ໃນວັນທີ 15 ພຶດສະພາ 2022 ສຳນັກຂ່າວຕ່າງປະເທດໄດ້ລາຍງານຖະແຫຼງການຂອງ ປະທານາທິບໍດີ ຊາອູລີ ນີນິສເຕີ (Sauli Niinistö) ແລະ ນາຍົກລັດຖະມົນຕີ ຊານນາ ມາລີນ (Sanna Marin) ຂອງຟິນແລນ ທີ່ໄດ້ອອກມາປະກາດວ່າຈະດໍາເນີນການຍື່ນຂໍເຂົ້າຮ່ວມອົງການສົນທິສັນຍາແອັດແລນຕິກເໜືອ (NATO) ຢ່າງເປັນທາງການແລ້ວ ໂດຍໃນຂະນະນີ້ເຫຼືອພຽງຄຳຢືນຢັນຈາກສະພາຜູ້ແທນລາສະດອນໃນອີກບໍ່ດົນ.

ປະທານາທິບໍດີ ນີນິສເຕີ ເປີດເຜີຍວ່າ ຕົນເອງແລະກໍາມາທິການນະໂຍບາຍຕ່າງປະເທດໄດ້ຕັດສິນໃຈຮ່ວມໃຈກັນສະໝັກເຂົ້າຮ່ວມ NATO ແລະ ພ້ອມທີ່ຈະເຈລະຈາກັບປະທານິທິບໍດີ ຣໍຢັບ ຕອຍຍິບ ເອີໂຕກັນ (Recep Tayyip Erdoğan) ຂອງຕຸຣກີ ທີ່ເປັນສະມາຊິກຂອງ NATO ເຊິ່ງໄດ້ຄັດຄ້ານການເຂົ້າຮ່ວມຂອງຟິນແລນແລະສະວີເດັນ ລວມໄປຮອດໄດ້ແຈ້ງເລື່ອງດັງກ່າວໂດຍກົງຕໍ່ຜູ້ນຳຣັດເຊຍແລ້ວ.
ເຊິ່ງກ່ອນໜ້ານີ້ ມີລາຍງານວ່າປະທານາທິບໍດີຂອງຟິນແລນໄດ້ຕໍ່ສາຍໄປຫາ ວະລາດິເມຍ ຢູຕິນ ປະທານາທິບໍດີຂອງຣັດເຊຍເມື່ອວັນທີ 14 ພຶດສະພາທີ່ຜ່ານມາ ເຊິ່ງ ປູຕິນໄດ້ແຈ້ງກັບມາວ່າ ການເຂົ້າຮ່ວມ NATO ຈະສົ່ງຜົນເສຍຕໍ່ຄວາມສຳພັນລະຫວ່າງຣັດເຊຍແລະຟິນແລນ.

ທາງດ້ານນາຍົກລັດຖະມົນຕີຂອງຟິນແລນ ຊານນາ ມາຣີນ ກໍໄດ້ກ່າວໃນການຖະແຫຼງນີ້ວ່າ ທັງຕົວລາວເອງແລະປະທານາທິບໍດີໄດ້ມີການຕິດຕໍ່ກັບຊາດສະມາຊິກ NATO ຢ່າງໃກ້ຊິດ ແລະ ທາງອົງການ NATO ກໍໄດ້ກ່າວຂອບໃຈຊາດສະມາຊິກເຖິງການສະໜັບສະໜຸນທີ່ໄດ້ຮັບ. ທັງນີ້ ສຳລັບຟິນແລນແມ່ນຍັງໄດ້ຜ່ານຂະບວນການເຫັນດີຈາກສະພາຜູ້ແທນລາສະດອນກ່ອນ ແຕ່ມາຣີນເຊື່ອວ່າທາງສະພາ ຈະມີການໂອ້ລົມເຖິງການຕັດສິນໃຈຄັ້ງປະຫວັດສາດດ້ວຍຄວາມຕັ້ງໃຈ ແລະ ຄວາມຮັບຜິດຊອບ.
ເຖິງວ່າຈະລໍຖ້າການອະນຸມັດຈາກສະພາ ແຕ່ຫຼາຍຝ່າຍເຊື່ອວ່າການຕັດສິນໃຈດັ່ງກ່າວຈະຜ່ານພົ້ນໄປດ້ວຍດີໂດຍບໍ່ມີບັນຫາ, ຫຼັງຈາກນັ້ນຈະມີການຍື່ືນສະໝັກຢ່າງເປັນທາງການໄປທີ່ສໍານັກງານໃຫຍ່ຂອງ NATO ທີ່ກຸງ ຣັສເຊລ ປະເທດເບວຢຽມ.

ໃນມື້ດຽວກັນນັ້ນ ຫຼັງຈາກຟິນແລນປະກາດຍື່ນສະໝັກເຂົ້າຮ່ວມເປັນສະມາຊິກ NATO ຢ່າງເປັນທາງການນັ້ນ ທາງດ້ານພັກ Social Democrats ເຊິ່ງເປັນພັກລັດຖະບານຂອງສະວີເດັນ ໄດ້ອອກມາປະກາດຈຸດຢຶນພ້ອມສະໜັບສະໜູນໃນການຕັດສິນໃຈທີ່ຈະເຂົ້າຮ່ວມ NATO ເຊັ່ນດຽວກັນກັບຟິນແລນ.
ໂດຍທີ່ຜ່ານມານັ້ນສະວີເດັນຮັກສາສະຖານະເປັນກາງມາຫຼາຍກວ່າ 2 ສະຕະວັດໂດຍບໍ່ໄດ້ເຂົ້າຮ່ວມເປັນພັນທະມິດທາງການທະຫານໃດໆ ລວມເຖິງສົງຄາມໂລກຄັ້ງທີ 2. ແຕ່ການທີ່ຣັດເຊຍສົ່ງກໍາລັງທະຫານເຂົ້າໄປໂຈມຕີຢູເຄນ ສົ່ງຜົນໃຫ້ສະວີເດັນປ່ຽນທ່າທີໃນການເປັນກາງໃນທີ່ສຸດ.
ຢ່າງໃດກໍຕາມ ໃນການປະກາດຂອງພັກລະບຸວ່າ ລັດຖະບານສະວີເດັນຈະບໍ່ສະໜັບສະໜູນການຕິດອາວຸດນິວເຄຼຍ ລວມໄປຮອດການຕັ້ງຖານທັບຖາວອນຂອງ NATO ພາຍໃນປະເທດ

ທາງດ້ານ ມັກດາລີນາ ແອນເດີສັນ (Magdalena Andersson) ນາຍົກລັດຖະມົນຕີຂອງສະວີເດັນ ກ່າວວ່າການເຂົ້າຮ່ວມ NATO ເປັນທາງເລືອກທີ່ດີທີ່ສຸດສໍາລັບສະວີເດັນ ແລະ ດີທີ່ສຸດໃນດ້ານຄວາມໝັ້ນຄົງຂອງຊາວສະວີເດັນ ສໍາລັບພັກ Social Democrats ແລ້ວ ການບໍ່ເອນອຽງໄປຝ່າຍໃດຝ່າຍໜຶ່ງເປັນສິ່ງທີ່ດີສໍາລັບສະວີເດັນຕະຫຼອດໄລຍະເວລາທີ່ຜ່ານມາ ແຕ່ບໍ່ແມ່ນສິ່ງທີ່ດີສໍາລັບອະນາຄົດ. ນອກຈາກນີຜູ້ນໍາສະວີເດັນຍັງໄດ້ກ່າວວ່າ ສະວີເດັນຈະຕົກຢູ່ໃນຈຸດທີ່ບອບບາງ ຫາກເປັນປະເທດດຽວໃນພາກພື້ນບອລຕິກທີ່ບໍ່ໄດ້ເຂົ້າຮ່ວມ NATO.

ຂະນະທີ່ NATO ແລະ ສະຫະລັດອາເມຣິກາຍັງໃຫ້ຄໍາໝັ້ນວ່າ ໃນທີ່ສຸດແລ້ວຕຸຣກີຈະບໍ່ຂັດຂວາງການເຂົ້າເປັນສະມາຊິກຂອງຟິນແລນ ແລະ ສະວີເດັນ ເຖິງວ່າກ່ອນໜ້ານີ້ຈະມີລາຍງານເຖິງການຄັດຄ້ານຢູ່ກໍຕາມ.
ຂອບໃຈຂໍ້ມູນຈາກ:
- https://cutt.ly/uHxKOeh
- https://cutt.ly/dHxKFng
- https://cutt.ly/PHx06FS
- https://cutt.ly/8Hx2F1q
- https://cutt.ly/OHx2Lmd
- https://cutt.ly/PHx2CvS
- https://cutt.ly/nHx2Nq1
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/