ສານໃນປະເທດມຽນມາ ຕັດສິນຈຳຄຸກນາງແບບເປັນເວລາ 6 ປີ ຂໍ້ຫາເຜີຍແຜ່ພາບ Sexy ຂອງຕົນເອງລົງໃນ OnlyFans ໂດຍພົບວ່ານາງແບບຄົນນີ້ເຄີຍເຂົ້າຮ່ວມປະທ້ວງການເຂົ້າມາຍຶດອຳນາດຂອງລັດຖະບານຊຸດນີ້ຂອງມຽນມາ.

ນ. ມັງ ມະເວ ຊານ (Nang Mwe San) ນາງແບບ ແລະ ອະດີດແພດທີ່ຜັນຕົນເອງມາເປັນຜູ້ຜະລິດຄອນເທັ້ນແນວ Sexy ລົງໃນໂລກອອນລາຍ ຜ່ານແພລັດຟອມ OnlyFans ແລະ ອື່ນໆ ໄດ້ຖືກສານຕັ້ງຂໍ້ຫາ ສ້າງຄວາມເສື່ອມເສຍຕໍ່ວັດທະນະທຳ ແລະ ກຽດສັກສີຂອງປະເທດ.
ຜ່ານການສືບສວນສອບສວນ ສານໄດ້ຕັດສິນວ່າ ນາງແບບສາວຄົນນີ້ມີຄວາມຜິດແທ້ຕາມມາດຕາ 33 (A) ຂອງກົດໝາຍການສົ່ງຂໍ້ມູນ ອີເລັກໂທຣນິກ ວ່າດ້ວຍການເຜີຍແຜ່ພາບ ແລະ ວິດີໂອເປືອຍລົງໃນສັງຄົມອອນລາຍ ເຊິ່ງມີໂທດຈຳຄຸກສູງສຸດ 7 ປີ ແຕ່ທາງສານໄດ້ມີຄຳຕັດສິນໃຫ້ຈຳຄຸກ ນາງ ມັງ ມເວ ຊານ ພຽງ 6 ປີ.

ນອກຈາກນີ້ ນາງຍັງຖືກກວດພົບອີກວ່າເຄີຍເຂົ້າຮ່ວມການປະທ້ວງຕໍ່ຕ້ານກອງທັບ ທີ່ເຂົ້າມາຍຶດອຳນາດຈາກລັດຖະບານຂອງນາງ ອອງຊານຊູຈີ ເມື່ອປີ 2021 ລາວຈຶ່ງໄດ້ຖືກສົ່ງຕົວໄປສອບຄະດີທີ່ສານໃນຄຸກ Insein ເຊິ່ງເປັນຄຸກທີ່ນັກໂທດທາງການເມືອງຫຼາຍຄົນຖືກຄຸມຂັງໄວ້ບ່ອນນີ້ ໂດຍໃນສານແຫ່ງນີ້ຜູ້ຕ້ອງຫາຈະຖືກຕັດສິດຫຼາຍຢ່າງ ເຊັ່ນການເຂົ້າເຖິງທະນາຍຄວາມ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment