ຜູ້ວ່າ ທຫລ ເຜີຍ ເງິນຕາອ່ອນຄ່າ ຍ້ອນໂຄງສ້າງເສດຖະກິດ ການຜະລິດ ແລະ ການຊົມໃຊ້ຍັງບໍ່ສົມດຸນກັນ


ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າທະນາຄານແຫ່ງ ສປປ ລາວ (ທຫລ) ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ເມື່ອວັນທີ 13 ມິຖຸນາ ທີ່ຜ່ານມານີ້ວ່າ ສາເຫດທີ່ເງິນຕາອ່ອນຄ່າ ຍ້ອນໂຄງສ້າງເສດຖະກິດ ການຜະລິດ ແລະ ການຊົມໃຊ້ຍັງບໍ່ສົມດຸນກັນ.

ໂດຍຄຳເຫັນດັ່ງກ່າວ ເປັນການຊີ້ແຈງ ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ກັບບັນຫາອັດຕາເງິນເຟີ້, ອັດຕາແລກປ່ຽນ-ການຄຸ້ມຄອງອັດຕາແລກປ່ຽນ, ວຽກງານການຄຸ້ມຄອງເງິນຕາຕ່າງປະເທດ, ການສະໜອງຊິນເຊື່ອໃຫ້ກັັບທຸລະກິດຂະໜາດນ້ອຍ ແລະ ກາງ (SME) ແລະ ບັນຫາອື່ນໆ ໂດຍທ່ານໄດ້ຊີ້ແຈງວ່າ: ເສດຖະກິດ ຂອງ ສປປ ລາວ ທີ່ຕິດພັນກັບວຽກງານເງິນຕາ ມີ 3 ຈຸດພິເສດຄື: ປັດຈຸບັນປະເທດເຮົາ ທີ່ກໍາລັງຜະເຊີນຢູ່ ໃນຖານະເງິນຕາຂອງປະເທດຍັງບໍ່ແຂງແຮງ ເນື່ອງຈາກໂຄງສ້າງພື້ນຖານທາງດ້ານເສດຖະກິດ ແລະ ການຜະລິດຂອງພວກເຮົາ ຍັງບໍ່ທັນສົມດຸນກັບການຊົມໃຊ້ ຈຶ່ງສົ່ງຜົນກະທົບລັກສະນະແກ່ຍາວ.

ໃນນັ້ນ, ຄັງເງິນແຮ່ສຳຮອງພວກເຮົາຍັງຕໍ່າ ຖ້າທຽບໃສ່ມາດຖານຄວາມໝັ້ນຄົງກ່ຽວກັບການຄຸມການນໍາເຂົ້າ, ການຊຳລະການນໍາເຂົ້າຍັງຕໍ່າ ທຽບໃສ່ກັບພັນທະຈະຕ້ອງສຳລະໜີ້ສິນຕ່າງປະເທດ ກໍຍັງຕໍ່າກວ່າມາດຕະຖານ ເຊິ່ງຈະຕ້ອງໃຊ້ເວລາ ເພື່ອສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາຂອງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ; ດຸນຊຳລະເງິນຕາຕ່າງປະເທດ ກໍຄື ການໃຊ້ເງິນຕາຕ່າງປະເທດ ກັບການຫາໄດ້ເງິນຕາຕ່າງປະເທດແມ່ນຂາດດຸນຢ່າງຕໍ່ເນື່ອງ.

ທ່ານ ຜູ້ວ່າກ່າວອີກວ່າ: “ເສດຖະກິດຂອງພວກເຮົາເປັນເສດຖະກິດນໍາໃຊ້ສິນຄ້າ ແລະ ການບໍລິການນໍາເຂົ້າ 60%-70% ເຮັດໃຫ້ການເໜັງຕີງຂອງອັດຕາແລກປ່ຽນ ກະທົບໂດຍກົງຕໍ່ລາຄາສິນຄ້ານໍາເຂົ້າ”.

ທ່ານ ບຸນເຫຼືອ ຍອມຮັບວ່າບັນຫາເງິນເຟີ້ ເປັນບັນຫາທີ່ຍາກສົມຄວນໃນການຄຸ້ມຄອງ ສາເຫດມາຈາກອັດຕາແລກປ່ຽນອ້ອມຂ້າງ (ນອກລະບົບ) ຍັງມີ, ເຖິງວ່າໄລຍະ 5 ເດືອນ ຕົ້ນປີ 2024 ຈັງຫວະການອ່ອນຄ່າຂອງອັດຕາແລກປ່ຽນຍັງສືບຕໍ່ຢູ່ໃນຈັງຫວະທີ່ຊ້າກວ່າ ປີ 2023 ຜ່ານມາ. ໃນນັ້ນ, ບັນຫາການເພີ່ມຂຶ້ນຂອງປະລິມານເງິນ M2 (ເງິນໃນຂອດຈໍລະຈອນ) ກໍຍັງຢູ່ໃນລະດັບທີ່ສູງ, ຄວາມເຊື່ອໝັ້ນຕໍ່ເສດ ຖະກິດຂອງພວກເຮົາຍັງບໍ່ທັນສູງ ເຊິ່ງບັນຫານີ້, ທຫລ ຈະສືບຕໍ່ຢ່າງຕັ້ງໜ້າ ໂດຍສະເພາະຈະຕ້ອງຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ມີສະຖຽນລະພາບຫຼາຍຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ບັນຫາເງິນເຟີ້ຫຼຸດລົງໄດ້.

ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຍັງໃຫ້ຮູ້ອີກວ່າ: ພວກເຮົາຕ້ອງເພີ່ມການສົ່ງອອກໃຫ້ສູງ ເພື່ອເຮັດໃຫ້ກະແສເງິນຕົວຈິງໃຫ້ມັນດຸນ. ປັດຈຸບັນ, ໄດ້ມີບໍລິສັດລົງທະບຽນແລ້ວ ມີ 3,300 ບໍລິສັດ ເຊິ່ງມີທັງບໍລິສັດນໍາເຂົ້າ-ສົ່ງອອກ. ໃນນັ້ນ, ມີ 1,178 ບໍລິສັດ ໄດ້ແຈ້ງບັນຊີຫັນເປັນບັນຊີສະເພາະໃຫ້ ທຫລ ສາມາດຕິດຕາມຈໍານວນເງິນການນໍາເຂົ້າ-ສົ່ງອອກ. ພ້ອມນັ້ນ, ຍັງຊຸກຍູ້ໃຫ້ 3,300 ບໍລິສັດດັ່ງ ກ່າວ, ຫັນບັນຊີມາເປັນບັນຊີສະເພາະ ເພື່ອຕິດຕາມກວດກາການນໍາເຂົ້າ-ສົ່ງອອກທັງໝົດໃຫ້ສາມາດນໍາເງິນເຂົ້າມາໄດ້. ພ້ອມນັ້ນ, ກໍໄດ້ເພີ່ມທະວີການຄຸ້ມຄອງເງິນຕາຈາກແຫຼ່ງອື່ນ ໂດຍສະເພາະການທ່ອງທ່ຽວ ຕາມສະຖິຕິ ໃນປີ 2023 ສາມາດສ້າງແຫຼ່ງເງິນຕາເຂົ້າໃນລະບົບເສດຖະກິດ ໄດ້ເກືອບ 1 ຕື້ໂດລາສະຫະລັດ.

https://www.facebook.com/photo/?fbid=913383624149278&set=a.679715220849454

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/