ໃນ 7 ເດືອນຕົ້ນປີ 2024 ຫວຽດນາມ ໄດ້ສົ່ງອອກກາເຟ 964.000 ໂຕນ, ເປັນມູນຄ່າເກືອບ 3,54 ຕື້ USD, ຫຼຸດລົງ 13,8% ໃນດ້ານປະລິມານ ແຕ່ເພີ່ມຂຶ້ນ 30,9% ໃນດ້ານມູນຄ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຈາກແຮງກົດດັນດ້ານປະລິມານທີ່ຫຼຸດລົງ.

ອົງການການຄ້າຕ່າງປະເທດພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສູນຂໍ້ມູນຂ່າວສານອຸດສາຫະກຳ ແລະ ການຄ້າຫວຽດນາມ ຄາດຄະເນວ່າ, ການສົ່ງອອກກາເຟຂອງຫວຽດນາມ ໃນຊຸມເດືອນທີ່ຍັງເຫຼືອຂອງໄຕມາດທີ 3 ຈະຫຼຸດລົງຍ້ອນການສະໜອງທີ່ຕ່ຳ.

ການສະໜອງຈະບໍ່ເພີ່ມຂຶ້ນຈົນກ່ວາເດືອນຕຸລາ, ໃນເວລາທີ່ການເກັບກ່ຽວກາເຟ 2024-25. ສະຖິຕິຂອງກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ: ຄາດຄະເນຜົນຜະລິດກາເຟຂອງປະເທດບັນລຸໄດ້ 1,47 ລ້ານໂຕນ ໃນປີ 2023-24 ເຊິ່ງເປັນລະດັບຕໍ່າສຸດໃນຮອບ 4 ປີ ຫຼຸດລົງ 20% ເມື່ອທຽບໃສ່ປີປູກພືດ 2022-23.

ຜົນຜະລິດກາເຟໃນປີ 2024-25 ຄາດວ່າຈະສືບຕໍ່ຫຼຸດລົງຍ້ອນປັດໃຈສະພາບອາກາດທີ່ບໍ່ເອື້ອອໍານວຍ. ແຕ່ເຖິງຢ່າງໃດກໍຕາມ, ອຸດສາຫະກຳກາເຟ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດດ້ານລາຄາທີ່ເພີ່ມຂຶ້ນ.

Bloomberg ລາຍງານວ່າ ລາຄາກາເຟ Robusta ທົ່ວໂລກຈະເໜັງຕີງໃນທ່າອ່ຽງເພີ່ມຂຶ້ນຢ່າງແຂງແຮງ ແລະ ແກ່ຍາວຍ້ອນຄວາມເປັນຫ່ວງກ່ຽວກັບການສະໜອງຂອງຫວຽດນາມທີ່ຂາດແຄນ.

ທີ່ມາ: vnexpress
https://e.vnexpress.net/news/business/economy/vietnam-s-coffee-export-value-rises-31-in-7-months-4779751.html