ເເມວມີນິດໄສເເຕກຕ່າງຈາກໝາບ່ອນທີ່ບໍ່ມັກຫຍຸ້ງກັບໃຜ ເເລະ ບໍ່ມັກຂໍຄວາມຊ່ວຍເຫຼືອເວລາຮູ້ສຶກບໍ່ສະບາຍ, ໂດຍສັນຊາດຕະຍານການປ້ອງກັນຕົວຂອງເເມວເວລາບໍ່ສະບາຍເເມ່ນຈະໃຈຮ້າຍ ເເລະ ມັກໄປລີ້ຢູ່ບ່ອນມິດໆ ຈຶ່ງເຮັດໃຫ້ເຮົານັ້ນສັງເກດໄດ້ຍາກ.
ໂຣກບາງຊະນິດທີ່ເກີດຂຶ້ນກັບແມວອາດຈະບໍ່ສະແດງອາການຮ້າຍແຮງອອກມາໂດຍກົງ ເຊິ່ງແມວອາດມີອາການຜິດປົກກະຕິເລັກໜ້ອຍເຊັ່ນ: ໄອ ແລະ ຫາຍໃຈສຽງດັງ ຫຼື ມີກິ່ນປາກ. ທ່ານອາດສາມາດປ້ອງກັນບັນຫາສຸຂະພາບໃນແມວຂອງທ່ານໄດ້ໂດຍການພາແມວໄປກວດທຸກໆ 6 – 12 ເດືອນ, ໂດຍສະເພາະເມື່ອແມວມີອາຍຸເກີນ 8 ປີຂຶ້ນໄປ. ຫາກສົງໄສວ່າເເມວມີອາການຜິດປົກກະຕິ ເເລະ ບໍ່ຮູ້ວ່າຮ້າຍເເຮງຫຼືບໍ່? ມື້ນີ້ເຮົາມີວິທີສັງເກດເບິ່ງວ່າເເມວຂອງເຮົານັ້ນກຳລັງປ່ວຍຢູ່ຫຼືບໍ່ ເພາະບາງໂຣກສາມາດເປັນອັນຕະລາຍຕໍ່ຊີວິດຂອງແມວໄດ້. ສະນັ້ນຈຶ່ງຕ້ອງຈັບຕາເບິ່ງ ເເລະ ໝັ່ນສັງເກດເຖິງຄວາມຜິດປົກກະຕິເພື່ອຈະພາໄປຫາສັດຕະວະແພດໄດ້ທັນເວລາ.

- ພຶດທິກຳທີ່ເເປກໆ ຫຼື ມີພຶດຕິກຳທີ່ປ່ຽນໄປ ເປັນອາການທີ່ເຮົາສັງເກດໄດ້ງ່າຍຈາກເເມວ, ໂດຍເເມວອາດຈະມີອາການຊຶມເສົ້າ, ນອນຫຼາຍຜິດປົກກະຕິ ເຖິງຈະເອົາຂອງທີ່ເຄີຍມັກມາລໍ້ກໍບໍ່ສົນໃຈ. ຈາກເເມວທີ່ເຄີຍສົດໃສ ເເລ່ນຫຼິ້ນໄປທົ່ວ ເເຕ່ກາຍເປັນມັກໄປລີ້ ເເລະ ຢູ່ເເບບງຽບໆ ບໍ່ສົ່ງສຽງໃຫ້ເຮົາໄດ້ຍິນ. ນີ້ອາດເປັນພຶດຕິກຳທີ່ບອກວ່າເເມວຂອງທ່ານກຳລັງມີອາການປ່ວຍ
- ອາການເບື່ອອາຫານຂອງເເມວມັກມາກັບອາການຊຶມ ຈາກທີ່ເປັນເຄີຍກິນຫຼາຍກັບເມີນເຂົ້າໜົມ ຫຼື ອາຫານທີ່ມັກ ບວກກັບອາການຍ່ຽວຫຼາຍເກີນໄປ ຫຼື ມີກິ່ນປາກ ອາດເປັນສັນຍານບອກວ່າເເມວອາດມີອາການຂອງໂຣກເບົາຫວານ ຫຼື ໂຣກກ່ຽວກັບຮໍໂມນໄດ້. ຫາກພົບເຫັນພຶດຕິກຳທີ່ຜິດປົກກະຕິ ບໍ່ວ່າຈະເປັນການກິນອາຫານ ຫຼື ນ້ຳກໍຕາມ ຄວນພາໄປພົບສັດຕະວະເເພດເພື່ອກວດເບິ່ງອາການໃຫ້ເເນ່ໃຈ.
- ຖ້າແມວມີອາການຖອກທ້ອງເປັນເວລາດົນນານ ຂັບຖ່າຍເປັນສີດໍາ ເລືອດສົດ ຫຼື ນໍ້າເມືອກປົນມານຳ. ອາການເຫຼົ່ານີ້ບົ່ງບອກວ່າເເມວຂອງທ່ານກຳລັງປ່ວຍຢູ່. ຖ້າຫາກວ່າມີອາການໃດໜຶ່ງທີ່ກ່າວມາຂ້າງເທິງ ຫຼື ມີການອາຈຽນ, ຊຶມ, ບໍ່ຢາກອາຫານ ຫຼື ມີນ້ຳໜັກລົດລົງພ້ອມກັບການຂັບຖ່າຍຍາກ ໃຫ້ຕິດຕໍ່ຫາສັດຕະວະແພດໃນທັນທີ.
- ອາການຂົນຫຍາບ ຫຼື ຜິວໜັງທີ່ຕັ້ງຂຶ້ນມາອາດຈະເປັນສັນຍານຂອງການຂາດນໍ້າ. ທ່ານສາມາດທົດສອບໄດ້ຢ່າງງ່າຍດາຍ ໂດຍການລອງດຶງໜັງຄໍຂອງແມວ ຖ້າໜັງຍັງຕັ້ງຢູ່ ບໍ່ຍຸບລົງ ແລະ ກັບຄືນສູ່ສະພາບເດີມ. ນັ້ນໝາຍຄວາມວ່າແມວຂອງທ່ານອາດຈະບໍ່ໄດ້ຮັບນໍ້າພຽງພໍເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງຮ່າງກາຍ ແລ ະຖ້າລອງລູບຂົນເບິ່ງເເລ້ວ ຮູ້ສຶກວ່າຫຍາບ ບໍ່ເຫຼື້ອມມື່ນຄືເເຕ່ກ່ອນ ສະເເດງວ່າເເມວຂອງທ່ານບໍ່ສະບາຍ ຫຼື ຂາດສານອາຫານທີ່ຊ່ວຍບຳລຸງຮ່າງກາຍເຊັ່ນ: ໂອເມກ້າ 3 ແລະ 6 ລວມທັງວິຕາມິນ E ແລະ A
- ໂດຍປົກກະຕິເເລ້ວແມວແມ່ນສັດທີ່ຮັກຄວາມສະອາດ ພວກເຮົາມັກຈະເຫັນແມວເລຍ ແລ ະ ທໍາຄວາມສະອາດຕົນເອງເລື້ອຍໆ ນີ້ແມ່ນພຶດຕິກໍາປົກກະຕິຂອງແມວ. ຖ້າເເມວຂອງທ່ານຫ່າງຫາຍຈາກການເລຍຂົນເພື່ອທຳຄວາມສະອາດຕົນເອງ ອາດເປັນໄປໄດ້ວ່ານ້ອງເເມວນັ້ນອາດມີບັນຫາກ່ຽວກັບແຂ້ວ ຫຼື ເປັນໂຣກຂໍ້ອັກເສບຢູ່ກໍເປັນໄດ້

- ສີເຫງືອກຂອງແມວທີ່ມີສຸຂະພາບດີຕ້ອງເປັນສີບົວ. ເມື່ອເຮົາລອງກົດລົງເຫງືອກເເລ້ວ ສີຂອງເຫງືອກຄວນກັບມາເປັນສີບົວຄືເກົ່າພາຍໃນ 2 ວິນາທີ, ຫາກເຫງືອກມີສີຈືດເກີນໄປ ຫຼື ເມື່ອກົດລົງເຫງືອກເເລ້ວ, ສີຂອງເຫງືອກຄ່ອຍໆກັບຄືນມາປົກກະຕິຊ້າ ສະແດງໃຫ້ເຫັນວ່າແມວອາດຈະມີບັນຫາເລືອດຈາງ ຫຼື ມີລະບົບການໄຫຼວຽນຂອງເລືອດຜິດປົກກະຕິ. ແຕ່ຖ້າເຫງືອກມີສີແດງກວ່າປົກກະຕິຈົນເປັນສີຂຽວເຂັ້ມ, ນັ້ນເປັນສັນຍານອັນຕະລາຍທີ່ບອກແມວຂອງທ່ານອາດຂາດອັອກຊີເຈນ ຫຼື ອາດຈະເປັນສານພິດ ຄວນໄປພົບສັດຕະວະແພດທັນທີ.
- ເມື່ອເເມວຂອງທ່ານມີນ້ຳໜັກລົດລົງໂດຍບໍ່ຮູ້ສາເຫດ ນັ້ນອາດໝາຍຄວາມວ່າ ແມວກໍາລັງສູນເສຍກ້າມຊີ້ນ ຫຼື ມີການຜິດປົກກະຕິຂອງລະບົບເຜົາຜານໃນຮ່າງກາຍ, ເຊິ່ງອາດຈະເປັນໂຣກກ່ຽວກັບຮໍໂມນ ເຊັ່ນ: ໂຣກ hyperthyroidism ໄດ້. ສໍາລັບແມວທີ່ຕຸ້ຍເກີນໄປ, ພວກມັນອາດຈະມີຄວາມສ່ຽງຕໍ່ການເປັນໂລກເບົາຫວານ ລວມທັງບັນຫາຂໍ້ຕໍ່ ແລະ ກະດູກ.
- ເມື່ອທ່ານພົບວ່າແມວໄອ ຫຼື ຫອບ ຄວນສັງເກດເບິ່ງລັກສະນະຂອງການໄອ ຫຼື ຫອບນຳ. ເນື່ອງຈາກວ່າມັນສາມາດເປັນອາການຂອງພະຍາດທີ່ຮ້າຍແຮງຫຼາຍເຊັ່ນ: ໂຣກຫົວໃຈ, ໂຣກທາງເດີນຫາຍໃຈ ຫຼື ໂຣກພະຍາດໃນຫົວໃຈ. ພ້ອມນີ້ຍັງຕ້ອງສັງເກດເບິ່ງວ່າລັກສະນະຂອງອາການໄອວ່າເປັນການໄອເເບບໃດເຊັ່ນ: ໄອແຫ້ງ ຫຼື ໄອຄືມີຫຍັງຕິດຢູ່ໃນຄໍ, ເພາະມັນຈະຊ່ວຍບອກໄດ້ວ່າສັດລ້ຽງນັ້ນມີອາການມາຈາກສາເຫດໃດ ແລະ ສາມາດບອກຄວາມຮ້າຍແຮງຂອງໂຣກໄດ້. ຖ້າແມວມີອາການຫາຍໃຈລຳບາກ ຫຼື ຫອບນຳ ຄວນຮີບພາພວກມັນໄປຫາສັດຕະວະແພດໃຫ້ໄວເທົ່າທີ່ຈະໄວໄດ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/