ຖືວ່າເປັນເລື່ອງທີ່ດີອີກເລື່ອງໜຶ່ງ ກ່ຽວກັບປະຫວັດສາດທາງຢູໂຣບ ທີ່ຄົ້ນພົບເຫັນກະດູກທີ່ຄາດວ່າມີອາຍຸເກົ່າແກ່ ຫຼາຍເຖິງ 1.4 ລ້ານປີ ຢູ່ໃນສະເປນ.
ຈາກການສຳຫຼວດເບື້ອງຕົ້ນພົບວ່າ ກະດູກດັ່ງກ່າວນີ້ເປັນກະດູກຄາງກະໄຕເທິງແຂ້ວ ແລະ ກະດູກໂຫນກແກ້ມ ທີ່ມີຄວາມເຊື່ອກັນວ່າເປັນສ່ວນໜຶ່ງຂອງມະນຸດຊາວຢູໂຣບຄົນທຳອິດທີ່ມີອາຍຸ 1.4 ລ້ານປີ. ຈາກການກວດສອບໃນເຂດຂຸດຄົ້ນທາງບູຮານຄະດີ ທາງຕອນເໜືອຂອງປະເທດສະເປນ. ກ່ອນໜ້ານີ້ ມີການຄົ້ນພົບ “ຟອສຊິລໂຮມິນິດ“ ທີ່ເກົ່າແກ່ທີ່ສຸດໃນຢູໂຣບ ເຊິ່ງມີອາຍຸ 1.2 ລ້ານປີ ໃນປີ 2008, ທາງຜູ້ຊ່ຽວຊານເຊື່ອກັນວ່າ ຮ່ອງຮອຍເຫຼົ່ານີ້ສະແດງໃຫ້ເຫັນການອົບພະຍົບຂອງບັນພະບູລຸດ ຈາກແອຟຣິກາມາຍັງຢູໂຣບ ແລະ ຊ່ວຍໃຫ້ຄວາມເຂົ້າໃຈກ່ຽວກັບວິວັດທະນາການຂອງໃບໜ້າມະນຸດໃນຍຸກປັດຈຸບັນ.
ໃນການຂຸດຄົ້ນຄັ້ງນີ້ ທີ່ຖ້ຳ Sima del Elefante ໄດ້ເຮັດໃຫ້ນັກສໍາຫຼວດ ມີຄວາມປະຫຼາດໃຈເກີດຂຶ້ນໃນການຂຸດຄົ້ນ ເພາະພົົບເຫັນໃນສະຖານທີ່ພິເສດ ກໍຄືບາງສ່ວນຂອງໃບໜ້າມະນຸດທີ່ມີອາຍຸ 1.4 ລ້ານປີ. ທີມງານຕ້ອງມີການກວດສອບຢ່າງລະອຽດ ເພື່ອສະຫຼຸບວ່າກະດູກນີ້ເປັນຂອງມະນຸດສາຍພັນໃດ ເຊິ່ງອາດຈະຕ້ອງໃຊ້ເວລາເຖິງ 6-8 ເດືອນ. ບາງຄົນກໍເຊື່ອວ່າອາດເປັນກະດູກຂອງ ‘Homo antecessor’ ແລະ ບາງຄົນກໍວ່າເປັນໜຶ່ງໃນບັນພະບູລຸດຮ່ວມກັັນຄົນສຸດທ້າຍ ລະຫວ່າງ Homo sapiens’ ແລະ ‘Neanderthals’. ເຖິງຢ່າງໃດກໍຕາມ ຊິ້ນສ່ວນນີ້ຖືວ່າເປັນຕົວຢ່າງທໍາອິດຂອງເຜົ່າພັນມະນຸດທີ່ກ້າເດີນທາງສ່ຽງໄປຢູໂຣບ.

ແນວໃດກໍຕາມ ໃນການຄົ້ນພົບຄັ້ງນີ້ຍັງບໍ່ຮູ້ວ່າເປັນມະນຸດສາຍພັນໃດ ແລະ ຕ້ອງໃຊ້ພິສູດຫຼັກຖານເປັນເວລາຫຼາຍເດືອນ ແຕ່ອາຍຸກໍຄາດວ່າຈະ 1.4 ລ້ານປີ (John Hawks).ນັກມະນຸດວິທະຍາ ຈາກມະຫາວິທະຍາໄລວິສຄອນຊິນ-ແມດິສັນ ທີ່ບໍ່ໄດ້ກ່ຽວຂ້ອງກັບການຂຸດຄົ້ນນີ້ກ່າວກັບສຳນັກຂ່າວ Live Science ພ້ອມເສີມວ່າ “ບໍ່ວ່າພວກເຂົາຈະຕັດສິນອອກມາຢ່າງໃດກໍຕາມ ສິ່ງນີ້ເຊື່ອມໂຍງຢູ່ກັບທີ່ ທີ່ມີຫຼັກຖານພຶດຕິກຳຕ່າງໆ ເຊັ່ນ: ການເຮັດເຄື່ອງມືຫີນ ຫຼື ການລ່າສັດທີ່ບົ່ງບອກເຖິງຄວາມສາມາດຂອງບັນພະບູລຸດ ແລະ ຍາດຕິພີ່ນ້ອງຂອງພວກເຮົາ ສຳລັບຂ້ອຍແລ້ວ ນັ້ນຄືສ່ວນສຳຄັນ”.
ໂຮໂມເຊປ້ຽນ ເປັນສະມາຊິກກຸ່ມສຸດທ້າຍຂອງ “ໂຮມິນິດ” ທີ່ອອກຈາກທະວີບແອັຟຣິກາ ເມື່ອປະມານ 60,000 ປີກ່ອນ ຫຼື ປະມານ 200,000 ເຖິງ 100,000 ປີກ່ອນ ແລະ ພວກເຂົາກໍອາດຈະເຂົ້າສູ່ທະວີບຢູໂຣບ ເມື່ອປະມານ 54,000 ເຖິງ 45,000 ປີກ່ອນ.

ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment