລາຄານໍ້າມັນເຊື້ອໄຟທີ່ເພີ່ມຂຶ້ນໃນທົ່ວໂລກ.

ອີງຕາມທະນາຄານແຫ່ງ ສປປ ລາວ, ອັດຕາເງິນເຟີ້ໃນລາວ ໄດ້ບັນລຸເຖິງ 2 ຕົວເລກ ນັບຕັ້ງແຕ່ເດືອນພຶດສະພາ 2022 ແລະ ສູງສຸດ 41.26 ເປີເຊັນ ໃນເດືອນກຸມພາ 2023. ເຊິ່ງລັດຖະບານລາວ ວາງເປົ້າໝາຍ ທີ່ຈະດຶງອັດຕາເງິນເຟີ້ລົງມາເປັນຕົວເລກດຽວ ພາຍໃນທ້າຍປີນີ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອບໍ່ດົນມານີ້, ຄະນະ​ລັດຖະບານ​ໄດ້​ກ່າວ​ຕໍ່​ສະພາ​ແຫ່ງ​ຊາດ​ວ່າ​ບໍ່​ມີ​ທ່ອ່ຽງທີ່ຈະສາມາດ ​ບັນລຸຕາດ​ເປົ້າ​ໝາຍ​ດັ່ງກ່າວໄດ້.

​ໃນກອງປະຊຸມຂອງລັດຖະບານ ທ່ານ​ນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ຫົວ​ຂໍ້​ຮ້ອນ​ທີ່​ຕ້ອງ​ສຸມ​ໃສ່​ແກ້​ໄຂ​ຢ່າງ​ຮີບ​ດ່ວນ, ​ໃນ​ນັ້ນ​ມີ​ການ​ທ້າ​ທາຍ​ດ້ານ​ເສດຖະກິດ, ການ​ເງິນ, ການ​ສຶກສາ, ການ​ອອກ​ແຮງ​ງານ, ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ ​ແລະ ບັນຫາ​ສັງຄົມ​ອື່ນໆ.

ອີງຕາມການລາຍງານຂອງ ໜັງສືີພີມ ວຽງຈັນທາມ, ບົດ​ລາຍ​ງານ​ທີ່​ນຳ​ສະ​ເໜີ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຂອງ​ສະພາ​ແຫ່ງ​ຊາດ​ເມື່ອ​ບໍ່​ດົນ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ​ໄດ້​ກະທົບ​ເຖິງ​ການ​ສຶກສາ. ອັດຕາ​ການ​ອອກ​ໂຮງຮຽນ​ໄດ້​ບັນລຸ​ລະດັບ​ທີ່​ໜ້າ​ຕົກ​ໃຈ, ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ຕໍ່​ຊັບພະຍາກອນ​ມະນຸດ​ໃນ​ອະນາຄົດ.

 ຂະນະດຽວກັນ, ອັດຕາເງິນເຟີ້ສູງ ແລະ ການອ່ອນຄ່າຂອງເງິນກີບ ໝາຍຄວາມວ່າ ຄົນງານໄດ້ຮັບຄ່າຈ້າງໜ້ອຍລົງ, ເຮັດໃຫ້ຄວາມສາມາດໃນການໃຊ້ຈ່າຍຫຼຸດລົງ ອັນນຳມາສູ່ແຮງກົດດັນເຮັດໃຫ້ຫຼາຍຄົນໄປຊອກວຽກເຮັດງານທຳຢູ່ຕ່າງປະເທດ, ເຮັດໃຫ້ເກີດການຂາດແຄນແຮງງານພາຍໃນ.

ທີ່ມາ: Vientiane Times

https://www.vientianetimes.org.la/freefreenews/freecontent_165_Govt_mulls_y24.php