ພຸດທະວັນ ບຸນມະນີ ອາຍຸ 33 ປີ ເປັນຜູ້ຍິງຄົນໜຶ່ງທີ່ຮ່ຳຮຽນສຶກສາມາຕັ້ງແຕ່ຍັງນ້ອຍ ເປັນນັກຮຽນເກັ່ງຄົນໜຶ່ງເລີຍກໍວ່າໄດ້ ຈົບການສຶກສາລະດັບປະລິນຍາໂທທີ່ຕ່າງປະເທດ ແລ້ວກໍໄດ້ເຮັດວຽກທີ່ກ່ຽວຂ້ອງກັບສາຍຮຽນ ແຕ່ສາຍເລືອດແມ່ຄ້າມັນຢູ່ທີ່ໃຈ ກໍເລີຍເລືອກທີ່ຈະເຮັດອາຊີບແມ່ຄ້າ. ປັດຈຸບັນຂາຍຊີ້ນແຫ້ງ ທີ່ເຮັດດ້ວຍຕົນເອງເປັນຫຼັກ ແລະ ສ້າງຄອບຄົວແລ້ວ.
ກວ່າຈະປະສົບຜົນສຳເລັດມາຮອດຂັ້ນນີ້ ກໍຜ່ານຜ່າເລື່ອງລາວຕ່າງໆນານາມາຫຼາຍພໍສົມຄວນ ເຄີຍລອງຜິດລອງຖືກມາແລ້ວກໍຫຼາຍ. ສະໄໝກ່ອນທີ່ຈະມາຄ້າຂາຍ ແມ່ນຕົນເອງໄດ້ຮຽນຈົບມາແຕ່ຈີນ ໃນໄລຍະທີ່ສຶກສາຢູ່ທີ່ນັ້ນ ກໍຄ້າຂາຍອອນລາຍໄປພ້ອມໆກັບຮຽນ ພໍຫັນມາເປັນອາຊີບແມ່ຄ້າເຕັມຕົວ ກໍໄດ້ປະສົບການໃນທາງດ້ານນີ້.

ການຂາຍເຄື່ອງອອນລາຍສາມາດເຮັດໃຫ້ ພຸດທະວັນ ສ້າງລາຍຮັບໃຫ້ກັບຕົນເອງຫຼາຍພໍສົມຄວນ ລອງຜິດລອງຖືກມາຫຼາຍທຸລະກິດ ແຕ່ການຄ້າຂາຍແມ່ນຕອບໂຈດໄດ້ດີທີ່ສຸດ ແລະຊີ້ນແຫ້ງແມ່ນອາຫານທີ່ຄິດສູດດ້ວຍຕົນເອງຈຶ່ງຂາຍດີເປັນພິເສດ. ຖ້າເວົ້າເຖິງການຄ້າຂາຍທາງອອນລາຍແອັບ TikTok ສາມາດເອີ້ນລູກຄ້າເຂົ້າມາສັ່ງຊື້ໄດ້ດີ ເພາະມັນສາມາດເຮັດໃຫ້ຜູ້ຄົນເຫັນໄດ້ໄວຂຶ້ນ ແລະ ການຂາຍໂຄສະນາໃນແອັບນີ້ ກໍເຮັດໃຫ້ມີຄົນສົນໃຈຫຼາຍຂຶ້ນ ຈາກຜູ້ຕິດຕາມຫຼັກຮ້ອຍກາຍເປັນຫຼັກໝື່ນຫາແສນຜູ້ຕິດຕາມ.
ໃນການມາຄ້າຂາຍນີ້ ກໍດີໄປອີກແບບໜຶ່ງ ມັນສາມາດເຮັດໃຫ້ມີເວລາໃຫ້ກັບຄອບຄົວ-ລູກ ໄດ້ຢູ່ກັບຄົນທີ່ຮັກແບບເຕັມເວລາ. ຖ້າເວົ້າເຖິງລາຍໄດ້ກໍພໍລ້ຽງກຸ້ມຕົນເອງ ແລະ ຄອບຄົວໄດ້. ບາງຄັ້ງກໍຂາຍໄດ້ກຳໄລເປັນຈຳນວນຫຼາຍກວ່າທີ່ເຄີຍເຮັດວຽກເປັນປະຈຳ ເພາະ ພຸດທະວັນ ມີເວລາໃຫ້ກັບມັນເຕັມທີ່ ສາມາດເປັນນາຍຕົນເອງໄດ້.

ອາຊີບແມ່ຄ້າ ສຳລັບ ພຸດທະວັນ ບຸນມະນີ ເປັນອາຊີບໜຶ່ງທີ່ມີຄວາມສຳຄັນຫຼາຍ ສາມາດປ່ຽນແປງລາຍໄດ້ທີ່ດີໃຫ້ແກ່ຄອບຄົວ ໄດ້ມີເວລາຢູ່ກັບຕົນເອງແລະ ຄອບຄົວຫຼາຍຂຶ້ນ. ບໍ່ວ່າໃຜຈະດູຖູກ ຫຼື ດູໝິ່ນອາຊີບນີ້ ແຕ່ມັນກໍເປັນອາຊີບທີ່ບໍລິສຸດ ສາມາດສ້າງລາຍໄດ້ຢ່າງຫຼວງຫຼາຍ ຄວາມມັກຂອງອາຊີບແຕ່ລະຄົນມັນແຕກຕ່າງກັນ. ໂດຍສ່ວນຕົວແລ້ວ ພຸດທະວັນ ມັກໃນອາຊີບຄ້າຂາຍ ແລະ ເລືອກດີແລ້ວທີ່ຈະເອົາມາເປັນອາຊີບຫຼັກ ເພາະມັກໃນການຄ້າຂາຍມາແຕ່ດົນນານແລ້ວ.
ສຸດທ້າຍນີ້ ພຸດທະວັນ ມີຄຳຄິດເຫັນຕໍ່ກັບທຸກອາຊີບຕື່ມວ່າ: “ທຸກໆອາຊີບລ້ວນແລ້ວແຕ່ມີຄຸນຄ່າຂອງມັນ ບໍ່ວ່າຈະອາຊີບໃດກໍມີດີ ເຊິ່ງມັນຈະແຕກຕ່າງກັນອອກໄປແຕ່ລະອາຊີບ, ສະນັ້ນແລ້ວ ເຮົາບໍ່ຄວນເອົາອາຊີບໃດອາຊີບໜຶ່ງມາປຽບທຽບກັນ ຖ້າຫາກມັກໃນອາຊີບນັ້ນກໍຈົ່ງເຮັດອາຊີບນັ້ນ ບໍ່ມັກອາຊີບໃດກໍບໍ່ຄວນເຮັດອາຊີບນັ້ນ ທຸກອາຊີບມີຄຸນຄ່າຂອງມັນ ແຕ່ກໍປາສະຈາກບໍ່ໄດ້ກັບຫຼາຍໆຄົນທີ່ມັກເອົາອາຊີບມາປຽບທຽບກັນ”.
ບົດສຳພາດໂດຍ: ພຸດທະວັນ ບຸນມະນີ https://cutt.ly/6BohsBb
ສາມາດຕິດຕາມ TikTok ໄດ້ທີ່: https://cutt.ly/nBojkku
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/