ໃນຍຸກປັດຈຸບັນ ທີ່ຫຼາຍຄົນເລີ່ມຈະຄຳນຶງເຖິງຜົນງານສິລະປະຫຼາກຫຼາຍຮູບແບບ ໜຶ່ງໃນນັ້ນເປັນທີ່ຮູ້ກັນດີເລີຍວ່າການອອກແບບກຣາຟຟິກ ຫຼື Graphic Design ເປັນຊ່ອງທາງຜົນງານສິລະປະທີ່ຂະຫຍາຍຂອບເຂດຂອງມັນອອກໄປໄດ້ກວ້າງຂວາງ ບໍ່ວ່າຈະເປັນທາງດ້ານຈິດຕະກຳ, ການໃຫ້ຄວາມຮູ້ ຫຼືໄປຈົນຮອດທາງການຄ້າ. ຄວາມງາມທາງສາຍຕາເຮັດໃຫ້ງານດັ່ງກ່າວຖືກພັດທະນາຈົນແຕກຮູບແບບອອກໄປອີກຫຼາຍ ເຊິ່ງມື້ນີ້ເຮົາຈະມາແນະນຳຮູບຍອດທີ່ນິຍົມໃຊ້ໃນການສ້າສັນງຜົນງານ Graphic Design ທັງ 5 ແບບມາໃຫ້ເບິ່ງດັ່ງນີ້:
- Flat Design

Flat Design ຫຼື ການອອກແບບກຣາຟຟິກໃນຮູບແບບທີ່ແບນ ໂດຍໃຊ້ສີທີ່ງ່າຍໆ, ອົງປະກອບຮູບຮ່າງແບບ 2D ແລະ ສີສະຫວ່າງ ພ້ອມກັບເນື້ອຜ້າ ຫຼື ລາຍລະອຽດໜ້ອຍ.
- Minimal Design

ການອອກແບບ Minimal ໜ້າຈະແມ່ນຮູບແບບທີ່ທຸກຄົນຮູ້ຈັກຫຼາຍທີ່ສຸດໃນຍຸກປັດຈຸບັນ, ຄວາມໝາຍຂອງມັນກໍແປໄດ້ຕາມຊື່ເລີຍຄື ມີໜ້ອຍແຕ່ແໜ້ນ. ການອອກແບບດັ່ງກ່າວສາມາດກວມລວມໄປໄດ້ຕັ້ງແຕ່ການຕົບແຕ່ງບ້ານ, ການແຕ່ງຕົວ ໄປຈົນຮອດງານສິລະປະ. ມັນຈະໃຊ້ອົງປະກອບໃຫ້ໜ້ອຍທີ່ສຸດ ເພື່ອສ້າງຄວາມງ່າຍໆ, ພື້ນທີ່ໂລ່ງສະບາຍ ແລະ ສະອາດຕາ, ສີທີ່ໃຊ້ແມ່ນຈະເປັນກຸ່ມສີດຽວກັນ ໂດຍຫຼິ້ນກັບແສງ ເພື່ອຈະໃຫ້ເຫັນວັດຖຸ ແລະ ເນື້ອສຳຜັດນັ້ນໆ.
- Geometric Design

Geometric Design ຫຼື ການອອກແບບຮູບຊົງເລຂາຄະນິດ ເຊິ່ງເປັນການອອກແບບຊົງສີ່ຫຼ່ຽມ ໂດຍໃຊ້ຄວາມສ້າງສັນມາປະກອບຮູບແບບດ້ວຍສີ່ຫຼ່ຽມຕ່າງໆມາປະສົມກັນ ເພື່ອໃຫ້ເກີດຜົນແບບໃໝ່ ແລະ ອົງປະກອບທີ່ແຕກຕ່າງອອກໄປ.
- 80s Retro Design

ໃນຍຸກປັດຈຸບັນ, ຄ່ານິຍົມບໍ່ວ່າຈະທາງດ້ານການແຕ່ງຕົວ ຫຼື ການຕົບແຕ່ງກຳລັງກັບໄປໃຫ້ຄວາມສົນໃຈກັບສະໄຕລ໌ແບບເກົ່າ ແຕ່ບໍ່ແກ່ ນັ້ນກໍຄືຍຸກປີ 1980 ນັບວ່າເປັນຍຸກແຫ່ງຄວາມບັນເທິງຕ່າງໆ ເນື່ອງຈາກວ່າມີສິ່ງທີ່ເປັນເອກະລັກຫຼາກຫຼາຍ ຕະຫຼອດສະຕະວັດທີ່ຜ່ານມາ. ສິ່ງທີ່ສັງເກດໄດ້ຊັດເຈນຂອງຍຸກດັ່ງກ່າວນີ້ຈະແມ່ນການໃຊ້ຕົວອັກສອນທີ່ໜາ, ສີແນວນີອອນ ເຊັ່ນສີມ່ວງ, ບົວ ແລະ ຟ້າ ເປັນຕົ້ນ. ໂດຍເປັນອົງປະກອບທີ່ຈະເບິ່ງໄປທາງອະນາຄົດ ແຕ່ກໍແມ່ນອະນາຄົດຈາກມຸມມອງຂອງຄົນຍຸກ 80s.
- Isometric Design

ອີກໜຶ່ງຮູບແບບທີ່ກຳລັງເປັນທີ່ນິຍົມໃນຕອນນີ້ກໍຄົງໜີບໍ່ພົ້ນ Isometric Design ທີ່ມັກຈະພົບເຫັນໃນການອອກແບບໃນສະໄຕລ໌ທີ່ທັນສະໄໝ ເຊັ່ນ: ງານທີ່ກ່ຽວກັບເທັກໂນໂລຢີເທິງເວັບໄຊ ຫຼື ການສະແດງຮູບແບບແຜນຜັງຂອງສະຖານທີ່ໃດໜຶ່ງ ໂດຍຈະເປັນການແຕ້ມ 2D ໃຫ້ເບິ່ງຄື 3D ຫຼື ເບິ່ງຄືວ່າຮູບນັ້ນມັນນູນຂຶ້ນມາ ແລະ ຮູບຈະງ່ຽງ ໃຫ້ເບິ່ງແຕກຕ່າງຈາກສະໄຕລ໌ແບນ (Flat Design)
ຂອບໃຈຂໍ້ມູນຈາກ:
- https://cutt.ly/YOKySr9
- https://cutt.ly/fOKuXJo
- https://cutt.ly/TOKpZjt
- https://cutt.ly/nOKgjPd
- https://cutt.ly/WOKgpAL
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/