ມາ​ເລ​ເຊຍ ​ປະກາດ​ການ​ຊຸກຍູ້ ແລະ ດຶງດູດ​ການລົງທຶນ ໂດຍການຍົກເວັ້ນການ​ເສຍ​ພາສີ​ສຳລັບ​ເຂດ​ການ​ເງິນ​ພິ​ເສດ​ Forest City, ໃນລັດ Johor ທາງ​ພາກ​ໃຕ້​ຂອງ​ປະ​ເທດ, ​​ສຳລັບໂຄງການ​ຂະໜາດ​ໃຫຍ່​ທີ່​ມີ​ມູນ​ຄ່າ 100 ຕື້​ໂດ​ລາ​ສະຫະລັດ​.

ອີງຕາມການລາຍງານຂອງ Vnexpress ລັດຖະມົນຕີການເງິນ, ທ່ານ Datuk Seri Amir Hamzah Azizan ກ່າວວ່າ, Forest City ຈະເປັນສະຖານທີ່ທໍາອິດໃນປະເທດມາເລເຊຍທີ່ສະເໜີອັດຕາພາສີ 0% ໃຫ້ກັບນັກລົງທຶນ.

ທ່ານກ່າວວ່າ ການຜ່ອນຜັນ ພາສີ ດັ່ງກ່າວ ເປັນສ່ວນໜຶ່ງຂອງ ການແຂ່ງຂັນ ທາງດ້ານ ແຮງຈູງໃຈ ເພື່ອເຮັດໃຫ້ ໂຄງການ ຂະໜາດໃຫຍ່ ກາຍເປັຍແມ່ແຮງໃນການດຶງດູດແຫຼ່ງທຶນຈາກຕ່າງປະເທດ, ລວມທັງອັດຕາອາກອນ ວິສາຫະກິດ ສຳປະທານ 0-5% ແລະ ອັດຕາ ພາສີ ລາຍໄດ້ ສະເພາະ ບຸກຄົນ 15% ສໍາລັບ ຄົນງານ ມີສີມື ແລະ ຊາວມາເລເຊຍທີ່ເລືອກທີ່ຈະເຮັດວຽກຢູ່ຫັ້ນ.

​ໃນ​ເນື້ອ​ທີ່​ເກືອບ 30 ​ເຮັກຕາ, Forest City ​ມີ​ເປົ້າ​ໝາຍ​ທີ່​ຈະ​ມີ​ຊາວ​ເມືອງ 700,000 ຄົນ. ນາຍົກລັດຖະມົນຕີມາ​ເລ​ເຊຍ Anwar Ibrahim ​ໄດ້​ປະກາດ​ໂຄງການ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 25 ສິງຫາ​ປີ​ກາຍ​.

​ໂຄງການ​ດັ່ງກ່າວ​ມີ​ຈຸດປະສົງ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ດຶງ​ດູດ​ຄວາມ​ສາມາດ ​ແລະ ​ແຫຼ່ງ​ເງິນ​ລົງທຶນ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ພາກ​ພື້ນ.

ທີ່ມາ: Vnxpress

https://e.vnexpress.net/news/business/economy/malaysia-offers-tax-breaks-incentives-to-attract-investment-in-100b-forest-city-megaproject-4796453.html