
ເອີ້ນໄດ້ວ່າເປັນຂ່າວດີຂອງຄົນທີ່ຄອງຄອຍການຫວນຄືນມາຈັບໄມນັກຮ້ອງສາວ (ແມ່ຄ້າ) ສຽງດີຢ່າງ Rihanna ເມື່ອສື່ຕ່າງປະເທດຢ່າງ BBC ໄດ້ເປີດເຜີຍວ່າ NFL (National Football League) ປະກາດວ່າ Rihanna ຕອບຕົກລົງແລະເຊັນຍາຂຶ້ນສະແດງໃນໄລຍະພັກເຄິ່ງຂອງການແຂ່ງຂັນ Super Bow ຄັ້ງທີ 57 ທີ່ເມືອງ ຟີນິກ ລັດແອຣິໂຊນາ ສະຫະລັດອາເມຣິກາ ໃນວັນທີ 12 ກຸມພາ 2023 ທີ່ຈະມາຮອດນີ້.

ພ້ອມນັ້ນ Rihanna ນັກຮ້ອງສາວອາຍຸ 34 ປີ ແລະ ເປັນເຈົ້າຂອງຮາງວັນ Grammy Award 9 ຄັ້ງ ກໍໄດ້ໂພສຮູບພາບລົງ Twitter ສ່ວນຕົວ ໂດຍເປັນຮູບທີ່ສະແດງໃຫ້ເຫັນມືທີ່ກໍາລັງຖືລູກ American football ເພື່ອເປັນການຢືນຢັນຂ່າວດັ່ງກ່າວພ້ອມ ເຮັດໃຫ້ແຟນໆທົ່ວໂລກຕື່ນເຕັ້ນແລະດີໃຈຈົນບໍ່ບອກບໍ່ຖືກ ເພາະ Rihanna ໄດ້ຫາຍໜ້າຈາກການເຮັດເພງມາເປັນເວລາຫຼາຍປີແລ້ວ.
ທັງນີ້ ການສະແດງພັກເຄິ່ງຂອງການແຂ່ງຂັນ Super Bowl ແມ່ນໃຊ້ເວລາປະມານ 14 ນາທີ ຖືເປັນການຖ່າຍທອດການສະແດງທີ່ມີຜູ້ຮັບຊົມຫຼາຍທີ່ສຸດງານໜຶ່ງໃນໂລກ ໂດຍເຄີຍສະຖິຕິບັນທຶກໄວ້ວ່າມີຜູ້ຮັບຊົມຈາກທົ່ວໂລກຫຼາຍກວ່າ 120 ລ້ານຄົນ.

Seth Dudowsky ຜູ້ອຳນວຍການຝ່າຍດົນຕີຂອງ NFL ກ່າວວ່າ Rihanna ເປັນໜຶ່ງໃນສິລະປິນທີ່ສ້າງພະລັງດ້ານວັດທະນະທໍາຕະຫຼອດອາຊີບການຮ້ອງເພງຂອງລາວ ທາງດ້ານ Jay-Z ໃນຖານະເຈົ້າຂອງບໍລິສັດ Roc Nation ເຊິ່ງເປັນນາຍໜ້າຂອງການຮ່ວມຄວບຄຸມການສະແດງຄັ້ງນີ້ ເຜີຍວ່າ Rihanna ເປັນບຸກຄົນໜຶ່ງທີ່ເຕັມໄປດ້ວຍພອນສະຫວັນແຫ່ງຍຸກສະໄໝ ເພາະຈາກເດັກຍິງທີ່ເກີດຢູ່ເກາະນ້ອຍໆ ຢ່າງ ບາຣ໌ເບໂດສ ສາມາດກ້າວໄປເປັນໜຶ່ງໃນສິລະປິນທີ່ໂດດເດັ່ນທີ່ສຸດສຸດຕະຫຼອດການ ພ້ອມທັງສ້າງທຸລະກິດ ແລະກິດຈະການບັນເທິງຂອງຕົນເອງຂຶ້ນມາໄດ້.
ການສະແດງໃນໄລຍະພັກເຄິ່ງຂອງງານ Super Bowl ຖືວ່າເປັນໜຶ່ງໃນສີສັນສຳຄັນຂອງການແຂ່ງຂັນ ເພາະແຕ່ລະປີມັກຈະມີສິລະປິນຊື່ດັງລະດັບໂລກຫຼາກໜ້າຫຼາຍຕາໄດ້ຮັບເຊີນຂຶ້ນສະແດງ ໂດຍສະເພາະສິລະປິນຍຸກ 90 ເຊັ່ນ: Michael Jackson, The Rolling Stones, Beyoncé ແລະ ອື່ນໆ.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment