ມຽນມາ ກຽມປູກຕົ້ນໄມ້ຫຼາຍກວ່າ 22 ລ້ານຕົ້ນໃນລະດູຝົນ


ສຳນັກຂ່າວແຫ່ງຊາດຂອງປະເທດມຽນມາໄດ້ລາຍງານວ່າ ພາກລັດມີການວາງແຜນປູກຕົ້ນໄມ້ຫຼາຍກວ່າ 22,3 ລ້ານຕົ້ນ ໃນພື້ນທີ່ 22,000 ເອເຄີ ທົ່ວປະເທດມຽນມາ ໃຫ້ສຳເລັດໃນລະດູຝົນນີ້ ເຊິ່ງຈະກົງກັບໃນລະຫວ່າງເດືອນ ມິຖຸນາ ຈົນຮອດ ຕຸລາ ຂອງແຕ່ລະປີ.

ໂດຍປະເທດມຽນມາ ມີສັດສ່ວນການບໍລິໂພກໄມ້ ແລະ ເຊື້ອເພີງໃນລະດັບສູງ ເມື່ອທຽບກັບກຸ່ມປະເທດໃນທະວີບອາຊີ ມີປະຊາກອນຫຼາຍກວ່າ 70% ໃຊ້ປະໂຫຍດຈາກໄມ້ ແລະ ຖ່ານໃນຊິວິດປະຈຳວັນ ທາງການຈຶ່ງອອກແຜນກະກຽມໃຫ້ມີການປູກຕົ້ນໄມ້ຈຳນວນຫຼາຍໃນໄລຍະທີ່ຈະມາຮອດນີ້ ເພື່ອບັນເທົາບັນຫາເຫຼົ່ານີ້.

ຂອບໃຈຂໍ້່ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/