ພາຍຫຼັງ ChatGPT AI Chatbot ກາຍເປັນກະແສ ແລະ ເປັນທີ່ນິຍົມກັນຢ່າງລົ້ນເຫຼືອ ໃນທຸກໆ ວົງການ ແລະ ບໍລິສັດເທັກໂນໂລຢີລາຍໃຫຍ່ໆຂອງໂລກ ກໍເລີ່ມພາກັນໂດດລົງມາຮ່ວມກັບເຮືອ ທີ່ກຳລັງແລ່ນໄດ້ດີລຳນີ້. ຫຼ້າສຸດ ມາກ ຊັກເກີເບີກ ຜູ້ກໍ່ຕັ້ງ ແລະ ບໍລິຫານ Meta ກໍໄດ້ອອກມາປະກາດວ່າ ກຳລັງຈະເປີດຕົວ AI ຕົວໃໝ່ຂອງຕົນເອງ ທີ່ຄວາມສາມາດຄ້າຍຄືກັບ ChatGPT ທີ່ຊື່ວ່າ “LLaMA”.
ໂດຍ ມາກ ຊັກເກີເບີກ ລະບຸເຖິງຄວາມສາມາດຂອງ AI ຕົວໃໝ່ຂອງຕົນເອງໄວ້ວ່າ: AI ຕົວນີ້ສາມາດຂຽນຂໍ້ຄວາມຂຶ້ນມາໄດ້, ເປັນ Chatbot ທີ່ສາມາດສົນທະນາກັບເຮົາ, ສາມາດສະຫຼຸບເນື້ອຫາຕ່າງໆ ແລະ ສາມາດເຮັດສິ່ງທີ່ຊັບຊ້ອນໄດ້ ເຊັ່ນການແກ້ໂຈດໃນວິຊາຄະນິດສາດ.

ນອກຈາກນີ້ ມາກ ຊັກເກີເບີກ ຍັງເຜີຍອີກວ່າ AI ຕົວນີ້ ຖືກອອກແບບມາເພື່ອຊ່ວຍບັນດານັກວິໄຈໃນການເຮັດວຽກ ແລະ ຈະເປີດໃຫ້ນັກວິໄຈດ້ານ AI ເຂົ້າເຖິງໄດ້ໃນໄວໆນີ້. ຂະນະທີ່ໂຄສົກຂອງ Meta ບອກວ່າ ຍັງບໍ່ມີແຜນໃນການນຳມາໃຊ້ໃນແພລັດຟອມຕ່າງໆ ບໍ່ວ່າຈະເປັນ Facebook ຫຼື Instagram.

ໂດຍກ່ອນໜ້ານີ້ ບໍລິສັດ ເທັກໂນໂລຢີຍັກໃຫຍ່ລາຍເຈົ້າກໍພາກັນເປີດຕົວ AI Chatbot ຂອງຕົນເອງໄປແລ້ວໃນໄລຍະບໍເທົ່າໃດເດືອນທີ່ຜ່ານມາ ບໍ່ວ່າຈະເປັນ Microsoft ທີ່ໃຊ້ Chatbot ເຂົ້າມາໃນ Bing ຫຼື Search Engine ຂອງຕົນເອງ ແລະ Google ກໍໄດ້ເປີດຕົວ Chatbot ຂອງຕົວເອງ ທີ່ຊື່ວ່າ bard ເຊັ່ນດຽວກັນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/