Thriving Center of Psychology ໃນສະຫະລັດອາເມຣິກາສໍາຫຼວດ ເກັບຂໍ້ມູນຄູ່ຮັກ Gen Y ແລະ Gen Z ທີ່ບໍ່ແຕ່ງງານຈຳນວນ 906 ຄູ່ ຕັ້ງແຕ່ເດືອນມິຖຸນາ 2023 ພົບວ່າ 75% ບໍ່ຢາກແຕ່ງງານ ເພາະງານແຕ່ງງານມີຄ່າໃຊ້ຈ່າຍຫຼາຍເກີນໄປ ສຳລັບເສດຖະກິດປັດຈຸບັນ.
ຄ່າໃຊ້ຈ່າຍງານແຕ່ງງານໃນປະເທດລາວ ຫຼື ຕ່າງປະເທດ ຖືວ່າມີການໃຊ້ຈ່າຍສູງພໍສົມຄວນ ໂດຍສະເພາະຄົນທີ່ອາໄສໃນຕົວເມືອງ ບໍ່ວ່າຈະຄ່າເຊົ່າສະຖານທີ່ ຄ່າອາຫານ-ເຄື່ອງດື່ມ ແພງກວ່າປີທີ່ຜ່ານມາ, ເນື່ອງຈາກເສດຖະກິດປັດຈຸບັນ ຍັງປະເຊີນກັບຫຼາຍໆບັນຫາ ໂດຍສະເພາະບັນຫາເງິນເຟີ້.
ການແຕ່ງງານຖືວ່າເປັນການຕັດສິນໃຈທີ່ສຳຄັນຄັ້ງນຶ່ງໃນຊີວິດ ບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ ຄົນຮຸ່ນໃໝ່ເລືອກທີ່ຈະເລື່ອນການຈັດງານອອກໄປ, ງານແຕ່ງງານຄັ້ງດຽວໃນຊີວິດ ຫຼາຍຄົນກໍຢາກຈັດໃຫ້ມັນພ້ອມພຽງ ບໍ່ມີສິ່ງຂາດເຂີນ ຈັດໃຫ້ງາມ ອຳນວຍຄວາມສະດວກໃຫ້ແກ່ຜູ້ມາຮ່ວມງານ ລ້ຽງສະຫຼອງຢ່າງມ່ວນຊື່ນ. ແຕ່ເມື່ອສະພາບເສດຖະກິດປັດຈຸບັນເປັນແບບນີ້ແລ້ວ ຄູ່ຮັກຫຼາຍຄູ່ກໍຕ້ອງໄດ້ເລື່ອນ ຫຼື ຄິດຍາກໃນການຈັດງານແຕ່ງ.
ໃນອາເມຣິກາ ຄ່າຄອງຊີບແພງພໍສົມຄວນ ການຈັດງານແຕ່ງງານແຕ່ລະຄັ້ງມີຄ່າໃຊ້ຈ່າຍສະເລ່ຍຢູ່ປະມານ 30,000 ໂດລາສະຫະລັດ. ເຊິ່ງປີຜ່ານມາແມ່ນຈະບໍ່ມີຄ່າໃຊ້ຈ່າຍໃນການຈັດງານແຕ່ງທີ່ສູງເທົ່ານີ້ມາກ່ອນ.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/