ໄລຍະຫຼັງໆມານີ້ ເຮົາບໍ່ຄ່ອຍຈະເຫັນ Marquez ລົງມາແຂ່ງໃນສະໜາມພໍປານໃດ ເນື່ອງຈາກມີບັນຫາອາການບາດເຈັບລົບກວນຕະຫຼອດມາ. ແຕ່ຫຼ້າສຸດ Marc Marquez ນັກບິດແຊັ້ມ MotoGP 6 ສະໄໝ ກຳລັງຈະກຽມກັບມາລົງແຂ່ງໃນສະໜາມອີກຄັ້ງ ທີ່ສະຫະລັດອາເມຣິກາ ພາຍໃນອາທິດນີ້.
ແຊັ້ມນັກບິດ ຄົນນີ້ ເກີດອາການເຫັນພາບຊ້ອນ ຫຼັງລາວປະສົບອຸບັດຕິເຫດລົດລົ້ມ ໃນລະຫວ່າງການຊ້ອມ ໃນການແຂ່ງຂັນ Indonesia Grand Prix ຈົນຕ້ອງຖອນຕົວອອກຈາກການແຂ່ງຂັນຄັ້ງນັ້ນໄປ ແລະ ຄັ້ງຕໍ່ມາໃນການແຂ່ງຂັນ Argentina Grand Prix ນັກບິດໜຸ່ມກໍບໍ່ສາມາດເຂົ້າຮ່ວມໄດ້ເຊັ່ນກັນ ເພາະອາການຍັງບໍ່ດີຂຶ້ນ.

ຫຼ້າສຸດ Repsol Honda ທີມຕົ້ນສັງກັດຂອງ Marquez ໄດ້ແຈ້ງວ່າ ນັກບິດໄດ້ຮັບການເຂົ້າກວດສຸຂະພາບກັບທີມແພດເປັນທີ່ຮຽບຮ້ອຍແລ້ວ ຜົນປາກົດວ່າອາການຂອງ Marquez ນັ້ນດີຂຶ້ນຫຼາຍ ແລະ ບໍ່ເຫັນພາບຊ້ອນຄືເກົ່າແລ້ວ. ດັ່ງນັ້ນ ທາງແພດ ແລະ ຕົ້ນສົງກັດ ຈຶຶ່ງຮ່ວມກັນເປີດໄຟຂຽວ ໃຫ້ “MM93” ຫຼືວ່າ Marc Marquez 93 ກັບມາປະຈຳການພ້ອມກັບລົດຄູ່ໃຈ Honda RC213V ໄດ້ຕາມເດີມ ໃນເສິກ Americas Grand Prix ໃນວັນທີ 8-10 ເມສານີ້.

Marc Marquez ເປີດເຜີຍວ່າ: “ແນ່ນອນເລີຍວ່າຂ້ອຍມີຄວາມສຸກຫຼາຍ ທີ່ໄດ້ກັບມາ ມັນເປັນຄວາມຮູ້ສຶກທີ່ດີຫຼາຍ ໂດຍສະເພາະກັບໜຶ່ງໃນສະໜາມທີ່ຂ້ອຍຮູ້ສຶກມັກເປັນພິເສດ ເຊິ່ງບໍ່ວ່າສະຖານະການຈະເປັນແນວໃດ ຂ້ອຍຮູ້ສຶກມ່ວນທຸກເທື່ອທີ່ລົງແຂ່ງໃນ Texas ແລະ ມີແຕ່ຄວາມຮູ້ສຶກດີໆເກີດຂຶ້ນຢູ່ທີ່ນີ້”.

ສຳລັບການແຂ່ງຂັນ America Grand Prix ທີ່ສະໜາມ American circuit ຖືເປັນການແຂ່ງຂັນທີ່ Marquez ມີຄວາມຖະນັດເປັນພິເສດ ເພາະລາວເຄີຍມາຄວ້າແຊັ້ມຢູ່ນີ້ໄດ້ແລ້ວ 7 ເທື່ອ.
ເຊິ່ງການແຂ່ງຂັນ America Grand Prix ຄັ້ງນີ້ແມ່ນຈະຈັດຂຶ້ນທີ່ ເມືອງ Austin ລັດ Texas ທີ່ສະຫະລັດອາເມຣິກາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/