ປັດຈຸບັນສະຖານະການໃນຊ່ອງແຄບໄຕ້ຫວັນນັ້ນຍັງບໍ່ມີທ່າທີວ່າຈະຜ່ອນຄາຍຄວາມເຄັ່ງຕຶງລົງເລີຍ ຫຼັງ ທ່ານ ນາງ ແນນຊີ ເພໂລຊີ ໄດ້ເດີນທາງມາຢາມໄຕ້ຫວັນ ແລະ ໄດ້ສ້າງຄວາມບໍ່ພໍໃຈໃຫ້ທາງການຈີນເປັນຢ່າງຍິ່ງ ເຮັດໃຫ້ຈີນນັ້ນປະກາດໃຊ້ມາດຕະການຂວໍ້າບາດຕ່າງໆ ແລະ ເຮັດການຊ້ອມຮົບ ເພື່ອຕອບໂຕ້ ແລະ ສະແດງຄວາມບໍ່ພໍໃຈຕໍ່ການກະທຳຄັ້ງນີ້ຂອງ ປະທານສະພາຜູ້ແທນ ແຫ່ງສະຫະລັດອາເຣິກາ.

ແຕ່ຫຼ້າສຸດ ແນນຊີ ເພໂລຊີ ປະທານສະພາຜູ້ແທນ ສະຫະລັດອາເມຣິກາ ໄດ້ອອກມາເນັ້ນຍໍ້າວ່າລາວບໍ່ໄດ້ຮູ້ສຶກເສຍໃຈຕໍ່ການຕັດສິນໃຈມາຢາມໄຕ້ຫວັນຂອງລາວເລີຍ ແລະ ບອກວ່າ “ນັ້ນເປັນສິ່ງທີ່ກຸ້ມຄ່າທີ່ສຸດ” ພ້ອມກ່າວຄຳເຫັນກ່ຽວກັບການຕອບໂຕ້ຂອງທາງການຈີນອິກວ່າ: “ສິ່ງທີ່ຈີນກຳລັງເຮັດ ເປັນສິ່ງທີ່ພວກເຂົາເຮັດຕາມປົກກະຕິຢູ່ແລ້ວ”
ເພໂລຊີ ບອກອີກວ່າ ການເດີນທາງມາຢາມໄຕ້ຫວັນນັ້ນ ແມ່ນໄດ້ຮັບການສະໜັບສະໜູນຢ່າງລົ້ນເຫຼືອ ຈາກທັງ 2 ພັກ ໃນສະພາ ແລະ ບອກອີກວ່າ ຈີນບໍ່ໄດ້ຮັບອະນຸຍາດໃຫ້ຈຳແນກໄຕ້ຫວັນ ແລະ ບໍ່ແມ່ນຜູ້ທີ່ຈະຖືກສັ່ງວ່າ ໃຜຄວນ ຫຼືບໍ່ຄວນມາຢາມເກາະແຫ່ງນີ້.

ທ່ານ ນາງ ເພໂລຊີ ຍັງໄດ້ຕັ້ງຄຳຖາມກ່ຽວກັບຄວາມເຄັ່ງຕຶງທີ່ເກີດຂຶ້ນອີກວ່າ ເປັນຫຍັງການມາຢາມໄຕ້ຫວັນຂອງຕົນ ຈຶ່ງໄດ້ຮັບຄວາມສົນໃຈຫຼາຍປານນີ້ ໃນຂະນະທີ່ກ່ອນໜ້ານີ້ກໍມີສະມາຊິກສະພາ ຈາກອາເມຣິກາກຸ່ມໜຶ່ງ ເດີນທາງມາຢາມໄຕ້ຫວັນກ່ອນແລ້ວ ແຕ່ກໍບໍ່ເຫັນມີຜົນກະທົບໃດໆຕາມມາເລີຍ.
ຂອບໃຈຂໍ້ມູນຈາກ:
ຂ່າວທີ່ກ່ຽວຂ້ອງ:
- https://laox.la/world-news/27286/
- https://laox.la/world-news/27178/
- https://laox.la/world-news/27167/
- https://laox.la/world-news/27151/
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment