ຜົນສຳຫຼວດເຜີຍ ຄົນຍຸກໃໝ່ຍອມເປັນໜີ້ຫຼາຍຂຶ້ນ ເພື່ອໃຫ້ໄດ້ທ່ອງທ່ຽວ


ຜົນສຳຫຼວດ ຈາກ Bank of America ເປີດເຜີຍໃຫ້ເຫັນວ່າ ໄວໜຸ່ມ ຍຸກ Millennial ແລະ Gen Z ພ້ອມແບກຫາບຄວາມສ່ຽງດ້ານການເງິນຂອງພວກເຂົາ ແລະ ຍອມເປັນໜີ້ຫຼາຍຂຶ້ນ ເພື່ອການທ່ອງທ່ຽວຂອງພວກເຂົາ.

ຈາກຜົນສຳຫຼວດຜູ້ໃຫຍ່ໃນ ສະຫະລັດອາເມຣິກາ ຜູ້ໃຫຍ່ສະຫະລັດ 2,360 ຄົນທາງອິນເຕີເນັດ, ໃນນັ້ນມີຈຳນວນຫຼາຍກວ່າ 1 ສ່ວນ 3 ຍອມເປັນໜີ້ ເພື່ອໃຫ້ມີທຶນໃນການໄປພັກຮ້ອນ ຫຼື ໄປ ທ່ອງທ່ຽວ.

ໃນຜົນສຳຫຼວດ 47% ຂອງຄົນຍຸກ Millennial ຍິນດີທີ່ຈະຮັບພາລະໜີ້ສິນເພື່ອໄດ້ເດີນທາງໄປທ່ອງທ່ຽວ, ຕໍ່ມາແມ່ນ Gen Z ປະມານ 42% ຮອງລົງມາອີກແມ່ນ Gen X ແລະ Baby Boomers ຢູ່ທີ່ 31% ແລະ 22% ຕາມລຳດັບ.

https://www.businessinsider.com/genz-millennials-going-into-debt-summer-vacation-travel-taylor-swift-2024-6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/