ເຄີຍໄດ້ຍິນບໍ່ຄຳວ່າ “ແຄ້ນນີ້ 10 ປີກໍບໍ່ສວາຍ” ແຕ່ແມ່ຍິງຊາວຍີ່ປຸ່ນຄົນນີ້ ມີຄວາມແຄ້ນຝັງໃຈກັບໝູ່ທີ່ຮຽນອະນຸບານນຳກັນຕັ້ງແຕ່ 40 ປີກ່ອນ!!!
ເມື່ອທາງລາຍການໂທລະພາບລາຍການໜຶ່ງຂອງຍີ່ປຸ່ນທີ່ເປີດໂອກາດໃຫ້ຄົນຂຽນຈົດໝາຍເຂົ້າມາຂໍຮ້ອງເລື່ອງຕ່າງໆ “ໂອເອະ ມິໂຕະ” ຈາກເມືອງໂກເບ ໄດ້ຂຽນຈົດໝາຍຂໍຮ້ອງໃຫ້ທາງລາຍການຊ່ວຍຊອກຫາໝູ່ຜູ້ຊາຍທີ່ເຄີຍຮຽນນຳກັນຕັ້ງແຕ່ອະນຸບານ ທີ່ເຮັດໃຫ້ລາວຝັງໃຈມາຫຼາຍປີ.
ເລື່ອງເກີດຂຶ້ນຕອນຢູ່ອະນຸບານ ຂະນະທີ່ ໂອເອະ ມິໂຕະ ກຳລັງຍ່າງຢູ່ລະບຽງ ຢູ່ດີໆກໍຖືກເດັກຜູ້ຊາຍຄົນໜຶ່ງໂດດຖີບຈົນຈຸກ ຈົນຮອດຕອນນີ້ຍັງບໍ່ຮູ້ວ່າເປັນຫຍັງຈຶ່ງຖືກໂດດຖີບ. ໂອເອະເປັນເດັກນ້ອຍທີ່ບໍ່ມັກປາກບໍ່ມັກເວົ້າ ຈຶ່ງບໍ່ໄດ້ບອກເລືອງນີ້ໃຫ້ອາຈານຮູ້ ແຕ່ໄປເລົ່າໃຫ້ແມ່ຟັງ.

ເມື່ອຖືກພິທີກອນຖາມວ່າເດັກນ້ອຍຜູ້ຊາຍຄົນນັ້ນຊື່ຫຍັງ ໂອເອະບອກວ່າບໍ່ມີທາງລືມຊື່ລາວ ຄິມຸຣະ ມິຈິທາກະ


ເມື່ອພິທີກອນຖາມວ່າຄິດວ່າຕອນນີ້ຄິມຸຣະ ມິຈິທາກະຈະເປັນຄົນແບບໃດ ແລະ ຖ້າໄດ້ພົບກັນຈະເຮັດແນວໃດກັບລາວ, ໂອເອະຕອບວ່າ ກໍຄົງຈະເປັນຜູ້ໃຫຍ່ທີ່ບໍ່ດີປານໃດ ແລະ ຢາກລອງໂດດຖີບລາວເບິ່ງຈັກຄັ້ງ ເອົາຄືນເປັນສອງເທົ່າເລີຍ.
ຫຼັງຈາກນັ້ນທາງທີມງານ ແລະ ໂອເອະກໍເດີນທາງອອກໄປຊອກຫາຄິມຸຣະ ມິຈິທາກະ ຈາກຂໍ້ມູນທີ່ໄດ້ຈາກລາຍຊື່ສິດເກົ່າ ແລະ ໝູ່ຕໍ່ໝູ່ຂອງລາວ. ຫຼັງຈາກທີ່ໄປຊອກຫາທີ່ເຮືອນຂອງຄິມຸຣະທີ່ເຄີຍຢູ່ ຄົນແຖວນັ້ນກໍບອກວ່າພວກເຂົາໄດ້ຍ້າຍໄປໝົດແລ້ວ ແຕ່ຍັງຕິດຕໍ່ກັນຢູ່ ກໍເລີຍໄດ້ເບີຕິດຕໍ່ຄອບຄົວຂອງຄິມຸຣະມາ.

ແຕ່ເມື່ອໄປຮອດບ້ານຄິມຸຣະ ພໍ່ຂອງລາວກໍບອກວ່າລູກຊາຍບໍ່ໄດ້ຢູ່ບ້ານຫຼັງນີ້ ແລະ ພໍ່ຂອງມິຈິທາກະຍັງຖາມວ່າເຂົາໄປກໍ່ເລື່ອງຫຍັງມາບໍ່ ນິໄສເລື່ອງຜູ້ສາວກໍ່ບໍ່ຄ່ອຍດີປານໃດ ແຖມເລົ່າໃຫ້ຟັງອີກວ່າຕອນຮຽນຢູ່ມັດທະຍົມກໍເປັນເດັກຂີ້ດື້ບໍ່ຟັງຄວາມ.
ເມື່ອໄດ້ເບີມິຈິທາກະຈາກພໍ່ຂອງລາວ ພິທີກອນກໍລອງໂທໄປທັນທີ ແລະ ບອກວ່າມີຄົນຢາກພົບ ລາວຕອບກັບມາວ່າຜູ້ຊາຍ ຫຼື ຜູ້ຍິງ ແຕ່ທາງພິທີກອນຕັດສິນໃຈບໍ່ບອກ ມາພົບຫາກໄດ້ຮູ້ເອງ, ມິຈິທາກະ ມິດໄປແລ້ວຕອບກັບວ່າ ເປັນຕາຢ້ານຫຼາຍແຕ່ຂ້ອຍກໍຈະໄປ.

ລະຫວ່າງນັ້ນ ທາງທີມງານພາໂອເອະ ມິໂຕະມາເຝິກສິລະປະການຕໍ່ສູ້ເອົາໄວ້ໂດດຖີບຢູ່ທີ່ຄ້າຍມວຍປ້ຳ.


ເມື່ອຮອດເວລານັດພົບ ມິຈິທາກະກໍມາຕາມນັດ ແຕ່ພິທີກອນໄດ້ບອກໃຫ້ໂອເອະຢູ່ຢືນຖ້າຢູ່ທີ່ຫາດແຄມນ້ຳ ໄກອອກໄປໜ້ອຍໜຶ່ງ, ລາວໄດ້ບອກພິທີກອນວ່າ ເບິ່ງບໍ່ອອກເລີຍວ່າແມ່ນໃຜ ລາວຈະຖືກຕົບບໍ່!


ເມື່ອມິຈິທາກະຍ່າງເຂົ້າໄປຫາໂອເອະ ມິໂຕະກໍບອກວ່າ ລາວຈື່ບໍ່ໄດ້ວ່າແມ່ນໃຜ, ໂອເອະ ມິໂຕະຈຶ່ງບອກຊື່ຂອງຕົນເອງ ແລະ ບອກວ່າເຄີຍຮຽນອະນຸບານນຳກັນ ເທົ່ານີ້ມິຈິທາກະກໍອຸທານຂຶ້ນມາວ່າ ຈື່ໄດ້ແລ້ວ!!
ໂອເອະຈຶ່ງຖາມໄປວ່າ ຕອນນີ້ເຮັດຫຍັງຢູ່ ປາກົດວ່າມິຈິທາກະເຮັດບໍລິສັດດູແລຜູ້ສູງອາຍຸຢູ່, ໂອເອະຈຶ່ງເຂົ້າເລື່ອງວ່າມີເຫດການເກີດຂຶ້ນລະຫວ່າງພວກເຂົາ ແຕ່ມິຈິທາກະຈື່ບໍ່ໄດ້ເລີຍ, ໂອເອະເລີຍຖາມເຖິງສຸຂະພາບຂອງເຂົາ ເພາະຢ້ານວ່າຈະໄດ້ຮັບບາດເຈັບເມື່ອລາວໂດດຖີບ ເຊິ່ງເຂົາເອງກໍສຸຂະພາບແຂງແຮງດີ.

ໂອເອະໄດ້ບອກວ່າ ຖ້າຢູ່ບ່ອນນີ້ເດີ້ ແລ້ວກໍຖອຍຫຼັງອອກໄປ ແລະ ກຽມຕັ້ງຫຼັກຈະແລ່ນມາໂດດຖີບ, ລາວຮ້ອງຂຶ້ນວ່າວ່າ “ຄິມຸຣະ ມິຈິທາກະ!!! ຄົນຊົ່ວວວວວວວວ” ເຈົ້າຕົວເອງບໍ່ຮູ້ວ່າຈະເກີດອັນໃດຂຶ້ນໄດ້ແຕ່ຕົກໃຈປົນງົງ ແລະ ເວົ້າວ່າ ແມ່ນຫຍັງໆໆໆ ແລ້ວໂອເອະກໍແລ່ນໄປໂດດໃສ່ລາວ, ແຕ່ປາກົດວ່າມື່ນພະລາດຊາຍ!!! ລົ້ມລົງຕໍ່ໜ້າມິຈິທາກະ.

ຫຼັງຈາກນັ້ນກໍໄດ້ອະທິບາຍວ່າ ຕອນທີ່ຮຽນຢູ່ອະນຸບານເກີດອັນໃດຂຶ້ນແດ່ ເມື່ອມິຈິທາກະໄດ້ຟັງກໍກົ້ມຂໍໂທດ ແລະບອກວ່າຕົນເອງເປັນເດັກບໍ່ດີອິຫຼີ. ລາວຈຶ່ງອະນຸຍາດໃຫ້ໂອເອະໂດດຖີບອີກຄັ້ງໜຶ່ງດ້ວຍຄວາມເຕັມໃຈ, ໃນທີ່ສຸດໂອເອະຫໍໄດ້ໂດດຖີບ ຄວາມແຄ້ນໃນໃຈໄດ້ຮັບການປົດປ່ອຍແລ້ວ!!!

ເມື່ອທີມງານຖາມວ່າ ເປັນຫຍັງຕ້ອງໄປຖີບໂອເອະ ມິຈິທາກະຈຶ່ງຕອບວ່າ ມັນເປັນວິທີສະແດງຄວາມຮັກຕາມພາສາເດັກນ້ອຍ ພໍໄດ້ຍິນຊື່ກໍຈື່ໄດ້ວ່າເປັນຮັກຄັ້ງທຳອິດຂອງລາວເອງ ບໍ່ຢາກເຊື່ອວ່າມື້ນີ້ຄົນໆນີ້ໄດ້ກັບມາໂດດຖີບຕົນເອງຄືນ.
ຂອບໃຈຂໍ້ມູນຈາກ:
– https://www.facebook.com/JapaneseBaobao/posts/1608761872646192
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/