ປັດຈຸບັນ, ປະຊາຄົມໂລກໄດ້ເອົາໃຈໃສ່ ເເລະ ໃຫ້ຄວາມສຳຄັນກັບມະເຮັງຫຼາຍຂຶ້ນ. ໃນແຕ່ລະປີ, ມະເຮັງໄດ້ພາກຊີວິດຂອງຜູ້ຄົນທົ່ວໂລກໃນອັດຕາທີ່ເພີ່ມຂຶ້ນເລື້ອຍໆ. ເພື່ອເຮັດໃຫ້ຄົນທົ່ວໂລກຮັບຮູ້ເຖິງອັນຕະລາຍຂອງມະເຮັງ ລວມທັງການໂຄສະນາໃຫ້ປະຊາຊົນຫັນມາເອົາໃຈໃສ່ສຸຂະພາບຂອງຕົນເອງ ອົງການອະນາໄມໂລກ ແລະ ສະມາຄົມຕ້ານມະເຮັງສາກົນ ໄດ້ກຳນົດເອົາວັນທີ 4 ກຸມພາ ເປັນວັນມະເຮັງໂລກ.
ມະເຮັງເປັນພະຍາດທີ່ຫຼາຍຄົນຢ້ານ ບາງຄັ້ງສາເຫດໜຶ່ງອາດຈະເກີດມາຈາກພຶດຕິກໍາທີ່ມັກເຮັດ ແລ້ວເກີດການສະສົມກ່ອນທີ່ຈະເຈັບປ່ວຍ. ດັ່ງນັ້ນເຮົາມາເບິ່ງກັນວ່າພຶດຕິກຳໃດເເດ່ທີ່ເຮັດໃຫ້ເຮົາສ່ຽງທີ່ຈະເປັນໂຣກຮ້າຍນີ້.

- ການ X-rays ເລື້ອຍໆ ໂດຍບໍ່ຈໍາເປັນ
ຕົວຢ່າງ ໃນກໍລະນີຂອງການ X-rays ມະເຮັງເຕົ້ານົມ (mammograms), ເຊິ່ງໄດ້ລາຍງານໂດຍແພດຊ່ຽວຊານລະດັບສາກົນເເລ້ວວ່າ ບໍ່ຈຳເປັນຕ້ອງ X-rays ເລື້ອຍໆ ເພາະວ່າມັນບໍ່ໄດ້ຊ່ວຍລົດຜ່ອນອັດຕາການເປັນມະເຮັງລົງ. ທັງນີ້ການ X-ray ເເບບເຂົ້າອຸມົງທົ່ວຮ່າງກາຍ ເຊິ່ງຖືກຈັດປະເພດເປັນການ ອາບຣັງສີ ໂດຍຣັງສີ X-rays ທີ່ໄດ້ຮັບແມ່ນເປັນພິດຕໍ່ໂມເລກຸນ DNA.
- ການໃຊ້ຮໍໂມນ
ການໄດ້ຮັບຮໍໂມນທັງເເບບກິນ, ສັກ ຫຼື ເສີມເຂົ້າໄປ ເພື່ອກະຕຸ້ນໃດໆກໍຕາມ ຕ້ອງລະວັງຜົນກະທົບຂ້າງຄຽງທີ່ອາດຈະຕາມມາ. ເນື່ອງຈາກວ່າບໍ່ມີການເສີມຮໍໂມນໃດທີ່ບໍ່ມີພິດໄພ ການຮັບຮໍໂມນເຂົ້າໄປໃນຮ່າງກາຍອາດເຮັດໃຫ້ໄປລົບກວນຮໍໂມນທໍາມະຊາດໃນຮ່າງກາຍ ແລະ ກາຍເປັນປຸຍເລັ່ງໃຫ້ກັບມະເຮັງໄດ້.

- ການນອນເດິກ
ການນອນເດິກເກີນໄປ ຫຼື ນອນບໍ່ກົງເວລາເປັນປະຈຳ ຕົວຢ່າງ: ການເຮັດວຽກເປັນກະ, ການສະຫຼັບເວນໃນຕອນເຊົ້າ, ຕອນບ່າຍ ແລະ ກາງຄືນ ແມ່ນມີຄວາມສ່ຽງຕໍ່ສຸຂະພາບ ແລະ ໂຣກມະເຮັງບາງຊະນິດ.
- ການກິນຕອນເດິກ
ວິຖີຊີວິດຂອງການນອນ ແລະ ການກິນອາຫານທີ່ບໍ່ຖືກເວລາ ຈະເຮັດໃຫ້ລະບົບໃນຮ່າງກາຍຂອງທ່ານຜິດປົກກະຕິ, ປຽບດັ່ງກັບລົດທີ່ຂັບໄປມາ ແລະ ບໍ່ມີບ່ອນພັກຜ່ອນ. ການກິນອາຫານເດິກແມ່ນຄ້າຍຄືກັບການທີ່ຮ່າງກາຍຕ້ອງເຮັດວຽກລ່ວງເວລາໃນຂະນະທີ່ຄວນຈະພັກຜ່ອນ, ຮ່າງກາຍຈະຕ້ອງລຸກຂຶ້ນມາເພື່ອຍ່ອຍອາຫານ ເຊິ່ງຈະເຮັດໃຫ້ສະໝອງຫຼັ່ງສານຕ້ານມະເຮັງເຊັ່ນ “ເມລາໂທນິນ” ໄດ້ບໍ່ເຕັມທີ່.

- ການກິນອາຫານຊ້ຳໆ
ສຳລັບໃຜທີ່ມັກກິນເເຕ່ອາຫານເເບບເກົ່າຊ້ຳໆ ຫຼື ອອກໄປຮ້ານເເລ້ວສັ່ງເເຕ່ອາຫານເເບບເກົ່າມາກິນເກືອບທຸກມື້ຈົນກະເພາະ ເເລະ ລຳໄສ້ເຄີຍຊິນກັບການກິນສານອາຫານເດີມ ສົ່ງຜົນໃຫ້ຮ່າງກາຍຂາດວິຕາມິນໄດ້ ເເຖມຮ່າງກາຍຍັງມີການສະສົມສານພິດໄວ້ໃນຮ່າງກາຍທີ່ເປັນສາເຫດຂອງການເກີດມະເຮັງໄດ້.
- ທ້ອງຜູກ
ອາການທ້ອງຜູກຊ່ວຍກະຕຸ້ນມະເຮັງຫຼາຍຊະນິດ, ໂດຍສະເພາະແມ່ນສິ່ງທີ່ເປັນພິດຕໍ່ລໍາໄສ້ເພາະວ່າມັນຢູ່ໃກ້ຊິດກັບຂອງເສຍຈາກຮ່າງກາຍທີ່ສຸດ, ທ້ອງຜູກ ເປັນຈຸດເລີ່ມຕົ້ນຂອງການກໍ່ໃຫ້ເກີດມະເຮັງລໍາໄສ້ໄດ້.

- ຄວາມຄຽດ
ສຳລັບໃຜທີ່ມັກເກັບກົດໄວ້ເກັ່ງເຊັ່ນ ທຸກສິ່ງທຸກຢ່າງເບິ່ງຄືໜ້າລໍາຄານຕາໄປ, ລົດຕິດກໍຮູ້ສຶກຫງຸດຫງິດ, ພະນັກງານເສີບຊ້າພຽງເລັກນ້ອຍກໍບໍ່ພໍໃຈ, ທຸກສິ່ງທຸກຢ່າງຂວາງຫູຂວາງຕາໄປໝົດ ອາການເຫຼົ່ານີ້ສາມາດເປັນຕົວເລັ່ງກໍ່ໃຫ້ເກີດມະເຮັງໄດ້. ເນື່ອງຈາກວ່າມະເຮັງໃຊ້ຄວາມຄຽດໃນການເລັ່ງການຂະຫຍາຍຕົວທີ່ກະຕຸ້ນ “ອະນຸມູນອິດສະຫຼະ” ແລ່ນວົນໄປມາໃນກະແສເລືອດ. ເພາະສະນັ້ນຄວາມຄຽດຈຶ່ງເປັນຕົວກະຕຸ້ນຊັ້ນດີໃນການເກີດມະເຮັງ ເຊິ່ງສາມາດເກີດມະເຮັງໄດ້ທຸກສ່ວນລວມທັງມະເຮັງຫົວໃຈ
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/