ຢືນຢັນ! HyunA ປະກາດແຕ່ງງານກັບ Yong Jun Hyung ຫຼັງຄົບຫາພຽງ 6 ເດືອນ


ຄູ່ຮັກໄອດອລ HyunA  ແລະ Yong Junhyung ໄດ້ອອກມາປະກາດແຕ່ງງານກັນ ໂດຍພິທີຈະຖືກຈັດຂຶ້ນໃນເດືອນຕຸລາທີ່ຈະຮອດນີ້. ທາງຕົ້ນສັງກັດຂອງສາວ HyunA ໄດ້ອອກມາຢືນຢັນຂ່າວການກຽມຈັດງານວິວາຂອງທັງສອງເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກທີ່ສື່ຫຼາຍສຳນັກໄດ້ລາຍງານຂ່າວລືໃນຍາມເຊົ້າມື້ດຽວກັນ.

ທັງນີ້ ທັງສອງໄດ້ຄົບຫາດູແລເບິ່ງແຍງກັນເປັນເວລາ 6 ເດືອນກ່ອນທີ່ຈະຕັດສິນໃຈເຂົ້າພິທີວິວາ ທັງສອງເປັນໝູ່ທີ່ຮູ້ຈັກກັນດົນນານ ແລະ ຕ່າງເຂົ້າໃຈເຖິງຄວາມລຳບາກໃນການເຮັດວຽກໃນວົງການບັນເທິງເປັນຢ່າງດີ ແຕ່ດ້ວຍຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈກັນ ຈຶ່ງຕົກລົງປົງໃຈຢູ່ນຳກັນນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/