ລຖບ ກຽມເພີ່ມຄ່າແຮງຂັ້ນຕໍ່າເປັນ 2.2 ລ້ານ ກີບ/ເດືອນ ຄາດເລີ່ມປະຕິບັດ ຕົ້ນປີ 2025


ກະຊວງການເງິນ ກຳລັງເລັ່ງຄົ້ນຄວ້າ ປັບປຸງ ໂຄງສ້າງດັດສະນີເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆຕື່ມອີກເປັນ 2 ລ້ານ 2.2 ລ້ານ ກີບ/ເດືອນ ໂດຍໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດງວດ 1 ປີ 2025.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຊີ້ແຈງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 13 ມິຖຸນາ 2024 ວ່າ: ອີງໃສ່ສະພາບເງິນກີບອ່ອນຄ່າໃນປັດຈຸບັນ, ລັດຖະບານ ໄດ້ສືບຕໍ່ໃຫ້ ກະຊວງພາຍໃນ, ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າປັບປຸງໂຄງສ້າງເງິນເດືອນຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດ.

ລັດຖະມົນຕີກະຊວງການເງິນ ກ່າວວ່າ: ກະຊວງການເງິນ ຈະຄົ້ນຄວ້າຄວາມອາດສາມາດໃນການເພີ່ມເງິນເດືອນຂຶ້ນຕື່ມ. ຜ່ານການຄົ້ນຄວ້າເບື້ອງຕົ້ນ ຄາດວ່າຈະສູ້ຊົນຍົກລະດັບປັບປຸງເງິນນະໂຍບາຍເງິນເດືອນຕໍ່າສຸດ ມາຢູ່ໃນລະດັບ 2 ລ້ານ ຫາ 2.2 ລ້ານກີບ, ເຊິ່ງຈະເຮັດໃຫ້ ລາຍຈ່າຍເງິນເດືອນເພີ່ມຂຶ້ນ ປະມານ 8-18% ຂອງລາຍຈ່າຍເງິນເດືອນຕໍ່າສຸດຂອງປີ 2024 ດ້ວຍການປັບປຸງ ໂຄງສ້າງດັດສະນີເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆເຂົ້າສູ່ລະບົບເງິນເດືອນ ໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດງວດ 1 ປີ 2025 ເປັນຕົ້ນໄປ.

ໃນໄລຍະທີ່ຜ່ານມາ ລັດຖະບານໄດ້ພະຍາຍາມຢ່າງໜັກໃນການປັບດັດສະນີເງິນເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ ເພື່ອຊ່ວຍເຫຼືອແບ່ງເບົາປະຊາຊົນໃນການຮັບກັບຄ່າຄອງຊີຍທີ່ເພີ່ມສູງຂຶ້ນ ຈາກໄພເງິນເຟີ້ ແລະ ເງິນກີບອ່ອນຄ່າ.

ປີ 2023 ລັດຖະບານໄດ້ຄົ້ນຄວ້າເພີ່ມເງິນຄ່າ ຄອງຊີບ 150,000 ກີບ ແລະ ຍົກລະດັບເງິນເດືອນສຸດທິຕໍ່າສຸດ ຂອງພະນັກງານມາເປັນ 1,700,000 ກີບ ແລະ ໃນປີ 2024 ໄດ້ສືບຕໍ່ເພີ່ມຄ່າຄອງຊີບຂຶ້ນອີກ 150,000 ກີບ ເຮັດໃຫ້ເງິນເດືອນພື້ນຖານຕໍ່າສຸດຂອງພະນັກງານ ລັດຖະກອນ ມາເປັນ 1,850,000 ກີບ, ເຊິ່ງເຫັນວ່າສາມາດແກ້ໄຂແບ່ງເບົາພາລະຄ່າຄອງຊີບໄດ້ໃນລະດັບໜຶ່ງ.

ເຖິງຢ່າງໃດກໍຕາມ ຈາກສະພາບການໃນປັດຈຸບັນ ທີ່ເງິນກີບຍັງສືບຕໍ່ອ່ອນຄ່າລົງ ຄ່າຄອງຊີບຂອງປະຊາຊົນທີ່ເພີ່ມຂຶ້ນ ຄ່າຈ້າງໃນລະດັບ 2.2 ລ້ານກີບຕໍ່ເດືອນ ອາດຍັງບໍ່ສອດຄ່ອງ ແລະ ບໍ່ພຽງພໍໃນການໃຊ້ຊີວິດໃນປັດຈຸບັນ.

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດິການສັງຄົມ ກ່າວໃນການຊີ້ແຈງຄຳຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ປັດຈຸບັນ ມີຫຼາຍຫົວໜ່ວຍແຮງງານຈ່າຍຄ່າແຮງງານຫຼາຍກວ່າການກຳນົດຄ່າແຮງງານຂັ້ນຕໍ່າແລ້ວ ສະເລ່ຍ ແມ່ນ 2.700.000 ກີບ, ແຕ່ອີງໃສ່ຄວາມຕ້ອງການໃນການໃຊ້ຈ່າຍຕົວຈິງ ຕ້ອງແມ່ນ 3.800.000 ຂຶ້ນໄປຈຶ່ງສາມາດຢູ່ໄດ້, ແຕ່ປັດໄຈຕົ້ນຕໍ ແມ່ນບັນຫາເສດຖະກິດ, ລາຄາສິນຄ້າສູງ, ເງິນເຟີ້ ລາຍຮັບບໍ່ກຸ້ມລາຍຈ່າຍ ເຊິ່ງເປັນໜຶ່ງເຫດຜົນ ທີ່ກະທົບໂດຍກົງ ຕໍ່ຜູ້ອອກແຮງງານ.

ດ້ວຍສະພາບການເສດຖະກິດ ເງິນຕາອ່ອນຄ່າ ແລະ ອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງ ຄ່າຈ້າງທີ່ຕ່ຳສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງແຮງງານລາວ ເຮັດໃຫ້ແຮງງານມີທ່າອ່ຽງທີ່ຫຼັ່ງໄຫຼອອກໄປເຮັດວຽກຢູ່ຕ່າງປະເທດເພີ່ມຂຶ້ນເລື້ອຍໆ.

ປັດຈຸບັນ, ມີແຮງງານລາວ ອອກໄປເຮັດວຽກຢູ່ຕ່າງປະເທດ ແບບຖືກຕ້ອງຕາມກົດໝາຍ 212,795 ຄົນ, ແຮງງານທີ່ໄປແບບຜິດກົດໝາຍຈໍານວນ 203,161 ຄົນ ແລະ ໄດ້ສົ່ງເງິນກັບຄືນປະເທດ ປະມານ 52,110,000 ໂດລາສະຫະລັດຕໍ່ເດືອນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/