ຜູ້ຊ່ຽວຊານລາວ ໄດ້ແນະນຳເຖິງໂອກາດການລົງທຶນທີ່ສໍາຄັນໃນການຜະລິດ, ການທ່ອງທ່ຽວ, ແລະ ພະລັງງານທົດແທນ, ພ້ອມຮຽກຮ້ອງໃຫ້ລັດຖະບານຮັບຮອງເອົານະໂຍບາຍທີ່ເສີມຂະຫຍາຍການເຊື່ອມຕໍ່ ແລະ ສ້າງສະພາບແວດລ້ອມທີ່ດຶງດູດນັກລົງທຶນຫຼາຍຂຶ້ນ.

ອີງຕາມການລາຍງານຂອງ ໜັງສືພີມ ວຽງຈັນທາມ, ຄຳເຫັນດັ່ງກ່າວ ມີຂຶ້ນໃນ​ເວທີ​ປາ​ໄສ​ຄົ້ນຄວ້າ​ນະ​ໂຍບາຍ​ລາວ-ຍີ່ປຸ່ນ ທີ່​ນະຄອນຫຼວງ​ວຽງ​ຈັນ, ໂດຍມີບັນດາ​ນັກ​ຊ່ຽວຊານ​ໄດ້​ຊີ້​ແຈງ​ບັນດາ​ຂະ​ແໜງ​ການ​ສຳຄັນ​ທີ່​ຈະ​ເຕີບ​ໂຕ ​ແລະ ​ໄດ້​ສະ​ເໜີ​ຍຸດ​ທະ​ສາດ​ຊຸກຍູ້​ການ​ເຄື່ອນ​ໄຫວ​ເສດຖະກິດ.

ທ່ານ ດຣ ສຸພາພອນ ໄຊຍະລາດ ຮອງຜູ້ອຳນວຍການໃຫຍ່ ໄດ້ເນັ້ນໜັກວ່າ: ລາວຖືທ່າແຮງການລົງທຶນໃນການຜະລິດ, ລະບົບຕ່ອງໂສ້ການສະໜອງພາກພື້ນ, ການຜະລິດໄຟຟ້າ ແລະ ເອເລັກໂຕນິກ, ແລະ ຂະແໜງບໍລິການທີ່ເຊື່ອມຕໍ່ທາງລົດໄຟ ລາວ-ຈີນ ລວມທັງສິ່ງອໍານວຍຄວາມສະດວກທາງດ້ານການຂົນສົ່ງ ແລະ ທ່າເຮືອແຫ້ງ. ຂະ​ແໜງ​ການ​ທີ່​ມີ​ທ່າ​ແຮງ​ອື່ນໆ​ລວມມີ​ກົນ​ຈັກ​ກະສິກຳ, ການທ່ອງທ່ຽວ, ພະລັງງານ​ທົດ​ແທນ.

ເພື່ອຍາດແຍ່ງກາລະໂອກາດດັ່ງກ່າວ, ທ່ານດຣ ສິດທິໂຣດ ຣາຊະພົນ, ຊ່ຽວຊານຂອງສະຖາບັນຄົ້ນຄວ້າການພັດທະນາ, ເນັ້ນໜັກເຖິງຄວາມຈຳເປັນຂອງນະໂຍບາຍທີ່ສົ່ງເສີມສະພາບແວດລ້ອມການລົງທຶນທີ່ເອື້ອອຳນວຍ. ທ່ານ​ກ່າວ​ວ່າ, “ອຳນາດ​ການ​ປົກຄອງ​ຄວນ​ສ້າງ​ບັນຍາກາດ​ທີ່​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ພາຍ​ໃນ ​ແລະ ຕ່າງປະ​ເທດ (FDI) ​ເພື່ອ​ຜັນ​ຂະຫຍາຍ​ຕາມ​ແລວ​ເສດຖະກິດ​ຕົ້ນຕໍ”.

ບັນດາ​ຂໍ້​ສະ​ເໜີ​ ຕົ້ນຕໍ​ລວມມີ​ການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ, ​ໂດຍ​ສະ​ເພາະ​ແມ່ນ​ນະ​ໂຍບາຍ​ຊຸກຍູ້​ການ​ລົງທຶນ, ລະບອບ​ແຮງ​ຈູງ​ໃຈ​ທີ່​ອີງ​ໃສ່​ການ​ປະຕິບັດ, ຊຸກຍູ້​ການ​ຖ່າຍທອດ​ຄວາມ​ຮູ້ ​ແລະ ນະວັດຕະກຳ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທ້ອງ​ຖິ່ນ.

ບັນດາ​ຜູ້​ຊ່ຽວຊານ​ຍັງ​ຮຽກຮ້ອງ​ໃຫ້​ມີ​ການ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ​ທີ່​ເຂັ້ມ​ແຂງ​ກວ່າ​ເກົ່າ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ປັບປຸງ​ເສັ້ນທາງ​ແຫ່ງ​ຊາດ ​ແລະ ​ແຂວງ​ທີ່​ເຊື່ອມ​ຕໍ່​ເຂດ​ການ​ຜະລິດ.

ດຣ ສິດທິໂຣດ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການເສີມສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຜ່ານການສົນທະນາພາກລັດ-ເອກະຊົນພາຍໃຕ້ເວທີປາໄສທຸລະກິດລາວ, ການແກ້ໄຂສິ່ງທ້າທາຍດ້ານການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ປັບປຸງຂັ້ນຕອນການຂໍໃບອະນຸຍາດດຳເນີນທຸລະກິດ, ໃບຢັ້ງຢືນ ແລະ ໃບອະນຸຍາດດຳເນີນທຸລະກິດໃຫ້ງ່າຍຂຶ້ນ.

ການ​ລົງທຶນ​ພັດທະນາ​ສີມື​ແຮງ​ງານ​ຍັງ​ໄດ້​ຮັບ​ການ​ກຳນົດ​ເປັນ​ຂົງ​ເຂດ​ບຸລິມະສິດ, ​ໂດຍ​ມີ​ຂໍ້​ສະ​ເໜີ​​ເພື່ອ​ເພີ່ມ​ທະວີ​ລະບົບ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ ໂດຍ​ຜ່ານ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ບັນດາ​ຜູ້​ຊ່ຽວຊານ​ສະ​ເໜີ​ໃຫ້​ບັນດາ​ນັກ​ລົງທຶນ​ພາກ​ເອກະ​ຊົນ​ລົງທຶນ​ພັດທະນາ​ສີມື​ແຮງ​ງານ, ຮັບປະກັນ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ.

ຄໍາແນະນໍາເພີ່ມເຕີມປະກອບມີການສົ່ງເສີມການເລີ່ມຕົ້ນ ແລະ SMEs ໂດຍຜ່ານຊຸດແຮງຈູງໃຈ, ຂະຫຍາຍສະຖານທີ່ຊ່ວຍເຫຼືອທາງທຸລະກິດເຊັ່ນ: ການສະໜັບສະໜູນດ້ານວິຊາການ ແລະ ການຝຶກອົບຮົມ ແລະ ການປັບປຸງການສຶກສາທຸລະກິດໃນທົ່ວປະເທດ. ​

​ໃນ​ຂົງ​ເຂດ​ທຸລະ​ກິດ​ກະ​ເສດ, ບັນດາ​ຜູ້​ຊ່ຽວຊານ​ໄດ້​ແນະນຳ​ວ່າ, ອຳນາດ​ການ​ປົກຄອງ​ຄວນ​ສະໜັບສະໜູນ​ປະຊາ​ຄົມ​ທ້ອງ​ຖິ່ນ​ໂດຍ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ດ້ານ​ກົດໝາຍ ​ແລະ ລະບຽບ​ການ, ​ໃນ​ນັ້ນ​ມີ​ລະບຽບ​ການ​ກ່ຽວ​ກັບ​ການ​ປັບປຸງ​ພັນ​ພືດ, ການ​ຄວບ​ຄຸມ​ຄຸນ​ນະພາ​ບ​ແນວ​ພັນ, ການ​ນຳ​ເຂົ້າ​ປຸຍ. ການ​ເພີ່ມ​ທະວີ​ສະມາຄົມ​ຊາວ​ກະສິກອນ, ຊຸກຍູ້​ການ​ເຮັດ​ກະສິກຳ​ແບບ​ສັນຍາ ​ແລະ ​ການ​ປະຕິບັດ​ການ​ກະ​ສິກຳ​ທີ່ບໍ່ເອື່ອອີງໃສ່ສະພາບດິນຟ້າອາກາດ ແລະ ​ຍົກ​ສູງ​ປະສິດທິພາບ ​ແລະ ​ການ​ເຂົ້າ​ເຖິງ​ຕະຫຼາດ​ສາກົນ.

​ເພື່ອ​ສະໜັບສະໜູນ​ທຸລະ​ກິດ​ກະສິກຳ, ບັນດາ​ຜູ້​ຊ່ຽວຊານ​ຮຽກຮ້ອງ​ໃຫ້​ມີ​ການ​ປັບປຸງ​ການ​ເຂົ້າ​ເຖິງ​ດ້ານ​ການ​ເງິນ, ການ​ຂະຫຍາຍ​ໂຄງການ​ສິນ​ເຊື່ອ SME ດ້ວຍ​ອັດຕາ​ດອກ​ເບ້ຍ​ຕ່ຳ ​ແລະ ​ເພີ່ມ​ທະວີ​ການ​ບໍລິການ​ອຳນວຍ​ຄວາມ​ສະດວກ​ດ້ານ​ການ​ຄ້າ.

ທີ່ມາ: Vientiane Times

https://vientianetimes.org.la/sub-new/Business/Business_168_Lao_experts_24.php