ເມື່ອວັນທີ 5 ຕຸລາ 2022 ສຳນັກຂ່າວຕ່າງປະເທດຫຼາຍສຳນັກໄດ້ລາຍງານວ່າ ກໍາປູເຈຍ ໃນຖານະທີ່ເປັນປະເທດປະທານສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ປະຈໍາປີນີ້ ໄດ້ອອກມາເຜີຍແຜ່ຖະແຫຼງການວ່າ ຈະບໍ່ເຊີນ ພົນເອກອາວຸໂສ ມິນ ອ່ອງ ຫຼ່າຍ ຜູ້ນຳມຽນມາໃຫ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ຈະຈັດຂຶ້ນໃນໄລຍະເດືອນ ພະຈິກ 2022 ນີ້ ເນື່ອງຈາກບໍ່ມີຄວາມຄືບໜ້າຢ່າງເປັນຮູບປະທຳຕາມສັນທາມະຕິ 5 ຂໍ້ທີ່ມີການຕົກລົງກັບລັດຖະບານມຽນມາ.

ຢ່າງໃດກໍດີ ກຳປູເຈຍຍັງເປີດກວ້າງ ໂດຍການອະນຸຍາດໃຫ້ລັດຖະບານມຽນມາສະເໜີຊື່ຜູ້ແທນທີ່ບໍ່ມີຄວາມກ່ຽວຂ້ອງກັບການເມືອງເຂົ້າຮ່ວມການປະຊຸມອາຊຽນແທນ.

ການເຄື່ອນໄຫວດັ່ງກ່າວນີ້ ນັບເປັນອີກຄັ້ງໜຶ່ງທີ່ລັດຖະບານມຽນມາຖືກປະຕິເສດຈາກເວທີລະດັບປະເທດ ຫຼັງຈາກທີ່ກອງທັບມຽນມາໄດ້ກໍ່ລັດຖະປະຫານຢຶດອໍານາດຈາກລັດຖະບານພົນລະເຮືອນໃນເດືອນ ກຸມພາ ປີ 2021 ແລະ ໃນເດືອນຕຸລາຂອງປີດຽວກັນ ເຊິ່ງມີການຈັດກອງປະຊຸມສຸດຍອດຜູ້ນຳອາຊຽນຂຶ້ນທີ່ບຣູໄນ ເຈົ້າພາບຈັດກອງປະຊຸມກໍໄດ້ປະຕິເສດທີ່ຈະເຊີນພົນເອກອາວຸໂສ ມິນ ອ່ອງ ຫຼ່າຍ ຜູ້ນຳມຽນມາເຂົ້າຮ່ວມ ເຊັ່ນດຽວກັນກັບກອງປະຊຸມກ່ອນໜ້ານີ້ທີ່ຈັດຂຶ້ນເມື່ອເດືອນກຸມພາ ແລະ ສິງຫາຂອງປີນີ້ ຜູ້ນຳລັດຖະບານມຽນມາກໍບໍ່ໄດ້ຖືກເຊີນເຂົ້າຮ່ວມເຊັ່ນດຽວກັນ.

ແລະທີ່ຜ່ານມາອາຊຽນຕ້ອງປະເຊີນກັບສຽງວິພາກວິຈານຈາກປະຊາຄົມໂລກເຖິງຄວາມໄຮ້ປະສິດທິພາບໃນການແກ້ໄຂບັນຫາຂອງມຽນມາ ບໍ່ວ່າຈະເປັນເລື່ອງການຢຸດຢັ້ງຄວາມຮຸນແຮງພາຍໃນປະເທດທີ່ເກີດຈາກລັດຖະບານທີ່ມີ ມິນ ອ່ອງ ຫຼ່າຍ ເປັນຜູ້ນຳ ຈົນໄປເຖິງເຫດການຫຼ້າສຸດທີ່ໄດ້ມີການສັ່ງປະຫານຊີວິດ 4 ນັກເຄື່ອນໄຫວເພື່ອປະຊາທິປະໄຕ ເຊິ່ງນັ້ນມັນຍິ່ງກະຕຸ້ນຄວາມບໍ່ພໍໃຈແລະເກີດຄໍາຖາມກ່ຽວກັບບົດບາດຂອງອາຊຽນໃນຖານະສະມາຄົມລະດັບພາກພື້ນ.
ເຖິງວ່າການປະຊຸມລັດຖະມົນຕີຕ່າງປະເທດອາຊຽນເມື່ອເດືອນສິງຫາ ບັນດາປະເທດອາຊຽນຈະອອກມາປະນາມການກະທຳຂອງລັດຖະບານມຽນມາ ເຊິ່ງຖືກເບິ່ງວ່າເປັນການກະທໍາທີ່ບໍ່ຄ່ອຍດີທີ່ເກີດຂຶ້ນຈາກກຸ່ມພາກພື້ນທັງ 10 ປະເທດ ໂດຍໃນກອງປະຊຸມລະບຸວ່າມີຄວາມຫວັງຢ່າງຍິ່ງຕໍ່ຄວາມຄືບໜ້າທີ່ເກີດຂຶ້ນພຽງເລັກນ້ອຍ ແລະ ຂາດຄວາມຸ່ງໝັ້ນຂອງທາງການມຽນມາໃນການດໍາເນີນການຕາມສັນທາມະຕິ 5 ຂໍ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment