ນັບຕັ້ງແຕ່ຣັດເຊຍຕ້ອງປະເຊີນໜ້າກັບການຂວໍ້າບາດທາງເສດຖະກິດ ຈາກທາງບັນດາປະເທດທາງຕາເວັນຕົກ ຣັດເຊຍກໍໄດ້ເລັ່ງມືສ້າງຄວາມສຳພັນທາງເສດຖະກິດຢ່າງໃກ້ຊິດກັບບັນດາປະເທດຕ່າງໆ ທີ່ນອກເໜືອຈາກຊາດທາງຕາເວັນຕົກ ໂດຍສະເພາະກັບປະເທດຈີນ ແລະ ປະເທດເສດຖະກິດເກີດໃໝ່ ໃຫ້ເປັນຕະຫຼາດໃໝ່ດ້ານພະລັງງານ ຂອງຣັດເຊຍ.

ຫຼ້າສຸດ Gazprom ລັດວິສາຫະກິດນຳ້ມັນຂະໜາດໃຫຍ່ຂອງຣັັດເຊຍ ເປີດເຜີຍວ່າທາງບໍລິສັດໄດ້ບັນລຸຂໍ້ຕົກລົງກັບທາງການຈີນ ທີ່ຈະເລີ່ມໃຊ້ສະກຸນເງິນຢວນແລກປ່ຽນກັບສະກຸນເງິນຣູເບິລຂອງຣັດເຊຍໂດຍກົງ ແທນທີ່ຈະໃຊ້ເງິນໂດລາຂອງອາເມຣິກາເປັນຕົວກາງໃນການຊຳລະຄ່າແກ໊ສ ແລະ ພະລັງງານຕ່າງໆ.

Alexei Miller ປະທານເຈົ້າໜ້າທີ່ບໍລິຫານຂອງບໍລິສັດ Gazprom ລະບຸວ່າ ການເປີດທາງໃຫ້ສາມາດຊຳລະເງິນດ້ວຍ ຣູເບິລຂອງຣັດເຊຍ ແລະ ເງິນຢວນຂອງຈີນ ຖືເປັນປະໂຫຍດຮ່ວມກັນສຳລັບທັງ Gazprom ແລະ ຄູ່ຄ້າຢ່າງ China National Petroleum Corporation ຂອງລັດຖະບານຈີນ.

ນອກຈາກນີ້ ຍັງໄດ້ເນັ້ນຍໍ້າອີກວ່າ ການຊື້ຂາຍດ້ວຍເງິນ ຣູເບິລກັບເງິນຢວນ ຈະເຮັດໃຫ້ການຄຳນວນມີຄວາມງ່າຍຫຼາຍຂຶ້ນ ແລະ ຈະກາຍເປັນຕົວຢ່າງທີ່ດີສຳລັບບໍລິສັດອື່ນໆ ລວມໄປເຖິງເປັນແຮງຊຸກຍູ້ເພີ່ມຕື່ມໃນການພັດທະນາເສດຖະກິດຂອງຣັດເຊຍກັບຈີນສູ່ລະດັບຕໍ່ໄປ.

ຢ່າງໃດກໍຕາມ Gazprom ຍັງບໍ່ໄດ້ລະບຸຢ່າງຊັດເຈນວ່າ ທັງ 2 ປະເທດນີ້ຈະເລີ່ມຊຳລະຄ່າພະລັງງານ ດ້ວຍເງິນ ຣູເບິລ ແລະ ເງິນຢວນ ແທນທີ່ຂອງເງິນໂດລາ ເມື່ອໃດ.
ໂດຍການປ່ຽນແປງຄັ້ງນີ້ເປັນສ່ວນໜຶ່ງໃນຄວາມພະຍາຍາມຂອງຣັດເຊຍ ໃນການລົດການເພິ່ງພາສະກຸນເງິນຫຼັກທີ່ຢູ່ໃນລະບົບການຄ້າ ແລະ ການທະນາຄານຂອງໂລກໃນຕອນນີ້ຢ່າງ ເງິນໂດລາ ຫຼື ເງິນຢູໂຣ ເພື່ອຕອບໂຕ້ມາດຕະການຂວໍ້າບາດຂອງບັນດາປະເທດຝັ່ງຕາເວັນຕົກ ຈາກກໍລະນີ ເຫດການຂອງ ຣັດເຊຍ-ຢູເຄຣນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment