ເຊື່ອວ່າຫຼາຍຄົນຕອນຍັງນ້ອຍຄົງຈະເຄີຍຄິດວ່າຢາກເປັນທາຊານ ມາກ່ອນ ທີ່ເປັນມະນຸດຢູ່ໃນປ່າ ມີຄວາມສາມາດປີນຕົ້ນໄມ້ໄດ້ຢ່າງຊຳນານ ແຖມຍັງສາມາດຍ້າຍຈາກຕົ້ນໄມ້ໜຶ່ງໄປອີກຕົ້ນໄມ້ໜຶ່ງໄດ້ຢ່າງມີສະເໜ່.

ສຳລັບໃຜທີ່ຍັງຢາກເປັນທາຊານຢູ່ ອາດຍັງມີໂອກາດ ເພາະຫຼ້າສຸດ ມີຊາຍໜຸ່ມ ຊາວສະເປນຄົນໜຶ່ງ ຊື່ວ່າ ວິກເຕີ້ ອານູເອວ ຟານເຕສ (Víctor Manuel Fleites) ເຊິ່ງເປັນຜູ້ທີ່ມັກປີນໄຕ່ຕາມຕົ້ນໄມ້ຢ່າງ ອິດສະຫຼະ ແລະ ເປັນທີ່ຮູ້ຈັກການໃນ ສາຍາວ່າ “ທາຊານແຫ່ງ ບາເຊໂລນາ” ໄດ້ເປີດສອນ ວິທີທີ່ຈະເປັນທາຊານ (Tarzan Movement)

ສຳລັບການເປີດສອນ Tarzan Movement ໄດ້ຮັບແຮງບັນດານໃຈມາຈາກ ລີງ ໂດຍເລີ່ມຈາກການເບິ່ງຫາຕົ້ນໄມ້ ທີ່ມີກິ່ງໄມ້ ທີ່ເໝາະສົມສຳລັບການສອນ. ໂດຍການສອນຂອງລາວ ເນັ້ນໜັກໄປທາງການສອນການເຄື່ອນໄຫວ ບໍ່ວ່າຈະເປັນການປີນ ການໂດດ ການແກວ່ງຕົວ ເອີ້ນໄດ້ວ່າສອນເກືອບທຸກຢ່າງທີ່ ທາຊານ ຈະສາມາດເຮັດໄດ້.
ສ່ວນສະຖານທີ່ຮຽນ ແມ່ນຈະຈັດຂຶ້ນທີ່ສວນສາທາລະນະ Parque de la Ciudadela ໃນບາເຊໂລນາ ປະເທດ ສະເປນ ແລະ ມີຄ່າຮຽນຢູ່ທີ່ ຄັ້ງລະ 10 ຢູໂຣ ຫຼື ປະມານ 172.000 ຕໍ່ຄັ້ງ.

ວິກເຕີ້ ອານູເອວ ຟານເຕສ ເຈົ້າຂອງບົດຮຽນນີ້ໄດ້ກ່າວວ່າ: ເຮົາຈະເຄື່ອນໄຫວຄ້າຍຄືກັບສັດ ຈາກກິ່ງໄມ້ໜຶ່ງ ໄປຫາອີກກິ່ງໄມ້ໜຶ່ງ ມັນຄືກັບການເຝິກຝົນທາງດ້ານກິລາ ແຕ່ທ່ານກໍຈະສາມາດເປັນສ່ວນໜຶ່ງຂອງທຳມະຊາດໄດ້ພ້ອມ.
ປັດຈຸບັນໂຄງການນີ້ຂອງລາວໄດ້ຮັບຄວາມສົນໃຈຈາກຄົນໃນທ້ອງຖິ່ນຈຳນວນຫຼາຍ ແລະ ຖືກເບິ່ງວ່າ ນີ້ບໍ່ແມ່ນພຽງແຕ່ການເຝິກທັກສະທາງດ້ານກິລາເທົ່ານັ້ນ ເພາະມັນໄດ້ປະສົບປະສານ ສາດດ້ານກິລາ ເຂົ້າກັບ ການເຝິກຈິດ ໄປໃນຕົວ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/