ໃນໂລກທີ່ລະບົບການເງິນແບບເກົ່າກຳລັງຈະກ້າວເຂົ້າສູ່ການເງິນ ແບບດິຈິຕອລ ຫຼາຍປະເທດກໍໄດ້ໃຫ້ຄວາມສົນໃຈກັບ Stablecoin ແລະ CBDC ຫຼຽນດິຈິຕອລ ທີ່ອອກໂດຍທະນາຄານກາງ ແລະ ຫຼ້າສຸດ ອາຣ ແຄລີ້ (AI Kelly) ປະທານເຈົ້າໜ້າທີ່ບໍລິຫານຂອງ VISA ລະບົບການຊຳລະເງິນທີ່ໃຫຍ່ທີ່ສຸດໃນໂລກ ໄດ້ອອກມາເປີດເຜີຍວ່າ Stablecoin ແລະ CBDC ຈະມີບົດບາດສຳຄັນໃນອຸດສາຫະກຳການຊຳລະເງິນ ໃນອະນາຄົດ.
ໂດຍ ແຄລີ້ ກ່າວວ່າ: “ເຮົາຍັງຢູ່ໃນໄລຍະທຳອິດຂອງລະບົບການເງິນແບບ ດິຈິຕອລ ແຕ່ຂ້ອຍເຊື່ອວ່າ Stablecoin ແລະ CBDC ຈະມີບົດບາດສໍາຄັນໃນອຸດສາຫະກໍາການຊໍາລະເງິນ ແລະ ເຮົາກຳລັງມີໂຄງການທີ່ກຳລັງທົດລອງຢູ່ເປັນຈຳນວນຫຼາຍ”.

ເຊິ່ງ VISA ໄດ້ດຳເນີນການລົງທຶນໃນບໍລິສັດດ້ານ ຄຣິບໂຕ ແລະ ກອງທຶນ ຄຣິບໂຕ ເປັນຈຳນວນຫຼາຍ ເພື່ອຫວັງນຳເທັກໂນໂລຢີຈາກບໍລິສັດເຫຼົ່ານັ້ນມາຕໍ່ຍອດໃຫ້ບໍລິສັດຂອງຕົນເອງ.
ແຄລີ້ ໄດ້ຢືນຢັນຄວາມໝັ້ນໃຈກັບນັກລົງທຶນເພີ່ມຕື່ມວ່າ ເຖິງວ່າ VISA ຈະລົງທຶນໃນບໍລິສັດ ຄຣິບໂຕ ເປັນຈຳນວນຫຼາຍ ແຕ່ຖານະທາງການເງິນຂອງບໍລິສັດ ນັ້ນຍັງບໍ່ໄດ້ຮັບຜົນກະທົບຈາກຄວາມຜັນຜວນຂອງລາຄາ ຄຣິບໂຕ ໃນປັດຈຸບັນ ແລະ ບໍລິສັດ ຄຣິບໂຕໃນປີ 2022 ທີ່ຜ່ານມາ.
ໃນຮອບ 1 ປີ ທີ່ຜ່ານມາ ທາງ VISA ກໍໄດ້ທົດລອງຫຼາຍໂຄງການທີ່ກ່ຽວຂ້ອງກັບການເຮັດວຽກລະຫວ່າງເຄື່ອຂາຍຂອງຄຣິບໂຕ ເພື່ອສ້າງ ເຄືອຂ່າຍໃນເຄື່ອຂ່າຍ ສຳລັບ CBDC ແລະ Stablecoin ໃຫ້ສາມາດຮອງຮັບການຊຳລະເງິນໃນຫຼາກຫຼາຍຊ່ອງທາງ.

ໃນປີ 2022 ທີ່ຜ່ານມາ ຖືໄດ້ວ່າເປັນປີທີ່ບໍ່ຄ່ອຍດີປານໃດ ສໍາລັບວົງການຄຣິບໂຕ ເພາະທັງລາຄາທີ່ລົດລົງຢ່າງມະຫາສານ, ຄວາມຊົບເຊົາໃນຕະຫຼາດ NFT ແລະ ຂ່າວການລົ້ມລະລາຍຂອງແພລັດຟອມຊື້-ຂາຍຄຣິບໂຕຕ່າງໆ. ເຊິ່ງກໍໜ້າສົນໃຈວ່າໃນອະນາຄົດ ຄຣິບໂຕ ຈະສາມາດກັບມາເອີ້ນຊື່ສຽງ ແລະ ຈະມີບົດບາດສຳຄັນໃນວົງການ ການເງິນໂລກ ໄດ້ແທ້ຫຼືບໍ່.
ຂອບໃຈຂໍ້ມູູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/