ສະມາຊິກຂອງກຸ່ມຝ່າຍຂວາຂອງປະເທດອິນເດຍ ໄດ້ຈັດພິທິສວດພາວະນາເປັນພິເສດໃນນະຄອນເດລີ ໃຫ້ກັບ Donald Trump ຜູ້ທີ່ໄດ້ຮັບການສະເໜີຊື່ເຂົ້າຊິງຕຳແໜ່ງປະທານາທິບໍດີ ຫຼັງຈາກທີ່ລາວສາມາດລອດຊີວິດຈາກການພະຍາຍາມລອບສັງຫານມາໄດ້.
ໂດຍນັກບວດຜູ້ເຮັດພິທີໄດ້ຄິດເຄື່ອງໝາຍ ຕິລັກສີແດງເປັນມົງຄຸນໃນໂປສເຕີຂອງ Donald Trump ພ້ອມກັບການປະກອບພິທີກຳຮິນດູ ຍັກຍາ ດ້ວຍການຖວາຍເຄື່ອງສັກກາລະບູຊາຕ່າງໆ ໂດຍເຮັດຕໍ່ໜ້າຮູບເຄົາລົບທີ່ປະດັບປະດາຂອງ ພະແມ່ບັກລາມູກີ ເທບແຫ່ງອຳນາດ ແລະ ການປົກປ້ອງຂອງຊາວຮິນດູ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/