ຄວາມພະຍາຍາມ ແລະ ຄວາມຕັ້ງໃຈທີ່ຕົນເອງສຸມໃສ່ເປັນເວລາຫຼາຍປີ ໃນທີ່ສຸດກໍປະສົບຜົນສຳເລັດ ພ້ອມຍັງເຮັດໃຫ້ປະເທດມີຊື່ສຽງຍິ່ງຂຶ້ນໄປອີກ.
ຊົມເຊີຍ Hidilin Diaz, ອາຍຸ 30 ປີ ນັກກິລາຍົກນ້ຳໜັກຍິງ ປະເທດຟິລິບປິນ, ແຂ່ງຂັນຍົກນ້ຳໜັກ 55 ກິໂລກຼາມ ວັນທີ 27 ກໍລະກົດ 2021 ໃນມະຫະກຳກິລາ Tokyo Olympics 2020 ເຊິ່ງຄັ້ງນີ້ເປັນຄັ້ງທີ 4 ທີ່ໄດ້ເຂົ້າຮ່ວມ. ເປັນເວລາ 30 ປີ ທີ່ລົງແຂ່ງຂັນ ເຄີຍໄດ້ຫຼຽນເງິນໃນການແຂ່ງຂັນຢູ່ທີ່ ໂອເດິຈາໄນໂຣ ເມື່ອ 5 ປີກ່ອນ.

ການແຂ່ງຂັນໃນປີນີ້ ທີ່ຄອງຄອຍຖ້າມາຕະຫຼອດຫຼາຍກວ່າ 10 ປີ ໃຊ້ຊີວິດໃນອາຊີບນັກກິລາມາໂດຍຕະຫຼອດ, ພັດທະນາຕົນເອງບໍ່ຢຸດ, ເສີມສ້າງຜົນງານຢູ່ສະເໝີ ແລະ ມີຄວາມພະຍາຍາມມາຕະຫຼອດຊີວິດເລີຍກໍວ່າໄດ້ ເພື່ອທີ່ຈະເອົາຫຼຽນຄຳຕ້ອງເມື່ອຍທັງກາຍ ແລະ ໃຈເປັນບາງຄັ້ງຄາວ ແຕ່ກໍຍັງສູ້ຈົນປະສົບຜົນສຳເລັດ.

ນອກຈາກ Hidilin Diaz ຈະມີຄວາມຫວັງໃຫ້ຕົນເອງແລ້ວ ປະຊາຊົນທົ່ວປະເທດຟິລິບປິນກໍມີຄວາມຫວັງເຊັ່ນດຽວກັນ. ໃນທີ່ສຸດ ຄວາມດຸໝັ່ນຂະຫຍັນພຽນ ປະກອບກັບຄວາມສາມາດທີ່ເຝິກຝົນມາໂດຍຕະຫຼອດ ກໍໄດ້ນຳຄວາມສຸກມາໃຫ້ແກ່ຕົນເອງ ແລະ ຄົນທົ່ວປະເທດ.

ຂະນະທີ່ຮູ້ວ່າຕົນເອງຊະນະ ນ້ຳຕາກໍໄດ້ໄຫຼລົງແບບບໍ່ຮູ້ຕົວ ທັງຜູ້ດູແລນັກກິລາຕ່າງກໍຮ້ອງໄຫ້ນ້ຳຕາໄຫຼໄປຕາມໆກັນ ໂດຍສະເພາະຕອນທີ່ສຽງເພງຊາດດັງຂຶ້ນ ນ້ຳຕາແຫ່ງຄວາມດີໃຈ ແລະ ຄວາມພູມໃຈກໍໄຫຼອອກມາອີກຮອບ.

ປະເທດຟິລິບປິນ ກາຍເປັນປະເທດທີ 5 ໃນອາຊຽນ ທີ່ສາມາດຄວ້າຫຼຽນຄຳໃນ Olympics ໄດ້ສຳເລັດ ຕໍ່ຈາກ ປະເທດໄທ, ສິງກະໂປ, ອິນໂດເນເຊຍ ແລະ ຫວຽດນາມ.
ຂອບໃຈຂໍ້ມູນຈາກ:
ຮູບພາບ ແລະ ຕາຕະລາງຄະແນນ: https://bit.ly/3zRDi2x
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/