ເມື່ອວັນທີ 7 ກັນຍາ 2022 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ພົນເອກອາວຸໂສ ມິນ ອ່ອງ ຫຼ່າຍ ຜູ້ນຳມຽນມາ ແລະ ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ໄດ້ເຂົ້າພົບປະກັນທີ່ງານ Eastern Economic Forum ທີ່ກໍາລັງຈັດຂຶ້ນທີ່ເມືອງ ວະລາດິວອສຕັອກ (Vladivostok) ຂອງຣັດເຊຍໃນຄັ້ງວັນທີ 5-8 ກັນຍານີ້ ເຊິ່ງເນື້ອໃນການພົບປະກັນຄັ້ງນີ້ ຜູ້ນຳທັງ 2 ປະເທດເຫັນດີວ່າ ມຽນມາແລະຣັດເຊຍກໍາລັງຈະພັດທະນາຄວາມສຳພັນໃຫ້ແໜ້ນແຟ້ນຫຼາຍຂຶ້ນ ແລະ ໃນປີ 2022 ນີ້ຍັງຖືວ່າເປັນໂອກາດຄົບຮອບ 75 ປີ ຂອງການສະຖາປະນາຄວາມສຳພັນລະຫວ່າງ 2 ປະເທດ.

ພ້ອມກັນນັ້ນ ພົນເອກອາວຸໂສ ມິນ ອ່ອງ ຫຼ່າຍ ຜູ້ນຳມຽນມາ ຍັງໄດ້ມີການເລີ່ມອຸດໜຸນນ້ຳມັນເຊື້ອໄຟຂອງຣັດເຊຍເປັນສະກຸນເງິນຣູເບິລແລ້ວ ຫຼັງຈາກທັງ 2 ປະເທດຕ່າງກໍຖືກບັນດາປະເທດຊາດຕາເວັນຕົກຂວ້ຳບາດ ເນື່ອງຈາກທາງລັດຖະບານທະຫານມຽນມາໃຊ້ຄວາມຮຸນແຮງທຳຮ້າຍກຸ່ມຜູ້ປະທ້ວງເປັນເຫດໃຫ້ມີຜູ້ເສຍຊີວິດກວ່າ 2,000 ພັນຄົນ ແລະ ການເຮັດລັດຖະປະຫານຍຶດອຳນາດລັດຖະບານພົນລະເຮືອນທີ່ມາຈາກການເລືອກຕັ້ງ. ໃນສ່ວນຂອງຣັດເຊຍແມ່ນການເປີດສາກສົງຄາມໂຈມຕີຢູເຄຣນເຮັດໃຫ້ມີຄົນເສຍຊີວິດເປັນຈໍານວນຫຼາຍ, ອາຄານບ້ານເຮືອນເປ່ເພເສຍຫາຍ ແລະ ມັນໄດ້ສົ່ງຜົນກະທົບຕໍ່ເສດຖະກິດທົ່ວໂລກຢ່າງໜັກໜ່ວງ.

ເຊິ່ງກ່ອນໜ້ານີ້ຜູ້ນຳມຽນມາໄດ້ເຄີຍມາຢ້ຽມຢາມຣັດເຊຍຢ່າງເປັນທາງການແລ້ວ 2 ຄັ້ງ, ຄັ້ງທຳອິດໃນໄລຍະປາຍເດືອນມິຖຸນາ 2021 ແລະ ການເດີນທາງມາຢາມຣັດເຊຍແບບສ່ວນຕົວໃນເດືອນກໍລະກົດທີ່ຜ່ານມາ ໂດຍທັງສອງປະເທດແມ່ນພະຍາຍາມຫາພັນທະມິດທີ່ສາມາດເພິ່ງພາ ແລະ ສະໜັບສະໜູນກັນໄດ້ໂດຍສະເພາະໃນໄລຍະທີ່ໄດ້ຮັບແຮງກົດດັນຢ່າງໜັກໜ່ວງຈາກປະຊາຄົມໂລກ.
ນອກຈາກນີ້ແລ້ວທັງສອງປະເທດຈະພັດທະນາຄວາມສຳພັນໃນຫຼາຍດ້ານ ເຊັ່ນ ຣັດເຊຍຈະຈັດສົ່ງວັກຊີນໂຄວິດ ແລະ ຄວາມຊ່ວຍເຫຼືອທາງດ້ານສາທາລະນະສຸກໃຫ້ແກ່ມຽນມາ ຂະນະທີ່ມຽນມາກໍມີແຜນນຳເຂົ້ານ້ຳມັນຈາກຣັດເຊຍເປັນການຕອບແທນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment