ຜົນສຳຫຼວດເຜີຍ ໄວໜຸ່ມ Gen Z ຊາວຈີນ ຫັນມາເກັບເງິນກັນຫຼາຍຂຶ້ນ ສວນທາງກັບໄວໜຸ່ມທົ່ວໂລກທີ່ພ້ອມໃຊ້ຈ່າຍຟຸມເຟືອຍ ເພື່ອຄວາມສຸກໃນຊີວິດ


ພາຍຫຼັງເກີດເຫດການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ເຮັດໃຫ້ກະແສການໃຊ້ເງິນເພື່ອຊົດເຊີຍເວລາທີ່ເສຍໄປໃນໄລຍະນັ້ນ ໄດ້ຮັບຄວາມນິຍົມໄປທົ່ວໂລກ, ແຕ່ໃນປະເທດຈີນ ປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ ໄວໜຸ່ມກັບມີກະແສການຖອນເງິນຫຼາຍຂຶ້ນ ສວນທາງກັບໄວໜຸ່ມທົ່ວໂລກທີ່ພ້ອມໃຊ້ຈ່າຍຟຸມເຟືອຍ ເພື່ອຄວາມສຸກໃນຊີວິດ.

ໄວໜຸ່ມຈີນເຫຼົ່ານີ້ຈະຕັ້ງເປົ້າຄ່າໃຊ້ຈ່າຍປະຈໍາເດືອນໃຫ້ຕໍ່າທີ່ສຸດ. ຫຼັງຈາກນັ້ນ, ເອົາເງິນທີ່ເຫຼືອໄປເປັນເງິນຝາກປະຢັດ, ເຊັ່ນໄວໜຸ່ມອາຍຸ 26 ປີທີ່ໃຊ້ຊື່ ‘Little Zhai Zhai’ ໃນສື່ສັງຄົມອະທິບາຍວ່າລາວຈໍາກັດຄ່າໃຊ້ຈ່າຍຂອງລາວບໍ່ໃຫ້ເກີນ 41.28 ໂດລາ, ຫຼືປະມານ 1 ລ້ານກີບຕໍ່ເດືອນ ຕົກເປັນຄ່າອາຫານນພຽງແຕ່ 1.38 ໂດລາ ຫຼື ປະມານ 30,000 ກີບຕໍ່ມື້ເທົ່ານັ້ນ.

Shaun Rein, ຜູ້​ຈັດ​ການ​ບໍລິສັດ​ຄົ້ນ​ຄວ້າ​ຕະ​ຫຼາດ​ຈີນ​ກ່າວ​ວ່າ, ໄວ​ໜຸ່ມ​ຈີນ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ແນວ​ຄິດ​ການ​ປະ​ຢັດ​ສຸດໆ. ເຊິ່ງແຕກ​ຕ່າງ​ກັນ​ຫຼາຍກັບໄວໜຸ່ມຍຸກ ​ປີ 2010​ ຜູ້ທີ່ຕ້ອງການໃຊ້ເງິນຫຼາຍກວ່າລາຍໄດ້ ແລະ ຍອມຢືມເງິນເພື່ອຊື້ຂອງລາຄາແພງຢ່າງສິນຄ້າ Brandname ຫຼື ໂທລະສັບມືຖືລາຄາແພງ.

ແນວໂນ້ມນີ້ໃນປະເທດຈີນເບິ່ງຄືວ່າກົງກັນຂ້າມກັບ Gen Z ໃນທົ່ວໂລກ (ຄົນທີ່ເກີດລະຫວ່າງ 1997-2012). ຜູ້ທີ່ມັກຈະກູ້ຢືມເງິນເພື່ອໃຊ້ສໍາລັບການເດີນທາງ ແລະ ກິດຈະກໍາອື່ນໆ ຂໍ້ມູນຈາກ Prosperity Index ຍັງເປີດເຜີຍວ່າປະມານ 73% ຂອງ Gen Z ໃນສະຫະລັດ ອາເມຣິກາ ເລືອກທີ່ຈະໃຊ້ຊີວິດທີ່ມີຄຸນະພາບດີ ແທນທີ່ຈະມີເງິນເພີ່ມເຕີມ ເພື່ອເກັບໄວ້ໃນບັນຊີທະນາຄານຂອງພວກເຂົາ.

https://www.cnbc.com/2024/07/02/chinas-young-are-revenge-saving-even-as-other-gen-zers-pile-up-debt.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/