ມື້ນີ້ວັນທີ 28 ກຸມພາ ຜູ້ແທນຂອງຣັດເຊຍ-ຢູເຄຣນ ກຽມເຈລະຈາປຶກສາຫາລືກັນທີ່ຊາຍແດນ ຢູເຄຣນ-ເບລາຣຸສ ໃນຕອນເຊົ້າຂອງມື້ນີ້ຕາມເວລາທ້ອງຖິ່ນ ໂດຍ ປະທານາທິບໍດີ ໂວໂລດິເມຍ ເຊເລນສະກີ ຂອງຢູເຄຣນ ໄດ້ເປີດເຜີຍວ່າ ຕົນບໍ່ໄດ້ຄາດຫວັງກັບຜົນທີ່ຈະເກີດຂຶ້ນໃນການປະຊຸມຄັ້ງນີ້ ແຕ່ຈະເປີດໂອກາດໃຫ້ທັງສອງຝ່າຍເວົ້າຈາໂອ້ລົມກັນຜ່ານວິທີທາງການທູດ ພ້ອມເນັ້ນຍ້ຳວ່າຢູເຄຣນຕ້ອງການສັນຕິພາບ.

“ຂ້ອຍຈະເວົ້າແບບກົງໄປກົງມາ ຂ້ອຍບໍ່ເຊື່ອໝັ້ນແທ້ໆ ໃນຜົນທີ່ຈະເກີດຂຶ້ນຈາກການປະຊຸມຄັ້ງນີ້ ແຕ່ຈະເປີດໂອກາດໃຫ້ທຸກຝ່າຍໄດ້ລອງພະຍາຍາມເພື່ອທີ່ວ່າຈະບໍ່ມີພົນລະເມືອງຢູເຄຣນຄົນໃດສົງໄສຫຼືຄາໃຈໃນຕົວຂ້ອຍ ວ່າບໍ່ພະຍາຍາມທີ່ຈະຍຸຕິສົງຄາມ ເມື່ອມີໂອກາດ ເຖິງຈະເປັນໂອກາດພຽງເລັກໜ້ອຍກໍຕາມ”.
“ໃນຂະນະທີ່ຜູ້ແທນຂອງພວກເຮົາຢູ່ບ່ອນນັ້ນ, ຂ້ອຍຈະຢູ່ບ່ອນນີ້, ເສນາທິການທະຫານຈະຢູ່ບ່ອນນີ້, ກອງທັບຈະຢູ່ບ່ອນນີ້, ຜູ້ບັນຊາການຈະຢູ່ບ່ອນນີ້ ຈະປົກປ້ອງປະເທດ ແລະ ຊາຍແດນຂອງພວກເຮົາ”.
ນອກຈາກນີ້ ຜູ້ນຳຂອງຢູເຄຣນຍັງເຜີຍອີກວ່າ ປະທານາທິບໍດີ ອາເລັກຊາຍເດີ ລູກາເຊນໂກ ຂອງເບລາຣຸສ ໃນສະຖານະຕົວກາງຂອງການເຈລະຈາ ໃຫ້ຄຳໝັ້ນວ່າຈະບໍ່ມີຈະຫຼວດມິດຊາຍ (Missile), ເຮືອບິນ, ເຮລິຄອບເຕີ ລວມເຖິງກຳລັງທະຫານຈາກຝັ່ງເບລາຣຸສເຄື່ອນພົນເຂົ້າມາຍັງຊາຍແດນຢູເຄຣນ.
ໂດຍກ່ອນໜ້ານີ້ ໃນວັນທີ 27 ກຸມພາທີ່ຜ່ານມາ ໂວໂລດິເມຍ ເຊເລນສະກີ ປະທານາທິບໍດີແຫ່ງຢູເຄຣນໄດ້ຖະແຫຼງການ ປະຕິເສດຂໍ້ສະເໜີຂອງຣັດເຊຍ ໃນການເຈລະຈາຫາທາງອອກສົງຄາມທີ່ນະຄອນຫຼວງ ມິນສ໌ ປະເທດເບລາຣຸສ ແລະ ລະບຸວ່າການເຈລະຈາໃນນະຄອນຫຼວງມິນສ໌ອາດເປັນໄປໄດ້ ຖ້າຫາກຣັດເຊຍບໍ່ໃຊ້ດິນແດນຂອງເບລາຣຸສໃນການໂຈມຕີຢູເຄຣນ.
ເຊເລນສະກີ ຍັງສະເໜີວ່າ ຖ້າຫາກຢາກເຈລະຈາຫາທາງອອກຈໍາເປັນຕ້ອງແມ່ນການເຈລະຈາໃນປະເທດອື່ນທີ່ບໍ່ແມ່ນເບລາຣຸສ ເປັນທາງອອກດຽວທີ່ການເຈລະຈາຈະຊື່ສັດ ແລະ ສາມາດຍຸຕິສົງຄາມໄດ້ແທ້ໆ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/