ໃນໄລຍະທີ່ຜ່ານມາ ມີຫຼາຍຜົນສຳຫຼວດຊີ້ວ່າ ຜູ້ຊາຍໃນຍຸກນີ້ ມີຄວາມໂສດ ໃນອັດຕາທີ່ເພີ່ມຂຶ້ນເລື້ອຍໆ ແລະ ເມື່ອບໍ່ດົນມານີ້ຜົນການສຶກສາຂອງ Pew Research ຊີ້ໃຫ້ເຫັນເຖິງຕົວເລກໃນການປ່ຽນແປງພຶດຕິກຳທາງເພດຂອງ ຜູ້ຊາຍ ແລະ ພົບວ່າ ຜູ້ຊາຍອາຍຸຕ່ຳກວ່າ 30 ປີ ມີອັດຕາການເປັນໂສດ ເຖິງ 63% ເຊິ່ງເພີ່ມຂຶ້ນຈາກ 51% ເມື່ອປີ 2019 ເຊິ່ງຈຳນວນນີ້ມີຫຼາຍກວ່າອັດຕາການເປັນໂສດຂອງຜູ້ຍິງ ເຖິງ 2 ເທົ່າ.
ສາເຫດໜຶ່ງແມ່ນການເພີ່ມຂຶ້ນຂອງນິດໄສເສບສື່ລາມົກ ນັບຕັ້ງແຕ່ການລະບາດຂອງພະຍາດ Covid-19 ເຊິ່ງໄດ້ປ່ຽນແປງຊີວິດປະຈໍາວັນຂອງຜູ້ຄົນໃນທົ່ວໂລກ. ມັນສົ່ງຜົນກະທົບຕໍ່ຂະບວນການລິເລີ່ມການສ້າງຄວາມສໍາພັນທີ່ແທ້ຈິງ ໂດຍສະເພາະການມີເພດສໍາພັນທີ່ເກືອບເປັນໄປບໍ່ໄດ້ໃນໄລຍະ 3-4 ປີ ທີ່ຜ່ານມາ.

ດຣ. ເຟຣັດ ເຣບິໂນວິສ (Fred Rabinowitz) ນັກຈິດຕະວິທະຍາ ແລະ ນັກຄົ້ນຄວ້າດ້ານຄວາມເປັນຊາຍ ຂອງມະຫາວິທະຍາໄລ Redlands ໄດ້ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: “ຊາຍໜຸ່ມກໍາລັງເສບຕິດສື່ອອນລາຍ, ລວມທັງຮູບພາບລາມົກ ແລະ ຂ້າພະເຈົ້າຄິດວ່າເຂົາເຈົ້າໄດ້ຮັບສິ່ງທີ່ເຂົາເຈົ້າຕ້ອງການຫຼາຍແລ້ວ ໂດຍທີ່ບໍ່ໄດ້ອອກໄປນອກ”
ຈາກປົກກະຕິ 76-87% ຂອງຜູ້ຊາຍອາຍຸ 18-29 ປີ ມັກຈະໃຊ້ສື່ລາມົກເປັນປະຈໍາ ຍິ່ງມີສະຖານະການທີ່ບັງຄັບໃຫ້ເຂົ້າມາແບບນີ້ ຈຶ່ງບໍ່ແມ່ນເລື່ອງແປກທີ່ກຸ່ມໄວໜຸ່ມນີ້ຈະຫັນໄປຫາສື່ບັນເທີງ ຫຼື ຮູບພາບລາມົກຫຼາຍຂຶ້ນ ເພື່ອສະໜອງ ແລະ ບັນລຸຄວາມມ່ວນຊື່ນທາງເພດທີ່ຖືກຈຳກັດ ຊີວິດປະຈໍາວັນ.

ນັ້ນເຮັດໃຫ້ຄວາມຕ້ອງການ ໃນການຊອກຫາ ແລະ ສານຄວາມສຳພັນກັບເພດກົງກັນຂ້າມ ຫຼື ຄົນແທ້ໆນັ້ນລົດລົງ ເພາະພວກເຂົາສາມາດບັນລຸຄວາມມ່ວນຊື່ນທາງເພດໄດ້ຈາກຕົວພວກເຂົາເອງ ແລະ ກໍເບິ່ງຄືວ່າການຊອກຫາຄົນທີ່ມັກ ກໍອາດບໍ່ຈຳເປັນອີກຕໍ່ໄປ.
ໃນຂະນະດຽວກັນ ແມ່ຍິງກໍເລີ່ມຫັນມາໃຫ້ຄວາມສຳຄັນໃນດ້ານອື່ນໆ ຫຼາຍກວ່າເຊັ່ນ: ການເງິນ, ວຽກ, ຕົນເອງ ແລະ ມິດຕະພາບ ລວມເຖິງມາດຕະຖານການເລືອກຜູ້ຊາຍ ທີ່ເຂັ້ມງວດຂຶ້ນ ເຮັດໃຫ້ຜູ້ຊາຍໃນໄວດຽວກັນ ຫຼື ອາຍຸໃກ້ໆກັນບໍແມ່ນຕົວເລືອກ ເນື່ອງຈາກເຫດຜົນເຫຼົ່ານີ້. ຄວາມເຈັບປວດຈາກການຖືກປະຕິເສດນີ້ເອງ ກໍເປັນອີກໜຶ່ງເຫດຜົນທີ່ພາໃຫ້ຜູ້ຊາຍເລືອກທີ່ຈະໄປເສບສື່ລາມົກ ເພື່ອບັນເທົາຄວາມເຫງົາ.

ນອກຈາກນີ້, ທັດສະນະຄະຕິ-ມຸມມອງ ກ່ຽວກັບ ຄວາມສໍາພັນ ແລະ ເລື່ອງເພດ ທີ່ປ່ຽນໄປໃນຊຸມປີມໍ່ໆມານີ້ ເຊັ່ນ: ການເພີ່ມຂຶ້ນຂອງວັດທະນະທໍາ hookup ຫຼື ການເພດສໍາພັນໂດຍບໍ່ຕ້ອງມີຄວາມສຳພັນຕໍ່ກັນ. ດັ່ງນັ້ນ ໄວໜຸ່ມຫຼາຍຄົນຈຶ່ງມີຄວາມຄິດວ່າເລື່ອງເພດເປັນເລື່ອງທີ່ສະບາຍໆ ແທນທີ່ຈະຄິດວ່າເປັນເລື່ອງຂອງຄວາມສຳພັນທີ່ມີຄວາມໝາຍເລິກເຊິ່ງ ຄວາມພໍໃຈໃນຄວາມສຸກທາງເພດ ແລະ ຄວາມພໍໃຈໃນຮ່າງກາຍຕົນເອງ ເຮັດໃຫ້ພວກເຂົາເລືອກທີ່ຈະເປັນໂສດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/