ມະຫາວິທະຍາໄລຫວຽດນາມ ກຳນົດ ’ຄວາມສູງ’ ນັກສຶກສາ ເພາະເຊື່ອວ່າ ຄວາມສູງເຮັດໃຫ້ມີຄວາມໝັ້ນໃຈພ້ອມເປັນຜູ້ນຳ



ເກີດເປັນສຽງວິພາກວິຈານ ເມື່ອມະຫາວິທະຍາໄລແຫ່ງໜຶ່ງ ໃນຫວຽດນາມ ກຳນົດຄວາມສູງຂັ້ນຕຳ່ຂອງນັກສຶກສາລົງໄປໃນໃບສະໝັກຮຽນ ເພາະເຊື່ອວ່າ ‘ຄວາມສູງ’ ນັ້ນເຊື່ອມໂຍງກັບຄວາມສຳເລັດ.

ເລື່ອງນີ້ເກີດຂຶ້ນທີ່ຄະນະບໍລິຫານ ແລະ ທຸລະກິດ (HSB) ທີ່ມະຫາວິທະຍາໄລແຫ່ງຊາດຫວຽດນາມ ໃນຮ່າໂນ້ຍ ປະເທດຫວຽດນາມ ທີ່ລົງປະກາດຮັບສະໝັກນັກສຶກສາ ໂດຍລະບຸວ່າ ຄວາມສູງຂັ້ນຕຳ່ຂອງຜູ້ຍິງ 158 cm ແລະ ນັກສຶກສາຊາຍ 165 cm ເພື່ອພິຈາລະນາເຂົ້າຮຽນສົກຮຽນນີ້.

ເຖິງແມ່ນວ່າໃນຕອນທ້າຍຂອງການປະກາດລະບຸວ່າ ອາດຈະມີຂໍ້ຍົກເວັ້ນບາງກໍລະນີ ແຕ່ເມື່ອປະກາດໄດ້ເຜີຍແຜ່ອອກໄປ ກໍເກີດເປັນສຽງວິຈານກັນຢ່າງດຸເດືອດໃນໂຊຊຽວມີເດຍ ກ່ຽວກັບເກນຄວາມສູງໃນການສະໝັກເຂົ້າຮຽນ.

ຂະນະທີ່ກະຊວງສຶກສາທິການຫວຽດນາມໄດ້ສັ່ງໃຫ້ມະຫາວິທະຍາໄລທົບທວນເຖິງຂໍ້ກຳນົດນັ້ນ ແລະ ຫຼ້າສຸດ HSB ກໍໄດ້ປ່ຽນເກນໃໝ່ ໂດຍຍົກເລີກຂໍ້ກຳນົດສ່ວນສູງ ຂອງ 3 ໃນ 4 ຫຼັກສູດລະດັບປະລິນຍາຕີທີ່ເປີດສອນ ແຕ່ຈະໃຊ້ເກນຄວາມສູງເຂົ້າໃນຫຼັກສູດ ການຄຸ້ມ ແລະ ຄວາມປອດໄພ (Management and Security)

HSB ໄດ້ອອກມາຊີ້ແຈ້ງເກນຄັດເລືອກວ່າ ທາງສະຖາບັນມີເປົ້າໝາຍທີ່ຈະເຝິກອົບຮົບຜູ້ນຳໃນອະນາຄົດ ແລະ ຜູ້ຈັດການທີ່ດີໃຫ້ກັບທາງພາກລັດ ແລະ ເອກະຊົນ ພວກເຮົາບໍ່ພຽງແຕ່ພິຈາລະນາຄວາມເໝາະສົມຂອງບົດຮຽນເທົ່ານັ້ນ ຍັງລວມເຖິງທາງດ້ານຮ່າງກາຍ ຄື ‘ຄວາມສູງ’ ເປັນປັດໄຈສຳຄັນເມື່ອເວົ້າເຖິງຄວາມເປັນຜູ້ນຳ ແລະ ຄວາມໝັ້ນໃຈໃນຕົນເອງ.

ແລ້ວຄວາມສູງກັບຄວາມໝັ້ນໃຈກ່ຽວຂ້ອງກັນແທ້ບໍ່?

ຕາມປະຫວັດສາດ ຈັກກະພັດ ນະໂປລຽນ ໂບນາປາດ (Napoleon Bonaparte) ແຫ່ງປະເທດຝຣັ່ງ ມີຄວາມສູງ 166 cm ເຕິ້ງສ່ຽວຜິງ (Deng Xiaoping) ອະດີດຜູ້ນຳຂອງຈີນ ສູງ 157 cm ແລະ ວາລາດິມີ ເລນິນ (Vladimir Lenin) ແຫ່ງໂຊວຽດຣັດເຊຍ ສູງ 160 cm.

ນັກຈິດຕະວິທະຍາສັງຄົມໃນປະເທດເຢຍລະມັນ ອາເບເລ-ເບຣມ ໄດ້ກ່າວວ່າ ຄວາມສູງ ແລະ ຄວາມໝັ້ນໃຈເຊື່ອມໂຍງກັນແທ້. ແຕ່ມັນຍັງເປັນສ່ວນໜ້ອຍ ແລະ ຍັງຄຸມເຄືອ.

ເຊິ່ງເລື່ອງນີ້ໄດ້ຮັບການພິສູດແລ້ວຈາກການວິໄຈຈຳນວນຫຼາຍຈາກສະຫະລັດ ຢຸໂຣບ ແລະ ອາຊີຕາເວັນອອກ ໂດຍ ຜົນວິໄຈລະບຸວ່າ ຄວາມສູງທີ່ຫຼາຍ ຫຼື ໜ້ອຍອາດຈະສົ່ງຜົນຕໍ່ຄວາມໝັ້ນໃຈຕົນເອງໄດ້. ແຕ່ຜູ້ທີ່ມີສ່ວນສູງໃນເກນສະເລ່ຍນັ້ນກໍບໍ່ໄດ້ມີຜົນກະທົບອັນໃດ.

https://www.facebook.com/share/p/UbvK5Hm6KA1Z6huU/?mibextid=WC7FNe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/